| ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ Bui Thanh Son ແລະ ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong. |
ທີ່ການພົບປະ, 2 ຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າ ແລະ ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງທີ່ຈະມາເຖິງ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ ຄັ້ງທີ 7 ແລະ ອື່ນໆ, ລັດຖະມົນຕີ 2 ປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລະບົບການຄ້າຫຼາຍຝ່າຍທີ່ເປີດກວ້າງ ແລະ ເສລີ ບົນພື້ນຖານກົດລະບຽບຂອງ WTO ແລະ ເຫັນດີເພີ່ມທະວີການຮ່ວມມືແກ້ໄຂບັນດາຮົ້ວກີດຂວາງດ້ານການຄ້າ, ເປີດກວ້າງການເຂົ້າເຖິງຕະຫຼາດ ແລະ ຍາດແຍ່ງເອົາບັນດາກົນໄກ ເສດຖະກິດ ແລະ ສັນຍາການຄ້າເສລີເຊິ່ງ 2 ປະເທດເປັນສະມາຊິກ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ສະເໜີ 2 ປະເທດຄວນຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບແຮງງານຂະແໜງ ກະສິກຳ , ປຶກສາຫາລືເພື່ອແນໃສ່ລົງນາມໃນບົດບັນທຶກຊ່ວຍເຫຼືອດ້ານເສດຖະກິດດິຈິຕອນ; ອົດສະຕາລີ ຄວນເພີ່ມໂຄຕາໂດຍໄວ, ເປີດກວ້າງກາລະໂອກາດໃຫ້ຄົນງານຫວຽດນາມ ມີຄວາມຊຳນານສູງໃນບັນດາຂົງເຂດຄື: ສາທາລະນະສຸກ, ການບໍລິການທ່ອງທ່ຽວ ແລະ IT ກໍ່ຄືສ້າງເງື່ອນໄຂສະດວກໃຫ້ບັນດານັກສຶກສາ ຫວຽດນາມ ໄປຮ່ຳຮຽນຢູ່ ອົດສະຕາລີ.
| ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ, ຫວຽດນາມ ຕີລາຄາສູງບົດບາດ, ການປະກອບສ່ວນ ແລະ ຄຳໝັ້ນສັນຍາຂອງ ອົດສະຕາລີ ຕໍ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. |
ທ່ານລັດຖະມົນຕີ Penny Wong ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອົດສະຕາລີ ໃນພາກພື້ນ ແລະ 2 ຝ່າຍຮ່ວມມືຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດພາກພື້ນ ແລະ ສາກົນ; ເຫັນດີວ່າ ອົດສະຕາລີ ຄວນເພີ່ມທະວີການແລກປ່ຽນປະສົບການ ແລະເຕັກໂນໂລຢີກັບຫວຽດນາມ ກ່ຽວກັບການຫັນເປັນສີຂຽວ, ກໍ່ສ້າງຕະຫຼາດກາກບອນ, ຫັນເປັນດີຈີຕອນ ແລະເຕັກໂນໂລຢີທີ່ພົ້ນເດັ່ນ.
ໃນຂອບເຂດພາກພື້ນ ແລະ ສາກົນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ Bui Thanh Son ຢືນຢັນວ່າ ຫວຽດນາມ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນ ແລະ ຄຳໝັ້ນສັນຍາຂອງ ອົດສະຕາລີ ຕໍ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີບັນຫາທະເລຕາເວັນອອກ; ແລະ ຊຸກຍູ້ໃຫ້ອົດສະຕາລີຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເພື່ອການພັດທະນາແບບຍືນຍົງຂອງອະນຸພາກພື້ນ. 2 ຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບວິທີຊຸກຍູ້ ແລະ ປະຕິບັດຕາມກົດໝາຍສາກົນ, ຜ່ານນັ້ນສົມທົບກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ທີ່ມາ: https://baoquocte.vn/viet-nam-australia-chia-se-kinh-nghiem-chuyen-doi-xanh-so-hoa-va-cong-nghe-moi-noi-320576.html






(0)