ຕາມທ່ານໂຄສົກແລ້ວ, ງານບຸນປີນີ້ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນຄວາມໝາຍອັນໃຫຍ່ຫຼວງຂອງວັນເອກະລາດ, ເປັນກຽດບັນດາຜົນງານໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ສະແດງຄວາມຂອບອົກຂອບໃຈຕໍ່ເພື່ອນມິດສາກົນທີ່ໄດ້ພ້ອມກັບ ແລະ ໜູນຊ່ວຍ ຫວຽດນາມ ໃນຕະຫຼອດປະຫວັດສາດ.
ລັດຖະມົນ ຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນຂອງບັນດາລັດຖະມົນຕີປ້ອງກັນປະເທດຂອງ 8 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ຄາຊັກສະຖານ, ອາເຊີໄບຈັນ, ພ້ອມທັງເຊື້ອເຊີນກຳລັງທະຫານຂອງ 5 ປະເທດ (ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ) ສົ່ງກຳລັງທະຫານເຂົ້າຮ່ວມຂະບວນແຫ່ທີ່ພິທີສະເຫຼີມສະຫຼອງ.
ນີ້ແມ່ນການກະທຳທີ່ເປັນສັນຍາລັກແຫ່ງມິດຕະພາບລະຫວ່າງປະຊາຊົນ ແລະ ກອງທັບຂອງປະເທດ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນການເປັນເອກະລາດ, ການຫັນເປັນຫຼາຍຝ່າຍ ແລະ ຄວາມຫຼາກຫຼາຍ.
ໃນເວລາຕອບຄຳຊັກຖາມກ່ຽວກັບການແກ້ໄຂຂອງຫວຽດນາມ ກ່ຽວກັບກໍລະນີຍິງສ.ເກົາຫຼີ 2 ຄົນທຳຮ້າຍແມ່ຍິງຫວຽດນາມ, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ອຳນາດການປົກຄອງຫວຽດນາມ ພວມກວດສອບ ແລະ ຊີ້ແຈ້ງບັນດາຂໍ້ມູນທີ່ກ່ຽວຂ້ອງເພື່ອດຳເນີນຄະດີຕາມກົດໝາຍຫວຽດນາມ.
ກ່ຽວກັບສື່ມວນຊົນກຳປູເຈຍລາຍງານໃນວັນທີ 16 ກໍລະກົດນີ້ວ່າ, ຊາວຫວຽດນາມ 200 ກວ່າຄົນຖືກຈັບຕົວໃນຂະບວນການປາບປາມການສໍ້ໂກງທາງອິນເຕີເນັດຢູ່ພາຍໃນປະເທດ, ໂຄສົກ ກະຊວງການຕ່າງປະເທດ ກຳປູເຈຍກ່າວວ່າ, ສະຖານທູດຫວຽດນາມປະຈຳກຳປູເຈຍໄດ້ສົມທົບກັບບັນດາອົງການກ່ຽວຂ້ອງຊອກຫາຂໍ້ມູນຂ່າວສານ. ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ກໍ່ຮຽກຮ້ອງໃຫ້ປະເທດເຈົ້າພາບຮັບປະກັນຊີວິດການເປັນຢູ່ຂອງພົນລະເມືອງ ຫວຽດນາມ ແລະ ສົມທົບກັນເຮັດສຳເລັດບັນດາຂະບວນການຢັ້ງຢືນຕົວຕົນໃນເບື້ອງຕົ້ນ.
ກະຊວງການຕ່າງປະເທດໄດ້ຊີ້ນຳສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງສົມທົບກັບອຳນາດການປົກຄອງພາຍໃນ ແລະ ທ້ອງຖິ່ນ ປະຕິບັດບັນດາລະບຽບການກົງສຸນທີ່ຈຳເປັນ, ໜູນຊ່ວຍການສົ່ງພົນລະເມືອງກັບຄືນປະເທດໂດຍໄວ.
ທີ່ມາ: https://www.sggp.org.vn/bo-ngoai-giao-thong-tin-ve-viec-moi-cac-quoc-gia-tham-du-le-ky-niem-80-nam-quoc-khanh-2-9-post804202.html
(0)