(vovworld)- ຕອນບ່າຍວັນທີ 15/3, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບສາສະດາຈານ Thomas Vallely, ທີ່ປຶກສາອາວຸໂສຫວຽດນາມ ຢູ່ສະຖາບັນ Weatherhead East Asia (WEAI), ວິທະຍາໄລ Columbia (ອາເມລິກາ).
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບສາສະດາຈານ Thomas Vallely, ທີ່ປຶກສາອາວຸໂສຫວຽດນາມ ທີ່ສະຖາບັນ Weatherhead East Asia (WEAI), ວິທະຍາໄລ Columbia (ອາເມລິກາ). ພາບ: VGP
ທ່ານນາຍົກລັດຖະມົນຕີ ມີຄວາມຍິນດີທີ່ໄດ້ພົບປະກັບສາດສະດາຈານ Thomas Vallely ອີກຄັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ ແລະ ອາເມລິກາ; ຕີລາຄາສູງຄວາມຮັກແພງຂອງຫວຽດນາມ ແລະ ການປະກອບສ່ວນສຳຄັນຂອງສາດສະດາຈານໃນການຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດສຶກສາ ແລະ ການສົນທະນາດ້ານນະໂຍບາຍ; ຂອບໃຈສາດສະດາຈານ Thomas Vallely ແລະ ສາດສະດາຈານ ຫງວຽນທິລຽນຮ່ວາງ (ມະຫາວິທະຍາໄລ Columbia) ທີ່ໄດ້ມານະພະຍາຍາມຮັກສາໂຄງການການນໍາຂັ້ນສູງຫວຽດນາມ (VELP), ສືບຕໍ່ຊຸກຍູ້ການຄົ້ນຄວ້າ, ປຶກສາຫາລືນະໂຍບາຍກ່ຽວກັບເສດຖະກິດຫວຽດນາມ ດ້ວຍເນື້ອໃນໃໝ່, ຢູ່ສະຖານທີ່ໃໝ່ຂອງມະຫາວິທະຍາໄລ Columbia.
ທ່ານນາຍົກລັດຖະມົນຕີ ໄດ້ໃຊ້ເວລາແບ່ງປັນກ່ຽວກັບເສດຖະກິດ - ສັງຄົມຂອງ ຫວຽດນາມ, ພິເສດແມ່ນບັນດາໝາກຜົນສຳຄັນ ແລະ ພົ້ນເດັ່ນໃນປີ 2024, ວິໄສທັດ, ທິດພັດທະນາ, ການເຕີບໂຕ ແລະ ຄາດໝາຍພັດທະນາໃນໄລຍະຈະມາເຖິງ, ແນວຄິດໃໝ່, ວິທີການ, ວິທີການແກ້ໄຂບັນດາບັນຫາພາກປະຕິບັດຕົວຈິງ, ໜ້າທີ່ຫຼັກແຫຼ່ງ ແລະ ທິດທາງແກ້ໄຂໃນຫຼາຍຂົງເຂດ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບສາສະດາຈານ Thomas Vallely. ພາບ: VGP
ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືອັນດີງາມກັບ ອາເມລິກາ, ເນັ້ນໜັກເຖິງບົດບາດສຳຄັນຂອງການສຶກສາ ແລະ ບຳລຸງສ້າງ, ການລົງທຶນປະຊາຊົນແມ່ນການລົງທຶນພັດທະນາແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ.
ພ້ອມກັນນັ້ນ, ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວສົນທະນາ ແລະ ແລກປ່ຽນບັນດານະໂຍບາຍທີ່ເໝາະສົມ ເພື່ອໃຫ້ຄຳເຫັນແນະນຳວິທີແກ້ໄຂໃຫ້ຫວຽດນາມ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ບັນລຸໄດ້ຄາດໝາຍເຕີບໂຕ 8% ໃນປີ 2025 ແລະ ສອງຕົວເລກໃນໄລຍະຕໍ່ໄປ; ປ່ຽນແປງໃໝ່ຕົວຂັບເຄື່ອນການເຕີບໂຕແບບດັ້ງເດີມ ແລະ ຊຸກຍູ້ການເຕີບໂຕໃໝ່; ສ້າງບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຊຸກຍູ້ການຫັນເປັນດິຈິຕອນ ແລະ ນະວັດຕະກຳ; ພັດທະນາເສດຖະກິດເອກະຊົນຫວຽດນາມ.
ພ້ອມກັນນັ້ນ, ສະເໜີ ແລະ ແນະນຳການຊຸກຍູ້ການພົວພັນຮ່ວມມືສາກົນ, ເສີມຂະຫຍາຍບົດບາດເຊື່ອມໂຍງເຂົ້າໃນການລະດົມແຫຼ່ງກຳລັງການເງິນ, ຄວາມຮູ້, ຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປັບປຸງຄວາມສາມາດຄຸ້ມຄອງ, ໃຫ້ແກ່ບັນດາສະຖາບັນທີ່ດີເລີດ... ໃຫ້ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ສາດສະດາຈານ Thomas Vallely ປຶກສາຫາລືຫຼາຍບັນຫານະໂຍບາຍ ແລະ ທິດພັດທະນາໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ... ພາບ: VGP
ສ່ວນທ່ານສາດສະດາຈານ Thomas Vallely ໄດ້ຢ້ຳຄືນຄວາມຮູ້ສຶກດີ ແລະ ຄວາມປະທັບໃຈຂອງຫວຽດນາມ; ຢືນຢັນວ່າຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດ, ເນື້ອໃນທີ່ນາຍົກລັດຖະມົນຕີໄດ້ປະກອບຄໍາເຫັນ, ພິເສດແມ່ນການສົນທະນາ, ປຶກສາຫາລື, ແນະນໍານະໂຍບາຍ, ປະຕິບັດໂຄງການ VELP.
ທີ່ມາ: https://nld.com.vn/giao-su-my-thuc-day-chuong-trinh-lanh-dao-cao-cap-viet-nam-196250315212211383.htm
(0)