| ບັກນິງ ພວມຍູ້ແຮງຫຼາຍໂຄງການລົງທຶນກໍ່ສ້າງເຮືອນຢູ່ສັງຄົມ. (ທີ່ມາ: ໜັງສືພິມການລົງທຶນ) |
ຜ່ານການກວດກາຄືນ 3 ໂຄງການທີ່ໄດ້ສຳເລັດແລ້ວ 5 ໂຄງການ (ເມື່ອສ້າງສຳເລັດຈະສາມາດຕອບສະໜອງຄວາມຕ້ອງການຫ້ອງແຖວປະມານ 8.860 ຫ້ອງ), ແຂວງ ບັກນິງ ສູ້ຊົນໃຫ້ສຳເລັດຕາມຄາດໝາຍທີ່ ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍ.
ໃນ 5 ເດືອນຕົ້ນປີ, ແຂວງ ບັກນິງ ໄດ້ຜັນຂະຫຍາຍ 2 ໂຄງການບ້ານຈັດສັນສັງຄົມ ພາຍໃນກອງທຶນທີ່ດິນ 20% ຂອງຕົວເມືອງທີ່ຄະນະ ກຳມະການປະຊາຊົນແຂວງ ເລືອກເອົາເປັນຜູ້ລົງທຶນ, ນຳມາໃຫ້ບັນດາໂຄງການ ທີ່ໄດ້ຮັບຄ່າຕອບແທນ, ບຸກເບີກພື້ນທີ່ ແລະ ກະກຽມການລົງທຶນ ແລະ ກໍ່ສ້າງທັງໝົດ 24 ໂຄງການ, ເຊິ່ງເມື່ອສ້າງສຳເລັດຈະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຫ້ອງແຖວປະມານ 53.675 ຫ້ອງ.
ນອກນີ້, ແຂວງຍັງໄດ້ຮັບຮອງເອົານະໂຍບາຍການລົງທຶນ 5 ໂຄງການໃນຕົວເມືອງ ດ້ວຍກອງທຶນທີ່ດິນ 20% ເພື່ອລົງທຶນກໍ່ສ້າງທີ່ຢູ່ອາໄສສັງຄົມ, ເນື້ອທີ່ດິນປຸກສ້າງສັງຄົມທັງໝົດ 29,7 ເຮັກຕາ, ຕອບສະໜອງຄວາມຕ້ອງການຫ້ອງແຖວປະມານ 12.500 ຫ້ອງ.
ຄະນະກຳມະການປະຊາຊົນແຂວງ ບັກນິງ ສືບຕໍ່ຊີ້ນຳໃຫ້ພະແນກກໍ່ສ້າງ ແລະ ບັນດາຂະແໜງການຕ່າງໆ ເລັ່ງລັດຜັນຂະຫຍາຍບັນດາໂຄງການກໍ່ສ້າງໃຫ້ສຳເລັດຮອດປີ 2025, ສຸມໃສ່ບຸກເບີກໜ້າທີ່ໃຫ້ 24 ໂຄງການພວມກະກຽມກໍ່ສ້າງ, ປະກອບສ່ວນຕອບສະໜອງຄວາມຕ້ອງການທີ່ຢູ່ອາໄສຂອງປະຊາຊົນຜູ້ມີລາຍຮັບຕ່ຳ ແລະ ຜູ້ອອກແຮງງານໃຫ້ສຳເລັດຕາມຄາດໝາຍທີ່ໄດ້ຮັບມອບໝາຍຂອງນາຍົກ ລັດ ຖະມົນຕີ.
ພ້ອມກັນນັ້ນ, ຕັ້ງໜ້າໂຄສະນາ ແລະ ເຜີຍແຜ່ມະຕິເລກທີ 201 ຂອງສະພາແຫ່ງຊາດໃຫ້ບັນດາອົງການ, ບຸກຄົນ, ພິເສດແມ່ນບັນດານັກລົງທຶນໂຄງການເຮືອນຢູ່ສັງຄົມໃຫ້ບັນລຸໄດ້ໝາກຜົນດີທີ່ສຸດ.
ທ່ານ ໂງເຕີນເຟືອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ: ປະຕິບັດທິດທາງຂອງລັດຖະບານ, ແຂວງໄດ້ສ້າງຕັ້ງຄະນະຊີ້ນຳແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງ, ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມ; ກວດກາຄືນຢ່າງຕັ້ງໜ້າ ແລະ ວາງແຜນກຳນົດກອງທຶນທີ່ດິນເພື່ອພັດທະນາເຮືອນຢູ່ສັງຄົມ, ໂຄສະນາແຜນການ, ດຶງດູດນັກລົງທຶນ; ຈັດຕັ້ງກອງປະຊຸມປຶກສາຫາລືເພື່ອລົບລ້າງຄວາມຫຍຸ້ງຍາກສໍາລັບນັກລົງທຶນ; ແລະຕັດຂັ້ນຕອນການບໍລິຫານທີ່ກ່ຽວຂ້ອງກັບທີ່ຢູ່ອາໄສຂອງສັງຄົມ.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ສາຂາ, ທ້ອງຖິ່ນເພີ່ມທະວີການໂຄສະນານະໂຍບາຍສັງຄົມເຖິງທຸກຊັ້ນຄົນ; ຮຽກຮ້ອງໃຫ້ນັກລົງທຶນເລັ່ງລັດຄວາມຄືບໜ້າຂອງໂຄງການ; ສຸມໃສ່ການເກັບກູ້ສະຖານທີ່ສໍາລັບໂຄງການທີ່ຢູ່ອາໄສສັງຄົມ; ນັກລົງທືນປະກາດໂຄງການທີ່ຢູ່ອາໄສໃຫ້ສັງຄົມຢ່າງເປີດເຜີຍ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງໂຄງການໄດ້ຢ່າງສະດວກ.
ທີ່ມາ: https://baoquocte.vn/bac-ninh-co-11-du-an-hoan-thanh-5668-can-nha-o-xa-hoi-317949.html






(0)