ທີ່ການພົບປະ, ທ່ານລັດຖະມົນຕີ Bui Thanh Son ຢືນຢັນສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ OIF ໃນການຊຸກຍູ້ການນຳໃຊ້ພາສາຝະລັ່ງ, ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ກໍ່ຄືການຊຸກຍູ້ການຮ່ວມມືດ້ານເສດຖະກິດຢູ່ອາວະກາດ Francophone; ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ຝລັ່ງ. ທ່ານລັດຖະມົນຕີຍັງໄດ້ສະເໜີບາງຂໍ້ສະເໜີສະເພາະເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ, ໂດຍສະເພາະກັບບັນດາປະເທດໃນອາຟຣິກາ; ສອນ​ພາສາ​ຝຣັ່ງ ​ແລະ ໜູນ​ຊ່ວຍ​ການ​ຝຶກ​ອົບຮົມ​ຝລັ່ງ, ​ໃນ​ນັ້ນ​ມີ​ການ​ຝຶກ​ອົບຮົມ​ຝລັ່ງ ​ໃຫ້​ບັນດາ​ກຳລັງ​ທະຫານ ​ແລະ ຕຳຫຼວດ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ ​ສັນຕິພາບ ສປຊ ຢູ່​ບັນດາ​ປະ​ເທດ​ອາ​ຟຼິກາ. ທ່ານ​ລັດຖະມົນຕີ​ກໍ່​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ OIF ​ໃນ​ບັນດາ​ບັນຫາ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຕອນບ່າຍວັນທີ 7 ມິຖຸນາ, ຢູ່ສໍານັກງານໃຫຍ່ອົງການສາກົນ La Francophonie ຢູ່ ປາຣີ, ທ່ານເລຂາທິການໃຫຍ່, ປະທານປະເທດ Louise Mushikiwabo ໄດ້ໃຫ້ການຕ້ອນຮັບທ່ານ Bui Thanh Son ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: TTXVN

ທ່ານ​ເລຂາທິການ​ໃຫຍ່ Louise Mushikiwabo ​ໄດ້​ຫວນ​ຄືນ​ຄວາມ​ປະ​ທັບ​ໃຈ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ຜູ້​ແທນ​ສົ່ງ​ເສີມ ​ເສດຖະກິດ ​ແລະ ການ​ຄ້າ OIF ​ໂດຍ​ທ່ານ​ນາງ ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 3/2022; ​ເນັ້ນ​ໜັກ​ວ່າ OIF ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ປະຊາ​ຄົມ​ຝລັ່ງ; ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ​ແບ່ງປັນ​ປະສົບ​ການ​ກັບ​ບັນດາ​ປະ​ເທດ​ອາ​ຟຼິກາ ​ໃນ​ຂົງ​ເຂດ​ສະບຽງ​ອາຫານ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ.

ທ່ານ​ນາງ Mushikiwabo ​ໄດ້​ແບ່ງປັນ ​ແລະ ຮັບ​ຮູ້​ບັນດາ​ຄຳ​ແນະນຳ​ຂອງ​ຝ່າຍ ຫວຽດນາມ; ຢືນຢັນ​ວ່າ ປະຊາຄົມ​ຝະລັ່ງ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການ​ພັດທະນາ ​ແລະ ​ເຜີຍ​ແຜ່​ພາສາ​ຝະລັ່ງ, ສະໜັບສະໜູນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ Francophone, ໜູນ​ຊ່ວຍ​ການ​ຝຶກ​ອົບຮົມ​ພາສາ​ຝະລັ່ງ ​ໃຫ້​ບັນດາ​ກຳລັງ​ຮັກສາ​ສັນຕິພາບ​ຂອງ ຫວຽດນາມ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ ​ເຮັດ​ວຽກ​ໃນ​ຫຼາຍ​ຝ່າຍ.

VNA