| ທ່ານເອກອັກຄະລັດຖະທູດ Do Hung Viet, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ກ່າວຄຳປາໄສທີ່ກອງປະຊຸມ. |
ທ່ານຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດຮັບຜິດຊອບວຽກງານຮັກສາສັນຕິພາບແລະການເມືອງພ້ອມກັບຜູ້ຕາງໜ້າ 70 ກວ່າປະເທດໄດ້ກ່າວຄຳປາໄສທີ່ກອງປະຊຸມ, ຢືນຢັນວ່າ, ການເຄື່ອນໄຫວຮັກສາສັນຕິ ພາບ ຂອງສະຫະປະຊາຊາດແມ່ນເຄື່ອງມືທີ່ຈຳເປັນເພື່ອສະໜັບສະໜູນການແກ້ໄຂຄວາມຂັດແຍ່ງ, ຊຸກຍູ້ຂະບວນການການເມືອງ ແລະ ປົກປ້ອງພົນລະເຮືອນ.
ບັນດາຜູ້ແທນສ່ວນໃຫຍ່ຕີລາຄາວ່າ ການປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ຈາກສະພາບແວດລ້ອມດ້ານຄວາມໝັ້ນຄົງ ແລະ ພູມສາດການເມືອງ ທີ່ສັບສົນ, ແຫຼ່ງເງິນທີ່ຈຳກັດ, ເປັນຕົ້ນແມ່ນໄພຂົ່ມຂູ່ຕໍ່ຄວາມປອດໄພຂອງກຳລັງຮັກສາສັນຕິພາບ.
ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ Do Hung Viet, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບແມ່ນໜຶ່ງໃນບັນດາຕົວຢ່າງທີ່ແທດຈິງ ແລະ ແຈ້ງຂາວທີ່ສຸດຂອງລັດທິຫຼາຍຝ່າຍ, ແຕ່ຕ້ອງໄດ້ຮັບການປັບປຸງ ແລະ ດັດປັບໃຫ້ແທດເໝາະກັບສະພາບການສາກົນໃໝ່.
ບົນພື້ນຖານນັ້ນ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ສະເໜີ 4 ກຸ່ມແກ້ໄຂບັນຫາທີ່ຕ້ອງໄດ້ຮັບບຸລິມະສິດເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງ.
ກ່ອນອື່ນໝົດ , ການປະຕິບັດໜ້າທີ່ຮັກສາສັນຕິພາບຕ້ອງເອົາໃຈໃສ່ເປັນພິເສດເຖິງການປົກປ້ອງພົນລະເຮືອນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງກຳນົດວ່ານີ້ແມ່ນວຽກງານໃຈກາງ, ເພື່ອໃຫ້ພາລະກິດດັ່ງກ່າວກາຍເປັນການໜູນຊ່ວຍຂອງປະຊາຄົມເຈົ້າພາບຢ່າງແທ້ຈິງ.
ອັນທີສອງ , ສະຫະປະຊາຊາດ ແລະບັນດາຄະນະຕ້ອງເພີ່ມທະວີຄວາມມານະພະຍາຍາມໄກ່ເກ່ຍເພີ່ມເຕີມ, ຊຸກຍູ້ ການທູດ ປ້ອງກັນ, ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງເລຂາທິການໃຫຍ່, ໜູນຊ່ວຍແກ້ໄຂບັນດາຂໍ້ຂັດແຍ່ງຢູ່ຮາກຖານ, ແທນທີ່ຈະຢຸດຕິການຮັບມືກັບວິກິດການ.
ທີສາມ , ບັນດາປະເທດສະມາຊິກຕ້ອງປະຕິບັດພັນທະດ້ານການເງິນຢ່າງຄົບຖ້ວນ ແລະ ທັນການ, ເຊື່ອມໂຍງເຂົ້າກັບບັນດາການກະທຳທີ່ແທດຈິງ.
ທີສີ່, ອົງການສະຫະປະຊາຊາດຕ້ອງເພີ່ມທະວີການກວດກາ ແລະ ຖອດຖອນບົດຮຽນຈາກບັນດາການເຄື່ອນໄຫວໃນຫຼາຍທົດສະວັດທີ່ຜ່ານມາ, ລວມທັງການຮັກສາສັນຕິພາບ ແລະ ການກໍ່ສ້າງສັນຕິພາບພາຍຫຼັງການປະທະກັນ, ເປັນພື້ນຖານເພື່ອຜັນຂະຫຍາຍປະຕິບັດວຽກງານໃນສະພາບການໃໝ່.
ທ່ານເອກອັກຄະລັດຖະທູດ Do Hung Viet ຢືນຢັນວ່າ, ພາຍຫຼັງ 1 ທົດສະວັດການເຂົ້າຮ່ວມຢ່າງກົງໄປກົງມາເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຫວຽດນາມ ຍາມໃດກໍ່ຖືວ່າ ລັດທິຫຼາຍຝ່າຍແມ່ນເສັ້ນທາງອັນໝັ້ນຄົງເພື່ອບັນລຸໄດ້ ແລະ ຮັກສາສັນຕິພາບສາກົນແບບຍືນຍົງ. ຫວຽດນາມ ຈະພ້ອມກັບບັນດາຄູ່ຮ່ວມມືເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ.
ທີ່ມາ: https://baoquocte.vn/viet-nam-khang-dinh-cam-ket-doi-voi-tuong-lai-hoat-dong-gin-giu-hoa-binh-lien-hop-quoc-327190.html






(0)