ການສົມທົບຂອງແຂວງ ລອງອານ ແລະ ໄຕນິງ ເຂົ້າເປັນແຂວງ ໄຕນິງ ແຫ່ງໃໝ່ ໄດ້ເປີດກວ້າງຄວາມຄາດຫວັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຮອບດ້ານ, ໃນນັ້ນມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຂງແຮງຂອງລະບົບຄົມມະນາຄົມທາງນ້ຳ. ການລວມຕົວນີ້ຍັງໃຫ້ຄຳໝັ້ນສັນຍາວ່າຈະສ້າງການຊຸກຍູ້ຂະແໜງການຂົນສົ່ງແລະການຄ້າທາງນ້ຳ.
ທະເລສາບ ດ່າວຕ໋ຽນ ບໍ່ພຽງແຕ່ສະໜອງນ້ຳໃຫ້ແກ່ຊົນລະປະທານເທົ່ານັ້ນ ຫາກຍັງພັດທະນາການສະໜອງນ້ຳອະເນກປະສົງເພື່ອນຳໃຊ້ພາຍໃນ ແລະ ອຸດສາຫະກຳອີກດ້ວຍ (ພາບ: ເຂື່ອນໄຟຟ້ານ້ຳຕົກຕາດກວາງຊີ) (ພາບ: Internet)
ແຂວງລອງອານທີ່ເກົ່າແກ່ມີລະບົບແມ່ນ້ຳທີ່ດົກໜາຄື: ດົງວາມ, ໄຕມ່າງໂຄ ແລະ ບັນດາຄອງທີ່ສຳຄັນຄື: ນູອກມະນີ, ຈ່າກູ, ກຽນຊາງ,...
ໃນຂະນະນັ້ນ, ແຂວງ ໄຕນິງ ເກົ່າມີໜອງດ່າວຕຽນ ດ້ວຍເນື້ອທີ່ນ້ຳ 27.000 ເຮັກຕາ, ໄດ້ມີບົດບາດສຳຄັນໃນການຄຸ້ມຄອງນ້ຳ ແລະ ໜູນຊ່ວຍການຂົນສົ່ງທາງນ້ຳ. ເມື່ອສອງທ້ອງຖິ່ນເຊື່ອມໂຍງເຂົ້າກັນ, ລະບົບແມ່ນ້ຳ, ໜອງ ແລະ ຄອງນ້ຳກໍ່ຈະໄດ້ຮັບການວາງແຜນຢ່າງສອດຄ່ອງ, ສ້າງເງື່ອນໄຂໃຫ້ເຮືອນ້ຳຂະໜາດໃຫຍ່ເຄື່ອນໄຫວສະດວກ.
ທ່າເຮືອສາກົນລອງອານ (ພາບ: ດຶກບິ່ງ)
ນອກຈາກນັ້ນ, ດ້ວຍຈຸດເດັ່ນຂອງທ່າກຳປັ່ນສາກົນລອງອານ ທີ່ສາມາດຮັບກຳປັ່ນໄດ້ເຖິງ 70.000 DWT, ເຂດທີ່ລວມເຂົ້າກັນຈະກາຍເປັນສູນກາງການນຳເຂົ້າ ແລະ ສົ່ງອອກທາງນ້ຳ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງດຶງດູດການລົງທຶນໃນຂະແໜງອຸດສາຫະກຳ ແລະ ຂົນສົ່ງ.
ເມື່ອຂຸດຄົ້ນ ແລະ ລົງທຶນຢ່າງເໝາະສົມ, ບັນດາທ່າໄດ້ປຽບທີ່ມີຢູ່ແລ້ວຂອງແຂວງ ໄຕນິງ ໃໝ່ ຈະກາຍເປັນກຳລັງຊຸກຍູ້ການພັດທະນາ ເສດຖະກິດ ແບບຍືນຍົງໃຫ້ບັນດາເຂດເສດຖະກິດຫຼັກໝັ້ນພາກໃຕ້./.
ຮນັ້ງ ນ້າຍ ນໍ ກ໊ອງ
ທີ່ມາ: https://baolongan.vn/tang-toc-logistics-duong-thuy-nho-hop-luc-long-an-tay-ninh-a198064.html
(0)