[embed]https://www.youtube.com/watch?v=U1D_eFpZLYc[/embed]
ຕາມຕົວເລກສະຖິຕິ, 4 ເດືອນຕົ້ນປີ 2024, ຈຳນວນວິສາຫະກິດສ້າງຕັ້ງໃໝ່ໄດ້ເພີ່ມຂຶ້ນໃນບັນດາກຸ່ມທຸລະກິດທີ່ຂຶ້ນທະບຽນ 17/17. 19/27 ເມືອງ, ນະຄອນ ມີຈຳນວນວິສາຫະກິດສ້າງຕັ້ງໃໝ່ເທົ່າກັນ ຫຼື ສູງກວ່າເມື່ອທຽບໃສ່ໄລຍະດຽວກັນ. ພິເສດ, ຫຼາຍທ້ອງຖິ່ນມີວິສາຫະກິດສ້າງຕັ້ງຂຶ້ນໃໝ່ຢ່າງຫຼວງຫຼາຍຄື: ບິມເຊີນ, ໂທຊວນ, ໜອງກົງ, ຮ່າຢາງ, ກວາງຮ່ວາ.

ປີ 2024, ແຂວງແທງຮ໋ວາ ສູ້ຊົນສ້າງຕັ້ງວິສາຫະກິດໃໝ່ 3.000 ແຫ່ງຂຶ້ນໄປ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ບັນດາຂະແໜງການ, ທ້ອງຖິ່ນພວມສືບຕໍ່ສຸມໃສ່ຊຸກຍູ້, ປະຕິບັດບັນດາກົນໄກ, ນະໂຍບາຍຂອງສູນກາງ, ແຂວງຢ່າງມີປະສິດທິຜົນ, ສຸມໃສ່ປະຕິບັດກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ, ນະໂຍບາຍໜູນຊ່ວຍພັດທະນາວິສາຫະກິດແຂວງ ແທງຮວາ ໄລຍະ 2022-2026. ພ້ອມກັນນັ້ນ, ຕ້ອງຍູ້ແຮງການປະຕິຮູບດ້ານບໍລິຫານ; ປະຕິບັດບັນດາໂຄງການຝຶກອົບຮົມເພື່ອຍົກສູງຄວາມສາມາດຄຸ້ມຄອງໃຫ້ແກ່ວິສາຫະກິດ, ໜູນຊ່ວຍບັນດາການເຄື່ອນໄຫວຜະລິດ ແລະ ທຸລະກິດ.
ທີ່ມາ: 4pm ຂ່າວ TTV
ທີ່ມາ






(0)