
ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງ ກ່າເມົາ ແລະ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ - ພາບ: VGP/LS
ກ່າວຄຳເຫັນນະທີ່ນີ້, ທ່ານ ຟ້າມວັນທຽວ , ຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ເນັ້ນໜັກວ່າ: ນີ້ແມ່ນເຫດການພິເສດ, ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການພັດທະນາ ເສດຖະກິດ - ສັງຄົມຂອງແຂວງ ກ່າເມົາ ໃນໄລຍະຈະມາເຖິງ, ພິເສດແມ່ນການເຕີບໂຕເສດຖະກິດ - ສັງຄົມຂອງແຂວງບັນລຸໄດ້ສອງຕົວເລກ.
ຮຽກຮ້ອງໃຫ້ສືບຕໍ່ ສົມທົບກັນຜັນຂະຫຍາຍວຽກງານວາງແຜນກຳນົດ, ຊຸກຍູ້ການປະຕິຮູບລະບຽບການບໍລິຫານ , ມຸ່ງໄປເຖິງການກໍ່ສ້າງ ສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ, ປອດໄພ, ສະດວກສະບາຍ . ຕາມທ່ານແລ້ວ, ນີ້ແມ່ນເງື່ອນໄຂສຳຄັນເພື່ອຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ບັນດາວິສາຫະກິດ, ນັກລົງທຶນຢູ່ກັບກ່າເມົານັບມື້ນັບພັດທະນາ.
ຜ່ານເວທີປາໄສຄັ້ງນີ້, ການນຳແຂວງ ກ່າເມົາ ຫວັງວ່າບັນດາວິສາຫະກິດໃນທົ່ວປະເທດຈະຮູ້ຈັກແຂວງ ກ່າເມົາ ຜ່ານຮູບພາບດິນ, ນ້ຳ, ປະຊາຊົນ ກ່າເມົາ ທີ່ມີຄວາມຮັກແພງ ແລະ ຈິດໃຈພາກໃຕ້; ພ້ອມກັນນັ້ນ, ຈະໄດ້ຮັບການເຄື່ອນໄຫວລົງທຶນຈາກວິສາຫະກິດ ແລະ ນັກລົງທຶນກ່ຽວກັບ “ສີ່ເສົາຄ້ຳ” ແຫ່ງການດຶງດູດການລົງທຶນຂອງແຂວງ.

ທ່ານປະທານຄະນະກຳມະການປະຊາຊົນແຂວງ ກ່າເມົາ ຊົມເຊີຍທ່ານ ດັ້ງຮົ່ງແອງ, ປະທານສະມາຄົມນັກທຸລະກິດໜຸ່ມຫວຽດນາມ - ພາບ: VGP/LS
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮ່ວາງຈີ໋ຫງວຽນ , ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ຍົກໃຫ້ເຫັນ ຈຸດປະໂຫຍດດ້ານຍຸດທະສາດຂອງ ກ່າເມົາ : ທີ່ຕັ້ງແມ່ນສູນລ້ຽງສິນໃນນ້ຳແຫ່ງຊາດມຸ່ງໄປເຖິງສາກົນ; ທ່າແຮງອັນໃຫຍ່ຫຼວງສໍາລັບ ພະລັງງານທົດແທນ ; ຮູບແບບເສດຖະກິດສີຂຽວ ທີ່ຕິດພັນກັບລະບົບນິເວດຂອງປ່າດົງດິບ ; ແລະ ພື້ນຖານໂຄງລ່າງຄົມມະນາຄົມ-ຂົນສົ່ງທີ່ໄດ້ຮັບການລົງທຶນຢ່າງຫຼວງຫຼາຍໃນນັ້ນມີ ທ່າກຳປັ່ນຮອນໄຫ, ສະໜາມບິນກາເມົາ ແລະ ທາງດ່ວນລະຫວ່າງພາກພື້ນ. ທ່ານຢືນຢັນວ່າ: ການພັດທະນາທຸລະກິດແມ່ນກຳລັງຊຸກ ຍູ້ການເຕີບໂຕດ້ານເສດຖະກິດຂອງແຂວງ, ມຸ່ງໄປສູ່ຮູບແບບການເຕີບໂຕແບບຍືນຍົງ ແລະ ຮອບດ້ານ.
ທີ່ເວທີປາໄສ, ຜູ້ຕາງໜ້າ ບັນດາສະມາຄົມນັກທຸລະກິດ, ນັກທຸລະກິດ ແລະ ສະໂມສອນນັກທຸລະກິດໜຸ່ມ ໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບທິດທາງພັດທະນາຂອງແຂວງໃນຂົງເຂດ ພະລັງງານ, ການປະມົງ, ພື້ນຖານໂຄງລ່າງຄົມມະນາຄົມ ແລະ ສວນອຸດສາຫະກຳ , ສະເໜີຫຼາຍວິທີແກ້ໄຂເພື່ອ ຂຸດຄົ້ນແຫຼ່ງກຳລັງຢ່າງມີປະສິດທິຜົນ, ດຶງດູດການລົງທຶນ ແລະ ຍົກສູງຄວາມສາມາດແກ່ງແຍ້ງຂອງທ້ອງຖິ່ນ.
ຈຸດພົ້ນເດັ່ນແມ່ນ ພິທີລົງນາມໃນສັນຍາຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງ ກ່າເມົາ ແລະ ສະມາຄົມນັກທຸລະກິດໜຸ່ມຫວຽດນາມ , ເປີດກາລະໂອກາດຮ່ວມມືໃໝ່ໃນການຊຸກຍູ້ການລົງທຶນ, ນະວັດຕະກຳ ແລະ ໜູນຊ່ວຍການເລີ່ມຕົ້ນ. ເນື່ອງໃນໂອກາດນີ້, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໄດ້ໜູນຊ່ວຍ 5 ຕື້ດົ່ງ ເພື່ອກໍ່ສ້າງ ຫ້ອງນ້ຳ ແລະ ລະບົບກອງນ້ຳສະອາດ ໃຫ້ບັນດາໂຮງຮຽນຂອງແຂວງ, ແມ່ນກິດຈະກຳມະນຸດສະທຳທີ່ມີຄວາມໝາຍ, ໄດ້ສະແດງໃຫ້ເຫັນຈິດໃຈ ວິສາຫະກິດຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ.
ເພື່ອເປັນການຮັບຮູ້ ແລະ ເຊີດຊູບັນດາການປະກອບສ່ວນຂອງນັກທຸລະກິດ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ 20 ວິສາຫະກິດ ທີ່ມີຜົນງານດີເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
Le Son
ທີ່ມາ: https://baochinhphu.vn/ca-mau-dong-hanh-cung-doanh-nghiep-but-pha-tu-cai-cach-va-niem-tin-dau-tu-102251026201204325.htm






(0)