ທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໄດ້ຕີລາຄາສູງບົດບາດຂອງ FTSE Russell ໃນການສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຄຸ້ມຄອງ, ສະມາຊິກຕະຫຼາດເພື່ອກຳນົດບັນດາຂໍ້ບົກຜ່ອງຂອງກົນໄກດຳເນີນງານ, ຊຸກຍູ້ການປະຕິຮູບ, ຍົກສູງປະສິດທິຜົນການກວດກາ ແລະ ກໍ່ສ້າງຕະຫຼາດການເງິນທັນສະໄໝ, ໂປ່ງໃສ, ບັນລຸມາດຕະຖານສາກົນ. ບັນດາຂໍ້ສະເໜີແນະ, ການຕີລາຄາ ແລະ ໜູນຊ່ວຍດ້ານເຕັກນິກຂອງ FTSE Russell ໄດ້ປະກອບສ່ວນສຳຄັນເຂົ້າໃນຂະບວນການປະຕິຮູບຕະຫຼາດທຶນຢູ່ ຫວຽດນາມ.
ທ່ານລັດຖະມົນຕີ ຫງວຽນວັນແທ່ງ ຖືວ່າ: ຫວຽດນາມ ພວມມຸ່ງໄປເຖິງການເຕີບໂຕ ເສດຖະກິດ ໝັ້ນຄົງ, ຍືນຍົງ ແລະ ມີຄຸນນະພາບສູງໃນໄລຍະ 2025 – 2030. 6 ເດືອນຕົ້ນປີ 2025, GDP ເຕີບໂຕບັນລຸ 7,52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງເປັນຜົນດີໃນສະພາບການທີ່ເສດຖະກິດໂລກສືບຕໍ່ປະເຊີນກັບຄວາມບໍ່ແນ່ນອນ ແລະ ຄວາມສ່ຽງທີ່ສັບສົນຫຼາຍດ້ານ. ລັດຖະບານສືບຕໍ່ຍຶດໝັ້ນໃນເປົ້າໝາຍການເຕີບໂຕ GDP ແຕ່ 8% ຂຶ້ນໄປໃນປີ 2025; ການເຕີບໂຕຢ່າງໄວວາແຕ່ຕ້ອງໄປຄຽງຄູ່ກັບຄວາມຍືນຍົງແມ່ນທິດທາງທີ່ສອດຄ່ອງ, ມຸ່ງໄປສູ່ການເຕີບໂຕສອງຕົວເລກໃນໄລຍະຕໍ່ໄປ.
ເພື່ອບັນລຸເປົ້າໝາຍຍຸດທະສາດດັ່ງກ່າວ, ລັດຖະບານ ໄດ້ຊີ້ນຳໃຫ້ກະຊວງການເງິນສຸມໃສ່ຊຸກຍູ້ການເບີກຈ່າຍການລົງທຶນຂອງລັດໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງທີ່ສຳຄັນ, ສ້າງພື້ນຖານເຊື່ອມຕໍ່, ຍົກສູງສະມັດຕະພາບ, ຊຸກຍູ້ການພັດທະນາພາກພື້ນ ແລະ ອຸດສາຫະກຳ. ພ້ອມທັງປະຕິບັດບັນດາມາດຕະການເພື່ອຊຸກຍູ້ການພັດທະນາຕະຫຼາດຫຼັກຊັບ ເພື່ອດຶງດູດທຶນການລົງທຶນທາງອ້ອມຈາກພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ເພື່ອຮັບໃຊ້ການລົງທຶນໃນບັນດາຂົງເຂດສຳຄັນ.
ຫວ່າງມໍ່ໆມານີ້, ກະຊວງການເງິນໄດ້ຊີ້ນໍາໃຫ້ຄະນະກໍາມະການຫຼັກຊັບແຫ່ງລັດຈັດຕັ້ງການໂອ້ລົມສົນທະນາເປັນປົກກະຕິກັບບັນດາອົງການຈັດລໍາດັບຕະຫຼາດຫຼັກຊັບ, ນັກລົງທືນເພື່ອອັບເດດໝາກຜົນການປະຕິຮູບຕະຫຼາດຫຼັກຊັບ, ພ້ອມທັງຮັບຟັງຂໍ້ສະເໜີແນະຂອງນັກລົງທຶນເມື່ອເຂົ້າຮ່ວມຕະຫຼາດຫຼັກຊັບຫວຽດນາມ.
