ເຂດແນະນຳບັນດາຜະລິດຕະພັນເຕັກໂນໂລຊີດີຈີຕອນຢູ່ກອງປະຊຸມວິທະຍາສາດປະຕິບັດມະຕິເລກທີ 57-NQ/TW ຂອງ ກົມການເມືອງ ແຂວງ ດົ່ງນາຍ ເດືອນ 3/2025. ພາບ: ລຳຟອງ |
ຕາມດຳລັດສະບັບນີ້, ມີທັງໝົດ 78 ໜ້າວຽກທີ່ໄດ້ແບ່ງຂັ້ນຄຸ້ມຄອງ ແລະ ມອບໝາຍໃຫ້ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ. ໃນນັ້ນ, 16 ໜ້າທີ່ແມ່ນໄດ້ຮັບການມອບໝາຍ, ໝາຍຄວາມວ່າທ້ອງຖິ່ນແມ່ນໄດ້ມອບສິດອຳນາດຢ່າງຄົບຖ້ວນໃນການຕັດສິນ ແລະ ຮັບຜິດຊອບຕໍ່ໝາກຜົນການປະຕິບັດ; 62 ວຽກງານແມ່ນໄດ້ມອບ-ໝາຍໃຫ້ທ້ອງຖິ່ນປະຕິບັດ ແຕ່ຍັງຢູ່ໃນຂອບເຂດການຊີ້ນຳ ແລະ ຊີ້ນຳຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ກ່ຽວກັບວຽກງານແບ່ງຂັ້ນ, ໃນຂົງເຂດໂທລະຄົມ, ທ້ອງຖິ່ນໄດ້ຮັບອະນຸຍາດໃຫ້ແກ່ການສະໜອງການບໍລິການໂທລະຄົມຄົງທີ່, ແກ້ໄຂບັນດາການກະທຳລະເມີດ ແລະ ຮຽກຮ້ອງຢຸດຕິການບໍລິການ. ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານແລະການຫັນເປັນດິຈິຕອນ, ທ້ອງຖິ່ນໄດ້ຮັບອະນຸຍາດໃຫ້ການພັດທະນາແລະປະຕິບັດຍຸດທະສາດການຫັນເປັນດິຈິຕອນຂອງຕົນ.
ດ້ານຊັບສິນທາງປັນຍາ ແລະ ຊັບສິນອຸດສາຫະກຳ, ຄະນະກຳມະການປະຊາຊົນແຂວງມີອຳນາດຕັດສິນໃນການດຳເນີນຄຳຮ້ອງຂໍສິດທິບັດ, ສ້າງຕັ້ງສິດເປັນເຈົ້າຂອງ, ຄຸ້ມຄອງບັນດາການລະເມີດລິຂະສິດພາຍໃນທ້ອງຖິ່ນ.
ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ບັນດາທ້ອງຖິ່ນສາມາດປະເມີນຕົນເອງ ແລະ ຮັບຮອງເອົາວຽກງານຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຂັ້ນແຂວງ, ຕາມທິດພັດທະນາ ເສດຖະກິດ -ສັງຄົມຂອງທ້ອງຖິ່ນ. ກ່ຽວກັບການຖ່າຍທອດເຕັກໂນໂລຊີ, ທ້ອງຖິ່ນໄດ້ຮັບສິດຕີລາຄາ ແລະ ອະນຸມັດສັນຍາການຖ່າຍທອດເຕັກໂນໂລຢີ, ແລະ ອະນຸຍາດໃຫ້ສ້າງຕັ້ງບັນດາອົງການວິທະຍາສາດ ແລະ ສາຂາທີ່ມີບັນດາອົງການຕ່າງປະເທດ. ນອກນີ້, ຍັງມີ 62 ວຽກງານການແບ່ງຂັ້ນຄຸ້ມຄອງ-ມອບໝາຍໃຫ້ທ້ອງຖິ່ນຕ່າງໆ ແຕ່ຍັງຢູ່ໃນຂອບເຂດການຊີ້ນໍາ-ນໍາພາຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ດຳລັດ ເລກທີ 133/2025/ນຍ-CP ຄາດວ່າຈະສ້າງບາດກ້າວບຸກທະລຸໃນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ທ້ອງຖິ່ນ, ພ້ອມກັນນັ້ນ ກໍ່ເປັນບາດກ້າວເລີ່ມຕົ້ນ, ສະແດງໃຫ້ເຫັນຈິດໃຈປະດິດສ້າງແນວຄິດຄຸ້ມຄອງລັດໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.
ລຳພູວົງ
ທີ່ມາ: https://baodongnai.com.vn/dong-nai-nghi-quyet-57/202506/78-nhiem-vu-ve-khoa-hoc-va-cong-nghe-duoc-phan-quyen-phan-cap-cho-cap-tinh-43c2773/
(0)