Vietnam.vn - Nền tảng quảng bá Việt Nam

ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ການ​ພົວ​ພັນ​ກັບ​ຫວຽດ​ນາມ, ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

VTV.vn - ທ່ານນາຍົກລັດຖະມົນຕີ Anthony Albanese ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ໜູນ​ຊ່ວຍ ODA ​ໃຫ້​ແກ່​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ.

Đài truyền hình Việt NamĐài truyền hình Việt Nam27/10/2025

ຕອນ​ບ່າຍ​ວັນ​ທີ 27/10, ຢູ່​ນະຄອນຫຼວງກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 47 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ.

Thủ tướng Anthony Albanese: Australia luôn ưu tiên quan hệ với Việt Nam, đối tác hàng đầu tại Đông Nam Á - Ảnh 1.

ທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese - ພາບ: VGP/Nhat Bac

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ຝາກ​ຄວາມ​ຢື້ຢາມ​ຖາມ​ຂ່າວ​ເຖິງ​ການ​ນຳ​ອົດ​ສະ​ຕາ​ລີ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ຄຸ້ມ​ຄອງ, ສະຖຽນ​ລະ​ພາບ ​ດ້ານ​ເສດຖະກິດ , ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ພັດທະນາ​ປະ​ເທດ​ຊາດ​ຂອງ​ລັດຖະບານ​ແຮງ​ງານ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ທ່ານ​ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ພົວພັນ 2 ຝ່າຍ; ເຫັນດີຊຸກຍູ້ການຢ້ຽມຢາມ ແລະ ພົບປະຂັ້ນສູງທຸກຂັ້ນຜ່ານທຸກຊ່ອງທາງ ແລະ ເພີ່ມທະວີການປະສານງານ ເພື່ອເຮັດໃຫ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຍັງ​ມີ​ຫຼາຍ​ຊ່ອງ​ຫວ່າງ​ໃຫ້​ແກ່​ການ​ຮ່ວມ​ມື, ​ແລະ ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ດຳ​ເນີນ​ງານ​ເພື່ອ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຈັດ​ຕັ້ງ​ບັນດາ​ກົນ​ໄກ​ປຶກສາ​ຫາລື​ເປັນ​ໄລຍະ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ.

Thủ tướng Anthony Albanese: Australia luôn ưu tiên quan hệ với Việt Nam, đối tác hàng đầu tại Đông Nam Á - Ảnh 2.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ຍິນ​ດີ​ຕີ​ລາ​ຄາ​ການ​ພັດ​ທະ​ນາ​ທີ່​ດີ​ແລະ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ - ພາບ: VGP/Nhat Bac

ທ່ານນາຍົກລັດຖະມົນຕີ ສະ​ເໜີ​ບັນດາ​ການ​ເຄື່ອນ​ໄຫວ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໂດຍ​ໄວ, ບັນລຸ​ເປົ້າ​ໝາຍ 20 ຕື້ USD, ພິ​ເສດ​ແມ່ນ​ເປີດ​ກ້ວາງ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນຄ້າ​ຂອງ 2 ຝ່າຍ​ໄປ​ຍັງ​ຕະຫຼາດ​ຂອງ​ແຕ່ລະ​ປະ​ເທດ.

ທ່ານນາຍົກລັດຖະມົນຕີ ຕີລາຄາສູງຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຂອງ ອົດສະຕາລີ ຮອດປີ 2040, ເນັ້ນໜັກວ່າ ການລົງທຶນຂອງອົດສະຕາລີ ຢູ່ ຫວຽດນາມ ໄດ້ເຕີບໂຕຢ່າງຕັ້ງໜ້າ, ພິເສດແມ່ນນັບແຕ່ອົດສະຕາລີ ສ້າງຕັ້ງຫ້ອງການສົ່ງເສີມການລົງທຶນຢູ່ນະຄອນ ໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ 2 ຝ່າຍຊຸກຍູ້ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ພິເສດແມ່ນການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ cyber, ຫັນເປັນດີຈີຕອນ, ໜູນຊ່ວຍອຸປະກອນເພື່ອຍົກສູງກຳລັງຄວາມສາມາດຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ແບ່ງປັນວິໄສທັດ ແລະ ຍຸດທະສາດຂອງ ຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ; ທ່ານ​ຫວັງ​ວ່າ 2 ຝ່າຍ​ຈະ​ມີ​ບາດກ້າວ​ບຸກທະລຸ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້, ພິ​ເສດ​ແມ່ນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ.

Thủ tướng Anthony Albanese: Australia luôn ưu tiên quan hệ với Việt Nam, đối tác hàng đầu tại Đông Nam Á - Ảnh 3.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Anthony Albanese ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ ODA ໃຫ້​ແກ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ - ພາບ: VGP/Nhat Bac.

ທ່ານນາຍົກລັດຖະມົນຕີ Anthony Albanese ຢືນຢັນ​ວ່າ: ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ການ​ພົວພັນ​ກັບ​ຫວຽດນາມ, ຖື​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ເນັ້ນ​ໜັກ​ວ່າ ການ​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ສອງ​ປະ​ເທດ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ໃຫ້​ບຸລິມະສິດ​ໜູນ​ຊ່ວຍ ODA ​ໃຫ້​ແກ່​ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ ພວມ​ມີ​ຄວາມ​ຕ້ອງການ​ຄື: ການ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ພະລັງງານ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເສດຖະກິດ​ວົງ​ຈອນ...

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ ອົດສະຕາລີ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຜ່ານບັນດາກົນໄກນຳພາຂອງ ອາຊຽນ, ບົນພື້ນຖານເຄົາລົບບົດບາດໃຈກາງຂອງ ອາຊຽນ ແລະ ປຶກສາຫາລືກັບ ອາຊຽນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ, ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ຮັດແຄບຊ່ອງຫວ່າງການພັດທະນາ ແລະ ອະນຸພາກພື້ນແມ່ນ້ຳຂອງ.

ທີ່ມາ: https://vtv.vn/australia-always-a-top-partner-in-vietnam-100251027183816779.htm


(0)

No data
No data

ພູພຽງຫີນດົ່ງວັນ - “ພິພິທະພັນທໍລະນີສາດທີ່ຫາຍາກ” ໃນໂລກ
ຊົມ​ເມືອງ​ແຄມ​ທະ​ເລ​ຂອງ​ຫວຽດ​ນາມ​ໃຫ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ໃນ​ໂລກ​ໃນ​ປີ 2026
ຊົມ​ເຊີຍ 'ອ່າວ​ຮ່າ​ລອງ​ເທິງ​ບົກ' ພຽງ​ແຕ່​ໄດ້​ເຂົ້າ​ໄປ​ໃນ​ຈຸດ​ຫມາຍ​ປາຍ​ທາງ​ທີ່​ນິ​ຍົມ​ໃນ​ໂລກ​
ດອກ​ບົວ 'ຍ້ອມ​ສີ' ນິງບິ່ງ​ສີ​ບົວ​ຈາກ​ຂ້າງ​ເທິງ​

ມໍລະດົກ

ຮູບ

ທຸລະກິດ

ຕຶກ​ອາຄານ​ສູງ​ຢູ່​ນະຄອນ​ໂຮ່ຈິ​ມິນ​ຖືກ​ໝອກ​ປົກ​ຫຸ້ມ.

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