ທ່ານລັດຖະມົນຕີຢືນຢັນວ່າ: “ຕະຫຼາດຫຼັກຊັບພັດທະນາແມ່ນພື້ນຖານເພື່ອດຶງດູດເງິນທຶນໃນໄລຍະຍາວ, ການຍົກລະດັບຕະຫຼາດຫຼັກຊັບຂອງຫວຽດນາມຈາກຂອບເຂດຂຶ້ນສູ່ລະດັບໃໝ່ບໍ່ແມ່ນຈຸດໝາຍປາຍທາງ, ແຕ່ແມ່ນໝາກຜົນທີ່ເປັນທຳມະຊາດເມື່ອຫວຽດນາມ ມຸ່ງໄປເຖິງການພັດທະນາຕະຫຼາດຫຼັກຊັບຢ່າງຍຸດຕິທຳ, ໂປ່ງໃສ ແລະ ມີປະສິດທິຜົນ”.
ຕາງໜ້າໃຫ້ FTSE Russell, ທ່ານ Gerald Toledano, ຫົວໜ້າຝ່າຍຫຸ້ນສ່ວນທົ່ວໂລກ ແລະ ຜະລິດຕະພັນຊັບສິນຫຼາຍປະເພດ ແລະ ຫົວໜ້າຝ່າຍແກ້ໄຂການຕົບແຕ່ງທົ່ວໂລກ ແລະ ຜະລິດຕະພັນທາງເລືອກ, ສະແດງຄວາມປະທັບໃຈຕໍ່ບັນດາຄວາມມານະພະຍາຍາມປະຕິຮູບຮອບດ້ານທີ່ຫວຽດນາມ ພວມປະຕິບັດເພື່ອປັບປຸງຄຸນນະພາບການດຳເນີນງານຕະຫຼາດທຶນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງທ່າອ່ຽງການພັດທະນາຢ່າງແຂງແຮງຂອງກອງທຶນປະກັນໄພບຳນານແບບສະໝັກໃຈ, ໃນນັ້ນ, ຫຼາຍປະເທດອາຊີພວມຫັນຍຸດທະສາດລົງທຶນໃນໄລຍະຍາວຂອງຕົນຄືນໃໝ່.
ຜູ້ຕາງໜ້າຄະນະໄດ້ເນັ້ນໜັກວ່າ FTSE Russell ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການປັບປຸງພື້ນຖານໂຄງລ່າງຕະຫຼາດທຶນເພື່ອດຶງດູດການລົງທຶນສາກົນຢ່າງແຮງ. ການເດີນທາງເຮັດວຽກແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ FTSE Russell ສືບຕໍ່ພ້ອມກັບຫວຽດນາມ ໃນໄລຍະຍາວຮອດປີ 2045 - ໄລຍະທີ່ຫວຽດນາມ ມຸ່ງໄປເຖິງການກາຍເປັນປະເທດອຸດສາຫະກຳທັນສະໄໝ ດ້ວຍຕະຫຼາດການເງິນທີ່ພັດທະນາ, ໂປ່ງໃສ ແລະເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງກັບໂລກ.
ຕອບສະໜອງຂໍ້ສະເໜີດັ່ງກ່າວ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໃຫ້ຮູ້ວ່າ: ກະຊວງການເງິນພວມຜັນຂະຫຍາຍຮ່າງດຳລັດສະບັບປັບປຸງ 155/2020/ND-CP, ເພື່ອແນໃສ່ໂຄສະນາເຜີຍແຜ່ ແລະ ສ້າງຄວາມໂປ່ງໃສດ້ານອັດຕາສ່ວນກຳມະສິດຂອງຕ່າງປະເທດ ແລະ ລົບລ້າງບັນດາລະບຽບການທີ່ບໍ່ເໝາະສົມ. ພ້ອມກັນນັ້ນ, ກໍ່ສົມທົບກັນຢ່າງແໜ້ນແຟ້ນກັບທະນາຄານແຫ່ງລັດ ເພື່ອເຮັດໃຫ້ຂະບວນການສະດວກງ່າຍ, ຜ່ອນສັ້ນຜ່ອນຍາວໃນການປຸງແຕ່ງ ແລະ ລົບລ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການເຄື່ອນໄຫວລົງທຶນຂອງນັກລົງທຶນຕ່າງປະເທດ.
