
ຕາມກົມແຜນການ ແລະ ການລົງທຶນແຂວງ ຫາຍເຢືອງ ແລ້ວ, 4 ເດືອນຕົ້ນປີ 2024, ທົ່ວແຂວງມີວິສາຫະກິດສ້າງຕັ້ງໃໝ່ 650 ແຫ່ງ ດ້ວຍຍອດຈຳນວນທຶນຈົດທະບຽນ 5.817 ຕື້ດົ່ງ, ເພີ່ມຂຶ້ນ 6,9% ຈຳນວນວິສາຫະກິດ ແລະ 9,3% ຍອດຈຳນວນທຶນຈົດທະບຽນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນໄລຍະດຽວກັນ, ບັນດາວິສາຫະກິດໃນແຂວງຍັງໄດ້ພັດທະນາສາຂາ ແລະ ຫ້ອງການຜູ້ຕາງໜ້າຕື່ມອີກ 226 ແຫ່ງ, ແລະ ດຳເນີນທຸລະກິດຄືນໃໝ່ 279 ແຫ່ງ. ແນວໃດກໍດີ, ມີວິສາຫະກິດ 725 ແຫ່ງທີ່ໄດ້ລົງທະບຽນໂຈະການເຄື່ອນໄຫວຊົ່ວຄາວ, ເພີ່ມຂຶ້ນ 21,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ປະຈຸບັນ, ແຂວງ ຫາຍເຢືອງ ມີວິສາຫະກິດຈົດທະບຽນປະມານ 20.000 ແຫ່ງ, ໃນນັ້ນສ່ວນໃຫຍ່ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 220.000 ຕື້ດົ່ງ. ແຂວງພະຍາຍາມເພີ່ມຈຳນວນວິສາຫະກິດສ້າງຕັ້ງໃໝ່ໃຫ້ໄດ້ 15% ໃນປີ 2024 ເມື່ອທຽບໃສ່ປີ 2023.
NMທີ່ມາ







(0)