ພາຍຫຼັງ 20 ປີແຫ່ງການປະຕິບັດນະໂຍບາຍຍົກເວັ້ນ ແລະ ຫຼຸດຜ່ອນພາສີທີ່ດິນ ກະສິກຳ , ຊີວິດຂອງຊາວກະສິກອນໄດ້ຮັບການປັບປຸງ. ພວກເຂົາເຈົ້າມີຄວາມປອດໄພໃນການລົງທຶນໃນການຜະລິດກະສິກຳ, ການເຮັດວຽກຢູ່ເຂດຊົນນະບົດກໍໄດ້ຮັບການປັບປຸງເຊັ່ນກັນ.
ໃນການເຄື່ອນໄຫວຊອກຫາຄຳເຫັນຢ່າງເປັນທາງການຕໍ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳ, ກະຊວງການເງິນ ສືບຕໍ່ສະເໜີໃຫ້ລັດຖະບານຍື່ນສະເໜີມະຕິຕໍ່ສະພາແຫ່ງຊາດເພື່ອຕໍ່ອາຍຸການຍົກເວັ້ນພາສີນີ້ໄປຮອດທ້າຍປີ 2030. ຖ້າຫາກໄດ້ຮັບການອະນຸມັດ, ມະຕິສະບັບນີ້ຈະມີຜົນສັກສິດແຕ່ວັນທີ 1/1/2026.
ຕາມກະຊວງການເງິນແລ້ວ, ຍອດຈຳນວນການຫຼຸດຜ່ອນ ແລະ ຍົກເວັ້ນພາສີທີ່ດິນໄດ້ສະເລ່ຍແລ້ວກວ່າ 3.268 ຕື້ດົ່ງຕໍ່ປີ, ໃນໄລຍະ 2003-2010. ວົງເງິນດັ່ງກ່າວໄດ້ເພີ່ມຂຶ້ນເກືອບ 2 ເທົ່າ, ຂຶ້ນເປັນ 6.308 ຕື້ດົ່ງຕໍ່ປີໃນ 6 ປີຕໍ່ໜ້າ. ໃນ 3 ປີຜ່ານມາ, ວົງເງິນການຍົກເວັ້ນພາສີທີ່ດິນກະສິກຳແມ່ນປະມານ 7.500 ຕື້ດົ່ງຕໍ່ປີ.
ການຍົກເວັ້ນພາສີຫຼຸດຜ່ອນລາຍຮັບງົບປະມານຂອງລັດ. ແນວໃດກໍດີ, ຕາມກະຊວງການເງິນແລ້ວ, ການແກ້ໄຂນີ້ຊຸກຍູ້ການລົງທຶນ ແລະ ພັດທະນາ ເສດຖະກິດ ກະສິກຳແບບຍືນຍົງ, ສອດຄ່ອງກັບສະພາບການເຊື່ອມໂຍງເຂົ້າກັບສາກົນ. ສິ່ງດັ່ງກ່າວຊ່ວຍເພີ່ມຄວາມສາມາດແກ່ງແຍ້ງຂອງຜະລິດຕະພັນກະເສດໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.
ຕາມອົງການດັ່ງກ່າວແລ້ວ, ການຍົກເວັ້ນພາສີນີ້ບໍ່ໄດ້ເຮັດໃຫ້ເກີດຄວາມຂັດແຍ່ງໃນການພົວພັນດ້ານການຄ້າກັບບັນດາປະເທດ, ທັງບໍ່ໄດ້ລະເມີດບັນດາຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ເມື່ອເຂົ້າຮ່ວມ WTO. ໃນຄວາມເປັນຈິງ, ການຍົກເວັ້ນພາສີບໍ່ໄດ້ເຮັດໃຫ້ເກີດບັນຫາໃດໆໃນອະດີດ. ບັນດາທ້ອງຖິ່ນລ້ວນແຕ່ຖືວ່າ ການສືບຕໍ່ນະໂຍບາຍນີ້ໃນໄລຍະຕໍ່ໄປແມ່ນຈຳເປັນ.
“ນີ້ແມ່ນຮູບແບບການໜູນຊ່ວຍດ້ານການເງິນໂດຍກົງຂອງຂະແໜງກະສິກຳເພື່ອຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນ”, ກະຊວງການເງິນໃຫ້ຮູ້ວ່າ: ການຂະຫຍາຍເວລາຍົກເວັ້ນພາສີແມ່ນສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ແຜນການພັດທະນາການຜະລິດກະສິກຳໂດຍລວມ.
VN (ຕາມ VnExpress)ທີ່ມາ: https://baohaiduong.vn/bo-tai-chinh-tiep-tuc-de-xuat-mien-thue-su-dung-dat-nong-nghiep-401135.html






(0)