ເວທີປາໄສການລົງທຶນຫວຽດນາມ - OECD ແມ່ນໜຶ່ງໃນບັນດາເຫດການຈັດຕັ້ງໃນຂອບເຂດໂຄງການ OECD ອາຊີຕາເວັນອອກສຽງໃຕ້ (SEARP) ໃນປີ 2023, ໂດຍ ຫວຽດນາມ ແລະ ອົດສະຕາລີ ເປັນປະທານຮ່ວມ. (ພາບ: ຕູ່ນຫວຽດ) |
ເຂົ້າຮ່ວມເວທີປາໄສມີທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງ ແຜນການ ແລະການລົງທຶນ , ເລຂາທິການໃຫຍ່ OECD Mathias Cormann, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງຮຸ່ງ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ການນຳບັນດາກະຊວງ, ສາຂາຈາກບັນດາປະເທດສະມາຊິກ OECD ແລະ ອາຊີຕາເວັນອອກສ່ຽງໃຕ້, ບັນດາອົງການຈັດຕັ້ງສາກົນ, ຊ່ຽວຊານ ແລະຜູ້ຕາງໜ້າປະຊາຄົມວິສາຫະກິດທັງພາຍໃນ ແລະ ຕ່າງປະເທດຈຳນວນຫຼວງຫຼາຍເຂົ້າຮ່ວມທັງທາງອິນເຕີເນັດ.
ເວທີປາໄສໄດ້ປຶກສາຫາລືຫຼາຍຫົວເລື່ອງສຳຄັນຂອງຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນການດຶງດູດການລົງທຶນທີ່ມີຄຸນນະພາບສູງ ແລະ ຍືນຍົງ, ທ່າອ່ຽງໃໝ່, ລະບຽບການ ແລະ ມາດຕະຖານຂອງການລົງທຶນຂອງໂລກ. ເວທີປາໄສຍັງໄດ້ສະເໜີຖະແຫຼງການ OECD ກ່ຽວກັບການລົງທຶນສາກົນ ແລະ ວິສາຫະກິດຂ້າມຊາດ, ມາດຕະການດຶງດູດການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ, ລະດົມການລົງທຶນເອກະຊົນເຂົ້າໃນການຫັນເປັນສີຂຽວ ແລະ ພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໄດ້ຕີລາຄາສູງຄວາມສຳຄັນຂອງເວທີປາໄສການລົງທຶນ ຫວຽດນາມ - OECD ໃນການສ້າງກາລະໂອກາດໃຫ້ລັດຖະບານ, ວິສາຫະກິດ ແລະ ນັກຊ່ຽວຊານ ດ້ານເສດຖະກິດ ແລກປ່ຽນ ແລະ ສະເໜີບັນດາມາດຕະການແກ້ໄຂ ແລະ ນະໂຍບາຍດຶງດູດການລົງທຶນທີ່ມີຄຸນນະພາບສູງ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ໝັ້ນຄົງ. (ພາບ: ຕູ່ນຫວຽດ) |
ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເນັ້ນໜັກວ່າ ດ້ວຍນະໂຍບາຍຄັດເລືອກດຶງດູດການລົງທຶນຈາກຕ່າງປະເທດ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຊີ ແລະ ການປົກປັກຮັກສາສິ່ງແວດລ້ອມເປັນຕົ້ນຕໍ, ຫວຽດນາມ ໃຫ້ບຸລິມະສິດດຶງດູດບັນດາໂຄງການລົງທຶນໃນບັນດາຂະແໜງອຸດສາຫະກຳ ແລະ ຂົງເຂດຄື: ເສດຖະກິດຂຽວ, ເສດຖະກິດດີຈີຕອນ, ເສດຖະກິດວົງຈອນ, ຜະລິດ semiconductor, ພະລັງງານໃໝ່ (ເຊັ່ນ: ໄຮໂດຣເຈນ), ພະລັງງານທົດແທນ ແລະ ອື່ນໆ.
