ສະຖານທູດເມັກຊິໂກ ປະຈຳຫວຽດນາມ, ສະພາການຄ້າຕ່າງປະເທດຂອງເມັກຊິໂກຕາເວັນຕົກ ແລະ ທະນາຄານການຄ້າຕ່າງປະເທດເມັກຊິໂກ (Bancomext-Nafin) ໄດ້ເປີດເຜີຍເອກະສານ “ຫວຽດນາມ ສຳລັບວິສາຫະກິດເມັກຊິໂກ: ຄູ່ມືວິສາຫະກິດ”.
ເອກະສານ “ຫວຽດນາມ ສຳລັບວິສາຫະກິດເມັກຊິໂກ: ຄູ່ມືວິສາຫະກິດ”. |
ນີ້ແມ່ນປຶ້ມຄູ່ມືດຳເນີນທຸລະກິດສະບັບທຳອິດທີ່ສະແດງໃຫ້ເຫັນຄວາມດຶງດູດຂອງຕະຫຼາດຫວຽດນາມ ແລະ ບັນດາກາລະໂອກາດທີ່ສະເໜີໃຫ້ບັນດາວິສາຫະກິດເມັກຊິກ.
ເອກະສານສະບັບນີ້ແນະນຳບັນດາກາລະໂອກາດດຳເນີນທຸລະກິດໃນຂອບເຂດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ເພື່ອແນໃສ່ສະໜອງໃຫ້ວິສາຫະກິດ ເມັກຊິໂກ ມີເຄື່ອງມືດີທີ່ສຸດເພື່ອເຂົ້າເຖິງຕະຫຼາດຫວຽດນາມ ຢ່າງໝັ້ນຄົງ ແລະ ມີປະສິດທິຜົນ.
ເອກະສານລວມມີ 13 ໝວດຂໍ້ມູນຕົວຈິງກ່ຽວກັບ ເສດຖະກິດ , ການຄ້າຕ່າງປະເທດຂອງຫວຽດນາມ, ເປັນຕົ້ນແມ່ນການຄ້າສອງຝ່າຍລະຫວ່າງ ເມັກຊິໂກ ແລະ ຫວຽດນາມ, ບັນດາຂະແໜງການ, ຜະລິດຕະພັນ ແລະ ກາລະໂອກາດຂອງວິສາຫະກິດ ເມັກຊິໂກ ໃນຕະຫຼາດນີ້, ເຄື່ອງມືທີ່ເປັນປະໂຫຍດກ່ຽວກັບສັນຍາ CPTPP, ງານຕະຫຼາດນັດອຸດສາຫະກຳຢູ່ ຫວຽດນາມ, ເປັນຕົ້ນແມ່ນການພົວພັນຮ່ວມມືກັບປະເທດນີ້ ແລະ ມີຫຼາຍຫົວຂໍ້.
ຄູ່ມືການເຮັດທຸລະກິດນີ້ມີຢູ່ໃນຮູບແບບເອເລັກໂຕຣນິກ ແລະມີຢູ່ໃນເວັບໄຊຂອງສະຖານທູດເມັກຊິໂກ ປະຈຳຫວຽດນາມ: https://embamex.sre.gob.mx/vietnam/, ເຊັ່ນດຽວກັນກັບເວັບໄຊດັ່ງຕໍ່ໄປນີ້: https://www.bancomext.com/ https://www.nafin.com/portalnf/content/home/home.html http://comceocte.org.mx/ |
ຕາມການຕີລາຄາຂອງເມັກຊິໂກແລ້ວ, ຫວຽດນາມ ແມ່ນປະເທດມີພົນລະເມືອງ 100 ລ້ານກວ່າຄົນ, ເຊື່ອມໂຍງເຂົ້າກັບຕາໜ່າງການຄ້າທົ່ວໂລກ, ດ້ວຍລະດັບເຕີບໂຕເສດຖະກິດສະເລ່ຍ 7% ຕໍ່ປີໃນຫຼາຍທົດສະວັດຜ່ານມາ, ເຮັດໃຫ້ ຫວຽດນາມ ກາຍເປັນຕະຫຼາດທີ່ດຶງດູດທີ່ສຸດຂອງປະເທດອາເມລິກາລາຕິນນີ້.
ໃນບັນດາປະເທດສະມາຊິກອາຊຽນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງເມັກຊິໂກ ແລະ ເປັນຜູ້ສະໜອງໃຫຍ່ອັນດັບ 7 ໃນທົ່ວໂລກ. ການຄ້າສອງຝ່າຍລະຫວ່າງເມັກຊິໂກແລະຫວຽດນາມໄດ້ຮັບການຂະຫຍາຍຕົວນັບແຕ່ສັນຍາ CPTPP ມີຜົນສັກສິດສຳລັບທັງສອງປະເທດ.
ທີ່ມາ
(0)