ທ່ານພົນຈັດຕະວາ ເຈີ່ນແທງຫາຍ, ຮອງຜູ້ບັນຊາການທະຫານເຂດ 5, ຄະນະປະຕິບັດງານຂອງທະຫານເຂດ 5 ໄດ້ລົງກວດກາ, ຊີ້ນໍາບັນດາກໍາລັງໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸເລກ 13 ຢູ່ແຂວງ ຢາລາຍ . ພາບ: ດຶກຮິວ.
ກອງບັນຊາການທະຫານເຂດ 4 - ມົດສະກູ (ແຂວງ ດັກລັກ) ສົມທົບກັບກອງບັນຊາ ການທະຫານ ເມືອງ ລະດົມກໍາລັງພະນັກງານ 25 ທ່ານ, ພ້ອມດ້ວຍທະຫານເສຍອົງຄະ ແລະ ທະຫານປ້ອງກັນຕົນເອງຢູ່ເຂດ 450 ຄົນ ເພື່ອຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸເລກ 13. ພາບ: ຮວ່າງຟຸກ.
ກອງບັນຊາການທະຫານບົກ 888, ກອງບັນຊາການທະຫານແຂວງ ດັກລັກ ໄດ້ລະດົມກໍາລັງພະນັກງານ, ນັກຮົບ 60 ກວ່າຄົນອອກເຄື່ອນໄຫວຢູ່ເຂດຢ່າງຮີບດ່ວນ ເພື່ອສົມທົບກັບປະຊາຊົນເຂດເມືອງໂຂງ ແກ້ໄຂຜົນຮ້າຍຢ້ອນຫຼັງ. ພາບ: ທຽນລ່ອງ.
ພະນັກງານ, ນັກຮົບກອງຮ້ອຍ 888 ຊ່ວຍເຫຼືອປະຊາຊົນເຂດເມືອງໂຂງ ຮັກສາຄວາມສະອາດພາຍຫຼັງພະຍຸເລກ 13. ພາບ: ເຕີນເລືອງ.
ພະນັກງານ, ນັກຮົບກອງບັນຊາການທະຫານເຂດ 3 - ແອັສປາຍ, ແຂວງ ດັກລັກ ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຜ່ານຜ່າພາຍຸ. ພາບ: ບ່າຈັ້ງ.
ຕຳຫຼວດຕາແສງ ຮ່ວາຕິງ, ແຂວງ ດັກລັກ ໄດ້ເຄື່ອນໄຫວຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຊານທີ່ຖືກພະຍຸເລກ 13. ພາບ: ເຊີນຈ່າງ.
ເຈົ້າໜ້າທີ່ກູ້ໄພຂອງຕຳຫຼວດແຂວງ ດັກລັກ ໄດ້ປະຕິບັດໜ້າທີ່ກູ້ໄພ, ເກັບກູ້ຖະໜົນຫົນທາງທີ່ຖືກຕັນ ແລະ ຊ່ວຍເຫຼືອປະຊາຊົນບ້ານດົງຊວນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ. ພາບ: ຫວູຈຶງ. ທີ່ມາ: https://hanoimoi.vn/bo-doi-cong-an-co-mat-tren-tuyen-dau-giup-nhan-dan-khac-phuc-hau-qua-bao-so-13-722470.html
(0)