ທ່ານລັດຖະມົນຕີ ປາດຖະໜາວ່າ OECD ແລະ ບັນດາຄູ່ຮ່ວມມືຕ່າງປະເທດຈະສືບຕໍ່ຮ່ວມມື, ສະໜັບສະໜູນ ແລະ ພ້ອມກັບຫວຽດນາມ ໃນການປຶກສາຫາລື, ສະເໜີນະໂຍບາຍ ແລະ ແນວຄວາມຄິດລົງທຶນໃໝ່, ຖ່າຍທອດບັນດາວິທີແກ້ໄຂ ແລະ ເຕັກໂນໂລຊີທັນສະໄໝ, ຮູບແບບເສດຖະກິດໃໝ່, ດຶງດູດແຫຼ່ງທຶນລົງທຶນ, ໜູນຊ່ວຍການພັດທະນາຈາກກອງທຶນລົງທຶນ, ສະຖາບັນການເງິນ ແລະ ໂດຍສະເພາະແມ່ນບັນດາວິສາຫະກິດຂ້າມຊາດ.
ທ່ານເລຂາທິການໃຫຍ່ OECD Mathias Cormann ກ່າວຄຳເຫັນທີ່ເວທີປາໄສການລົງທຶນຫວຽດນາມ - OECD 2023. (ພາບ: ຕູ່ນຫວຽດ) |
ທ່ານເລຂາທິການໃຫຍ່ OECD Mathias Cormann ໄດ້ສະແດງຄວາມປະທັບໃຈຕໍ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ, ໃນຖານະທີ່ເປັນປະເທດອາຊຽນທີ່ຟື້ນຕົວຢ່າງວ່ອງໄວພາຍຫຼັງໂລກລະບາດໂຄວິດ-19.
ທ່ານກ່າວວ່າ, ໃນສະພາບການລົງທຶນຂອງໂລກຫຼຸດລົງ, ຫວຽດນາມ ຍັງແມ່ນປະເທດທີ່ມີການດຶງດູດການລົງທຶນໃຫຍ່, ຢືນອັນດັບ 3 ຢູ່ອາຊີຕາເວັນອອກສ່ຽງໃຕ້ໄລຍະ 2013-2022.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ OECD ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ບັນລຸເປົ້າໝາຍກໍ່ສ້າງພື້ນຖານເສດຖະກິດສີຂຽວ, ຍືນຍົງ ແລະ ມີປະສິດທິຜົນ ໂດຍຜ່ານແຜນການເຄື່ອນໄຫວປະຕິບັດບົດບັນທຶກຄວາມເຂົ້າໃຈ ຫວຽດນາມ - OECD ໄລຍະ 2022 – 2026, ພິເສດແມ່ນຜ່ານ 3 ຂົງເຂດສຳຄັນຄື: ໜູນຊ່ວຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ; ປະຕິບັດການປະຕິຮູບເພື່ອດຶງດູດການລົງທຶນທີ່ມີຄຸນນະພາບສູງ; ແລະ ໜູນຊ່ວຍ ຫວຽດນາມ ປະຕິບັດພາສີຂັ້ນຕ່ຳທົ່ວໂລກ.
ກອງປະຊຸມປຶກສາຫາລືຄັ້ງທຳອິດທີ່ເວທີປາໄສການລົງທຶນຫວຽດນາມ - OECD 2023 ດ້ວຍຫົວຂໍ້ວ່າ: ດຶງດູດການລົງທຶນແບບຍືນຍົງ ແລະ ມີຄຸນນະພາບຢູ່ຫວຽດນາມ. (ພາບ: ຕູ່ນຫວຽດ) |
ທີ່ການສົນທະນາ, ບັນດານັກປາໄສໃຫ້ຄຳເຫັນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດໝາຍດຶງດູດການລົງທຶນ ແລະ ດຳເນີນທຸລະກິດໃນພາກພື້ນຢ່າງຍາວນານ, ພິເສດແມ່ນມີຄວາມສາມາດບົ່ມຊ້ອນໃນຂົງເຂດເຕັກໂນໂລຊີສູງ, ເຕັກໂນໂລຊີການເງິນ, ເຕັກໂນໂລຢີພະລັງງານໃໝ່.