ກ່ຽວກັບຕະຫຼາດແລກປ່ຽນເງິນຕາຕ່າງປະເທດ, ກະຊວງການເງິນສືບຕໍ່ສົມທົບກັບທະນາຄານແຫ່ງລັດ ຄົ້ນຄວ້າ ແລະ ສ້າງກອບນິຕິກໍາທີ່ອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າເຖິງບັນດາຜະລິດຕະພັນປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນ, ເພື່ອປົກປ້ອງມູນຄ່າການລົງທຶນໃນສະພາບການທີ່ຕະຫຼາດໂລກມີການຜັນແປ. ນີ້ແມ່ນຄວາມຕ້ອງການທີ່ແທດຈິງ ແລະ ຖືກຕ້ອງຕາມກົດໝາຍ, ພິເສດແມ່ນບັນດານັກລົງທຶນສະຖາບັນທີ່ມີຍຸດທະສາດຍາວນານຢູ່ຕະຫຼາດ ຫວຽດນາມ.
ກ່ຽວກັບກົນໄກການຮ່ວມມືສູນກາງ (CCP), ຫວຽດນາມ ໄດ້ກໍ່ສ້າງພື້ນຖານໂຄງລ່າງເຕັກນິກດ້ວຍລະບົບ KRX ເປັນທາງການແຕ່ເດືອນ 5/2025. ບົນພື້ນຖານນັ້ນ, ກະຊວງການເງິນໄດ້ມອບໝາຍໃຫ້ອົງການຄຸ້ມຄອງຫຼັກຊັບແຫ່ງລັດ ຊີ້ນຳບໍລິສັດເກັບກູ້ ແລະ ເກັບກູ້ຫຼັກຊັບ ຫວຽດນາມ ກໍ່ສ້າງເສັ້ນທາງປະຕິບັດ CCP, ໂດຍໄວໄດ້ວາງກົນໄກ CCP ເລີ່ມດຳເນີນແຕ່ປີ 2027.
ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໄດ້ຊົມເຊີຍຂໍ້ລິເລີ່ມຂອງ FTSE Russell ໃນການຜັນຂະຫຍາຍບັນດາດັດຊະນີໃຫ້ເໝາະສົມກັບຕະຫຼາດ ຫວຽດນາມ. ກະຊວງການເງິນພ້ອມທີ່ຈະອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືຢ່າງກວ້າງຂວາງລະຫວ່າງຄະນະກໍາມະການຫຼັກຊັບຂອງລັດ, ສະຖາບັນຕະຫຼາດການເງິນພາຍໃນແລະ FTSE Russell ເຊັ່ນດຽວກັນກັບສະຖາບັນການເງິນທົ່ວໂລກ.
ກະຊວງການເງິນກໍ່ຍູ້ແຮງການຜັນຂະຫຍາຍບັນດາຊຸດດັດຊະນີທີ່ມີຄຸນນະພາບສູງເໝາະສົມກັບຄວາມຕ້ອງການທີ່ຫຼາກຫຼາຍຂອງບັນດານັກລົງທຶນ, ພ້ອມທັງຊຸກຍູ້ບັນດາໂຄງການຮ່ວມມືດ້ານການຝຶກອົບຮົມ, ຖ່າຍທອດເຕັກໂນໂລຊີ ເພື່ອຍົກສູງກຳລັງຄວາມສາມາດຂອງນັກຊ່ຽວຊານດ້ານການເງິນ ແລະ ຫລັກຊັບ, ປະກອບສ່ວນກໍ່ສ້າງຕະຫຼາດທຶນ ຫວຽດນາມ ໃຫ້ທັນສະໄໝ, ໂປ່ງໃສ ແລະ ເລິກເຊິ່ງ.
ທີ່ມາ: https://doanhnghiepvn.vn/kinh-te/bo-truong-nguyen-van-thang-phat-trien-thi-truong-chung-khoan-cong-bang-minh-bach-va-hieu-qua/20250718093029105
(0)