ບົນຈິດໃຈສ້າງສາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງ, 2 ຝ່າຍໄດ້ປຶກສາຫາລືທິດທາງຊຸກຍູ້ການຮ່ວມມືຫວຽດນາມ - ຝະລັ່ງ, ພິເສດແມ່ນການຮ່ວມມື ດ້ານເສດຖະກິດ , ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແບບຍືນຍົງ.

ຕາມນັກຂ່າວ VNA ແລ້ວ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝະຣັ່ງໂກໂຟນ ຄັ້ງທີ 19 ຢູ່ ປາຣີ (ຝະລັ່ງ), ຕອນເຊົ້າວັນທີ 5 ຕຸລານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ Francophone Louise Mushikiwabo.
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໄດ້ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະ ອົງການສາກົນ La Francophonie (OIF), ພ້ອມທັງການປະກອບສ່ວນຂອງ OIF ແລະ ທ່ານເລຂາທິການໃຫຍ່ Louise Mushikiwabo ເປັນສ່ວນຕົວໃນການຊຸກຍູ້ການພົວພັນສາມັກຄີຝະລັ່ງ ແລະ ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ບົນຈິດໃຈສ້າງສາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງ, 2 ຝ່າຍໄດ້ປຶກສາຫາລືທິດທາງຊຸກຍູ້ການຮ່ວມມື ຫວຽດນາມ - ຝລັ່ງ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແບບຍືນຍົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ສະເໜີ OIF ເອົາໃຈໃສ່ຊຸກຍູ້ບັນດາຮູບແບບການຮ່ວມມືສາມຝ່າຍ ເພື່ອໜູນຊ່ວຍບັນດາປະເທດ ອາຟຣິກາ ໃນຂົງເຂດກະສິກຳ ແລະ ການຮ່ວມມືໃຕ້ - ໃຕ້, ສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການ ແລະ ໂຄງການຮ່ວມມືໃນຂົງເຂດການສຶກສາ, ການສິດສອນພາສາຝຣັ່ງ, ການຄົ້ນຄວ້າວິທະຍາສາດ, ບັນດາວິສາຫະກິດເລີ່ມນຳໃຊ້ພາສາຝຣັ່ງ.

ນອກຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ກໍ່ຮຽກຮ້ອງໃຫ້ OIF ສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການພິພາດໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ທ່ານເລຂາທິການໃຫຍ່ອົງການ Francophone ທ່ານ Louise Mushikiwabo ໄດ້ຕ້ອນຮັບການເຂົ້າຮ່ວມຂອງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ Francophone ໃນລະດັບສູງສຸດ, ຢືນຢັນວ່າ ນີ້ແມ່ນກຽດສັກສີຂອງ OIF.
ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ຫວຽດນາມ ແມ່ນປັດໄຈທີ່ຂາດບໍ່ໄດ້ໃນປະຊາຄົມຝະລັ່ງ, ຕີລາຄາສູງບົດບາດ ແລະ ການປະກອບສ່ວນອັນດີງາມຂອງຫວຽດນາມ, ໃນນັ້ນມີຊາວຫວຽດນາມ ດຳລົງຕຳແໜ່ງສຳຄັນໃນບັນດາອົງການ Francophone.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ອົງການ Francophone Louise Mushikiwabo ມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ./.
ທີ່ມາ






(0)