ເພື່ອສືບຕໍ່ດຶງດູດການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ, ຫວຽດນາມ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຕ້ອງຮັກສາເງື່ອນໄຂສະດວກໃຫ້ແກ່ການພັດທະນາເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ພັດທະນາເສດຖະກິດຂຽວ. ນອກນັ້ນ, ຕ້ອງດຶງດູດ FDI ໃຫ້ມີຄຸນນະພາບ, ໃນນັ້ນມີການຊຸກຍູ້ບັນດາແຫຼ່ງລົງທຶນທີ່ຮັບໃຊ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແມ້ງຮຸ່ງ ກ່າວຄຳເຫັນທີ່ເວທີປາໄສ. (ພາບ: ຕູ່ນຫວຽດ) |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນແມ້ງຮຸ່ງ ເນັ້ນໜັກວ່າ: ສະພາບແວດລ້ອມແຫ່ງການລົງທຶນທົ່ວໂລກໄດ້ນຳມາເຊິ່ງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຮຽກຮ້ອງໃຫ້ລັດຖະບານ ແລະ ບັນດາວິສາຫະກິດປັບປຸງບັນດາມາດຖານ, ລະບຽບການ ແລະ ທ່າອ່ຽງການລົງທຶນຢ່າງທັນການ ເພື່ອແນໃສ່ຜັນຂະຫຍາຍນະໂຍບາຍທັນການເພື່ອຍາດແຍ່ງກາລະໂອກາດ ແລະ ຈຳກັດຄວາມສ່ຽງຈາກການຜັນແປດັ່ງກ່າວ.
ທ່ານຮອງລັດຖະມົນຕີຖືວ່າ: ໃນສະພາບການປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງໃນໂລກ, ພື້ນຖານເສດຖະກິດຫວຽດນາມ ມີສະຖຽນລະພາບມະຫາພາກ, ຮັກສາຈັງຫວະການເຕີບໂຕ ແລະ ເປັນຕາໜ່າງເຊື່ອມໂຍງເຂົ້າກັບການເຄື່ອນໄຫວຈະແມ່ນຈຸດໝາຍແຫ່ງການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ, ແຫຼ່ງທຶນສີຂຽວ ແລະ ເຕັກໂນໂລຢີສີຂຽວຈາກບັນດາຄູ່ຮ່ວມມື ແລະ ນັກລົງທຶນ; ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ OECD ໂດຍຜ່ານການຮ່ວມມື, ແລກປ່ຽນປະສົບການ, ເສີມຂະຫຍາຍກຳລັງຄວາມສາມາດ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຄື: ເສດຖະກິດດີຈີຕອນ, AI, ການຫັນປ່ຽນພະລັງງານ, ພັດທະນາຕະຫຼາດກາກບອນເປັນຕົ້ນ.
ພາບບັນຍາກາດຂອງງານມະຫາກຳ OECD “ເປີດກວ້າງການເຊື່ອມຕໍ່ Broadband ໃນອາຊີຕາເວັນອອກສ່ຽງໃຕ້” ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. (ພາບ: ຕູ່ນຫວຽດ) |
ແລະກໍ່ໃນວັນດຽວກັນ, ງານວາງສະແດງບົດລາຍງານ OECD “ການຂະຫຍາຍການເຊື່ອມຕໍ່ຄວາມກວ້າງຂວາງຢູ່ອາຊີຕາເວັນອອກສ່ຽງໃຕ້” ໄດ້ໄຂຂຶ້ນໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ OECD, ຜູ້ຕາງໜ້າຂັ້ນສູງຂອງອົງການໂທລະຄົມໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ OECD.
ບົດລາຍງານໄດ້ຍົກໃຫ້ເຫັນການຂະຫຍາຍຕົວທີ່ເຂັ້ມແຂງຂອງການເຊື່ອມຕໍ່ບໍລະອົດແບນໃນພາກພື້ນ, ໂດຍສະເພາະແມ່ນໂທລະຄົມນາຄົມໂທລະສັບມືຖືທີ່ມີຜູ້ໃຊ້ 769 ລ້ານຄົນໃນປີ 2022, ເພີ່ມຂຶ້ນສິບເທົ່ານັບຕັ້ງແຕ່ປີ 2010, ແຕ່ຍັງມີຄວາມແຕກຕ່າງຫຼາຍລະຫວ່າງປະເທດໃນພາກພື້ນແລະຊ່ອງຫວ່າງການພັດທະນາລະຫວ່າງຕົວເມືອງແລະຊົນນະບົດ.
ທ່ານເລຂາທິການໃຫຍ່ OECD Mathias Cormann ຢືນຢັນວ່າ OECD ຈະສືບຕໍ່ໜູນຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ການເຊື່ອມຕໍ່ບໍລະອົດແບນຄຸນນະພາບສູງ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ເພີ່ມທະວີການຄ້າ ແລະ ສ້າງພື້ນຖານສຳຄັນເພື່ອດຶງດູດການລົງທຶນຕ່າງປະເທດທີ່ມີຄຸນນະພາບສູງ ແລະ ການເຕີບໂຕແບບຍືນຍົງ.
ທີ່ມາ
(0)