
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ To Lam ພ້ອມດ້ວຍພັນລະຍາໄດ້ດຳເນີນການຢ້ຽມຢາມມາເລເຊຍຢ່າງເປັນທາງການແຕ່ວັນທີ 21 – 23 ພະຈິກ 2024.
ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນ ຫວຽດນາມ - ມາເລເຊຍ, ປະກອບສ່ວນຮັດແໜ້ນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ລະຫວ່າງ 2 ປະເທດໃນລະດັບສູງ, ສະແດງໃຫ້ເຫັນແນວທາງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນ, ໃນນັ້ນມີມາເລເຊຍ.
ພ້ອມກັນນັ້ນ, ຫວຽດນາມ ປາດຖະໜາຢາກຮ່ວມມືກັບມາເລເຊຍ ເພື່ອນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງກວ່າ ແລະ ແທດຈິງກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງ 2 ປະເທດໃນໄລຍະໃໝ່./.
ທີ່ມາ: https://baodaknong.vn/tong-quan-ve-quan-he-doi-tac-chien-luoc-viet-nam-malaysia-234826.html
(0)