ວັນທີ 26 ສິງຫາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຊຸດທີ 15 ໄດ້ດຳເນີນຂັ້ນຕອນການຮັບຮອງເອົາຂໍ້ສະເໜີຂອງນາຍົກລັດຖະມົນຕີກ່ຽວກັບການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ອາຍຸການ 2021-2026.
ທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີ ການຕ່າງປະເທດ ໄດ້ສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາຕຳແໜ່ງຮອງນາຍົກລັດຖະມົນຕີ.
ສະພາແຫ່ງຊາດໄດ້ຮັບຮອງເອົາຂໍ້ສະເໜີແຕ່ງຕັ້ງຮອງ ນາຍົກລັດຖະມົນຕີ ໂດຍການປ່ອນບັດລັບ. ມະຕິຕົກລົງອະນຸມັດໃຫ້ທ່ານ ບຸ່ຍແທງເຊີນ ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ອາຍຸການ 2021-2026 ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ດ້ວຍຈຳນວນຜູ້ແທນ 432/432 ຄົນລົງຄະແນນສຽງເຫັນດີ (ກວມ 89,81% ຈຳນວນຜູ້ແທນສະພາແຫ່ງຊາດ).
ທ່ານ ບຸ່ຍແທງເຊີນ ເກີດປີ 1962; ບ້ານເກີດ: ຕາແສງ ໄຕໂມ, ເມືອງ ນ້ຳຕູເລັມ, ນະຄອນ ຮ່າໂນ້ຍ; ເປັນກຳມະການສູນກາງພັກ, ສະໄໝທີ XII ແລະ XIII; ຄະນະຜູ້ແທນສະພາແຫ່ງຊາດ, ສະໄໝທີ XIV ແລະ XV.
ຮອງນາຍົກລັດຖະມົນຕີຄົນໃໝ່ໄດ້ເຮັດວຽກໃນຂະແໜງການການທູດແຕ່ປີ 1985; ມີຕໍາແໜ່ງດັ່ງນີ້: ຮອງຫົວໜ້າກົມນະໂຍບາຍການຕ່າງປະເທດ; ຜູ້ຊ່ວຍລັດຖະມົນຕີ ແລະ ຫົວໜ້າກົມນະໂຍບາຍການຕ່າງປະເທດ; ຮອງລັດຖະມົນຕີກະຊວງການຕ່າງປະເທດ; ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ.
ທີ່ມາ: https://vov.vn/chinh-tri/bo-truong-bo-ngoai-giao-bui-thanh-son-giu-chuc-pho-thu-tuong-chinh-phu-post1116778.vov






(0)