• ກວດພະຍາດ, ຢາປົວພະຍາດຟຣີ ແລະ ຂອງຂວັນໃຫ້ນັກຮຽນທຸກຍາກຢູ່ ດັອດໝຸຍ
  • ມອບທຶນການສຶກສາ 160 ທຶນໃຫ້ນັກຮຽນທີ່ດ້ອຍໂອກາດຢູ່ຕາແສງ ເຈີ່ນວັນເຖາະ
  • “​ໜູນ​ຊ່ວຍ​ນັກຮຽນ​ໄປ​ໂຮງຮຽນ” ​ໄດ້​ກວ່າ 53 ລ້ານ​ດົ່ງ​ໃຫ້​ບັນດາ​ນັກຮຽນ​ຢູ່​ຫວອດ ອານ​ຊ້ຽນ
  • ມອບລົດຖີບ 350 ຄັນ ແລະ ປື້ມບັນທຶກ 35.000 ໜ່ວຍ ໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ.

ທ່ານ ແທງ​ທ້ຽນ​ເຍີນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດັ໋ດ​ມິ​ງ ​ໄດ້​ມອບ​ປະກັນ ​ສຸຂະພາບ ​ໃຫ້​ນັກຮຽນ​ທຸກ​ຍາກ.

ໃນ​ຂອບ​ເຂດ​ໂຄງການ, ດ້ວຍ​ການ​ຮ່ວມ​ມື​ຂອງ​ຜູ້​ໃຫ້​ທຶນ, ໜ່ວຍ​ງານ​ໄດ້​ມອບ​ບັດ ​ປະກັນ​ສຸຂະພາບ 40 ​ໃບ ​ແລະ ທຶນ​ສຶກສາ 10 ທຶນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ເຂດ​ປະສົບ​ໄພ, ດ້ວຍ​ມູນ​ຄ່າ​ກວ່າ 15 ລ້ານ​ດົ່ງ. ນີ້​ແມ່ນ​ແຫຼ່ງກຳລັງ​ໜູນ​ຢ່າງ​ທັນ​ການ, ​ໄດ້​ຊ່ວຍ​ໃຫ້​ນັກຮຽນ​ໄດ້​ຜ່ອນ​ຜັນ​ຄວາມ​ຫຍຸ້ງຍາກ ​ແລະ ມີ​ຄວາມ​ປອດ​ໄພ​ເພື່ອ​ກ້າວ​ເຂົ້າ​ສູ່​ປີ​ຮຽນ​ໃໝ່.

ສະຫະພັນ​ແມ່​ຍິງ​ຕາ​ແສງ ດັອດ​ມິ​ງ ມອບ​ອຸປະກອນ​ການຮຽນ​ໃຫ້​ນັກຮຽນ.

ນອກຈາກນັ້ນ, ພະນັກງານ, ນັກຮົບ ປ້ອມປ້ອງກັນຊາຍແດນ ດັ໋ດມິນ ກໍ່ໄດ້ແນະນຳກ່ຽວກັບຮີດຄອງປະເພນີອັນສະຫງ່າລາສີຂອງທະຫານຊາຍແດນ ຢູ່ອະນຸສາວະລີ “ລຸງໂຮ່ກັບທະຫານປ້ອງກັນຊາຍແດນ”, ປະກອບສ່ວນຮັດແໜ້ນຄວາມຮັກແພງບ້ານເກີດເມືອງນອນ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ແນວທາງຂອງພັກ, ລັດທີ່ມີຕໍ່ນັກຮຽນ, ພ້ອມກັບກຳລັງປ້ອງກັນຊາຍແດນ ປ້ອງ ກັນຊາຍແດນ ພາກໃຕ້ຢ່າງໝັ້ນຄົງ.

ສະຖານີປ້ອງກັນຊາຍແດນ ແລະ ສະຫະພັນແມ່ຍິງ ຕາແສງ ດ່າມ້ວຍ ໄດ້ຈັດຕັ້ງ ການສຶກສາອົບຮົມ ປະເພນີ, ຄວາມຮັກຊາດໃຫ້ແກ່ນັກຮຽນ.

ລາດຊະວົງ

ທີ່ມາ: https://baocamau.vn/trao-10-suat-hoc-bong-va-40-the-bhyt-cho-hoc-sinh-kho-khan-a121731.html