M/V HD SUN ເປັນກຳປັ່ນທີ່ໃຫຍ່ທີ່ສຸດໃນກຳປັ່ນຂອງ Vitranschart ທີ່ມີຄວາມສາມາດບັນຈຸນ້ຳໜັກໄດ້ຫຼາຍກວ່າ 31,000 ໂຕນ, ລື່ນກາຍ 4 ລຳທີ່ມີຢູ່ (ແຕ່ລະລຳແມ່ນປະມານ 22,000 ໂຕນ). ຄຽງຄູ່ກັນນັ້ນ, ຈຳນວນກຳປັ່ນທັງໝົດທີ່ຄຸ້ມຄອງ ແລະ ປະຕິບັດການໂດຍ SCCM ໄດ້ເພີ່ມຂຶ້ນເຖິງ 20 ລຳ, ເປັນຂີດໝາຍການພັດທະນາອັນສຳຄັນໃນຍຸດທະສາດການຂະຫຍາຍຂະໜາດ ແລະ ຍົກສູງຄວາມສາມາດຂົນສົ່ງທາງທະເລຂອງວິສາຫະກິດ.
ການຈັດວາງ M/V HD SUN ບໍ່ພຽງແຕ່ເພີ່ມທະວີຄວາມສາມາດໃນການຂົນສົ່ງສິນຄ້າເທົ່ານັ້ນ ແຕ່ຍັງເປີດໂອກາດໃນການປັບປຸງການຜະລິດ ແລະ ປະສິດທິພາບທຸລະກິດ, ປະກອບສ່ວນຢັ້ງຢືນທີ່ຕັ້ງ ແລະຊື່ສຽງຂອງ Vitranschart ໃນຂົງເຂດການຂົນສົ່ງທາງທະເລສາກົນ.
ທີ່ມາ: https:// vimc .co/vitranschart-tiep-nhan-tau-moi-nang-cao-nang-luc-doi-tau/
(0)