ດຶງດູດບັນດາໂຄງການລົງທຶນທີ່ມີຄຸນນະພາບສູງຈາກຈີນນັບມື້ນັບຫຼາຍກວ່າອີກ ແມ່ນໂອກາດເພື່ອໃຫ້ຫວຽດນາມ ຍົກສູງຄຸນນະພາບ ແລະ ຫັນແຫຼ່ງທຶນ FDI ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການລົງທຶນ 2 ຝ່າຍຢ່າງຕັ້ງໜ້າ.
ໃນຖານະເປັນວິສາຫະກິດຈີນນຳໜ້າຂະບວນການລົງທຶນຢູ່ຫວຽດນາມ, ກຸ່ມກໍ່ສ້າງປະເທດຈີນ ປາຊີຟິກ ໄດ້ລົງທຶນປະມານ 3 ຕື້ USD ໃນຫຼາຍໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນຢູ່ຫວຽດນາມ. ຫລ້າສຸດແມ່ນໂຄງການຂົວ Tu Lien. ຄຽງຄູ່ກັບຄຳໝັ້ນສັນຍາສືບຕໍ່ເພີ່ມທຶນ, ວິສາຫະກິດຍັງສຸມໃສ່ການຮ່ວມມື, ຖ່າຍທອດເຕັກໂນໂລຊີ, ຍົກສູງປະສິດທິຜົນການລົງທຶນຢູ່ຫວຽດນາມ.
ທ່ານ Nghiem Gioi Hoa - ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ເຂດປາຊີຟິກ , ຈີນ ໃຫ້ຮູ້ວ່າ: ໃນປີໜ້າ, ພວກເຮົາຄາດວ່າຈະເພີ່ມແຫຼ່ງທຶນລົງທຶນຢ່າງໜ້ອຍ 500 ລ້ານ USD/ປີ, ບໍ່ພຽງແຕ່ທຶນຮອນເທົ່ານັ້ນ, ບັນດາວິສາຫະກິດຂອງຈີນ ຍັງຈະນຳມາເຊິ່ງແຫຼ່ງທຶນ, ເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນອື່ນໆໃຫ້ແກ່ຫວຽດນາມ”.
ດ້ວຍມາດຖານດຽວກັນ, ຜູ້ຕາງໜ້ານັກທຸລະກິດຈີນປະມານ 250 ຄົນໄດ້ເຂົ້າຮ່ວມເວທີປາໄສສົ່ງເສີມ ການທ່ອງທ່ຽວ ແລະ ການລົງທຶນຫວຽດນາມ - ຈີນ ຢູ່ ປັກກິ່ງ, ເພື່ອເຊື່ອມຕໍ່ໂດຍກົງກັບວິສາຫະກິດ ແລະ ຊອກຫາກາລະໂອກາດລົງທຶນຢູ່ທ້ອງຖິ່ນຂອງຫວຽດນາມ.
ທ່ານຊູດັງຕວນ, ເລຂາທິການໃຫຍ່ສູນກາງຈີນ-ອາຊຽນກ່າວວ່າ: "ວິສາຫະກິດຈີນມີຄວາມສົນໃຈຫຼາຍໃນຂົງເຂດເຊັ່ນ: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດໄດ້ພັດທະນາຈາກການຄ້າງ່າຍດາຍໄປສູ່ການຮ່ວມມືດ້ານການລົງທຶນແລະການຮ່ວມມືນະວັດຕະກຳ".
ປີ 2024, ການລົງທຶນໂດຍກົງຈາກຕ່າງປະເທດຂອງຈີນ (FDI) ຢູ່ ຫວຽດນາມ ບັນລຸ 4,7 ຕື້ USD. ໃນ 8 ເດືອນຕົ້ນປີນີ້, ຍອດຈຳນວນທຶນບັນລຸ 3,13 ຕື້ USD, ເພີ່ມຂຶ້ນ 37,6%. ປະຈຸບັນ, ຈີນໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 3 ຢູ່ຫວຽດນາມ.
ທີ່ມາ: https://vtv.vn/viet-nam-thu-hut-nhieu-du-an-dau-tu-chat-luong-cao-tu-trung-quoc-100250922202026823.htm
(0)