| ເຄື່ອງກວດຈັບຊີວິດສາມາດຖືກນໍາໃຊ້ໃນການດໍາເນີນງານຄົ້ນຫາແລະກູ້ໄພຫຼັງຈາກແຜ່ນດິນໄຫວ. (ພາບປະກອບ: CGTN) |
ໃນບົດຄວາມທີ່ພິມເຜີຍແຜ່ໃນວັນທີ 28 ກໍລະກົດນີ້, ທ່ານ Qi Qingjie, ນັກວິທະຍາສາດຊັ້ນນຳຂອງກຸ່ມ ວິ ສະວະກຳແລະເຕັກໂນໂລຊີຖ່ານຫີນຂອງຈີນປະກາດວ່າ ຜົນການທົດສອບໃນພາກສະໜາມໄດ້ສະແດງໃຫ້ເຫັນວ່າເຄື່ອງກວດຈັບຊີວິດສາມາດສົ່ງສັນຍານຜ່ານວັດຖຸບໍ່ເປັນໂລຫະເຊັ່ນຝາດິນຈີ່, ກະດານໄມ້, ຄອນກຣີດແລະດິນ.
ເຄື່ອງກວດຈັບສາມາດ "ຈັບ" ສັນຍານທີ່ສໍາຄັນຂອງຜູ້ລອດຊີວິດ, ເຊັ່ນ: ການຫາຍໃຈແລະການເຕັ້ນຂອງຫົວໃຈ, ພາຍໃນນາທີແລະໃນໄລຍະຫ່າງເຖິງ 30m.
ອຸປະກອນນີ້ສາມາດຖືກນໍາໃຊ້ໃນການດໍາເນີນງານຄົ້ນຫາແລະກູ້ໄພຫຼັງຈາກແຜ່ນດິນໄຫວ, ໄພພິບັດທາງທໍລະນີສາດແລະດິນເຈື່ອນ.
ທີມວິໄຈໄດ້ດໍາເນີນການກວດຫາສັນຍານຊີວິດ ແລະການທົດລອງສະຖານທີ່ໃນສະຖານະການຈໍາລອງຫຼັງໄພພິບັດຕ່າງໆ ເຊັ່ນ: ຕຶກອາຄານສູງລົ້ມຍ້ອນແຜ່ນດິນໄຫວ ເພື່ອທົດສອບປະສິດທິພາບ ແລະຄວາມຖືກຕ້ອງຂອງເຄື່ອງກວດຈັບຊີວິດ.
ທີ່ມາ






(0)