ທີ່​ໂຄງການ, ພະນັກງານ, ນັກຮົບ​ໄດ້​ຮັບ​ການ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ມູນ​ເຊື້ອ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ​ແລະ ສະພາບ​ການ​ໃນ​ປະຈຸ​ບັນ​ທີ່​ປະຊາຊົນ ກູ​ບາ, ​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ, ຜູ້​ເຖົ້າ ​ແລະ ກຸ່ມ​ດ້ອຍ​ໂອກາດ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ເວລາ​ຍາວ​ນານ, ​ໄພ​ທຳ​ມະ​ຊາດ​ຫຼາຍ​ຢ່າງ ​ແລະ ນະ​ໂຍບາຍ​ປິດ​ລ້ອມ.

ພະນັກງານ, ນັກຮົບກອງພັນ 1, ກອງພົນ 330, ທະຫານເຂດ 9 ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນກູບາ.

​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ເຂົ້າ​ໃຈ​ຄວາມ​ຫຍຸ້ງຍາກ​ຂອງ​ຊາວ ກູ​ບາ, ດ້ວຍ​ຈິດ​ໃຈ​ອາສາ​ສະໝັກ, ພະນັກງານ, ນັກຮົບ ​ໄດ້​ບໍລິຈາກ​ເງິນ​ກວ່າ 45 ລ້ານ​ດົ່ງ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ, ຄວາມ​ຮັກ​ແພງ​ຂອງ​ກອງ 1, 330, ທະຫານ​ເຂດ 9 ທີ່​ມີ​ຕໍ່​ປະຊາຊົນ ກູ​ບາ.

ຂ່າວ ແລະ ພາບ: THANH MAI

* ເຊີນທ່ານຜູ້ອ່ານເຂົ້າໄປເບິ່ງພາກສ່ວນປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເພື່ອເບິ່ງຂ່າວ ແລະ ບົດຄວາມທີ່ກ່ຽວຂ້ອງ.

    ທີ່ມາ: https://www.qdnd.vn/quoc-phong-an-ninh/tin-tuc/trung-doan-1-quan-khu-9-quyen-gop-ung-ho-nhan-dan-cuba-844907