(VOVWORLD) -ວັນທີ 20 ພະຈິກ, ສູນສົ່ງເສີມການລົງທຶນ ແລະ ໜູນຊ່ວຍວິສາຫະກິດແຂວງ ກ່າເມົາ (iPEC) ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມເຊື່ອມຕໍ່ການຄ້າ, ກອງປະຊຸມບັນດາວິສາຫະກິດ ທ່ອງທ່ຽວ ສົມທົບກັບບັນດາລາຍການໂອ້ລົມສົນທະນາແລກປ່ຽນປະສົບການການທ່ອງທ່ຽວແຂວງ ກ່າເມົາ ໃນປີ 2024 ຢ່າງມີປະສິດທິຜົນ.
ການເຊື່ອມຕໍ່ວິສາຫະກິດໃນແລະນອກແຂວງ
ສາກກອງປະຊຸມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຕ່ອງທິຟ໋ອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກ່າເມົາ ເນັ້ນໜັກວ່າ: ກອງປະຊຸມຫວັງວ່າຈະເຊື່ອມຕໍ່ການຄ້າລະຫວ່າງບັນດາວິສາຫະກິດທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດກັບບັນດານັກບໍລິການຢູ່ ກ່າເມົາ. ຈາກນັ້ນ, ຈະເປີດກາລະໂອກາດຮ່ວມມື ແລະ ພັດທະນາແບບຍືນຍົງ, ສ້າງເງື່ອນໄຂໃຫ້ບັນດານັກທຸລະກິດທ່ອງທ່ຽວທ້ອງຖິ່ນແລກປ່ຽນປະສົບການ, ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ມີຄວາມຫຼາກຫຼາຍ.
“ແຂວງ ຊຸກຍູ້ບັນດາວິສາຫະກິດທ່ອງທ່ຽວມີຫົວຄິດປະດິດສ້າງສ້າງແຫຼ່ງທ່ອງທ່ຽວ, ເສັ້ນທາງ ແລະ ຜະລິດຕະພັນທ່ອງທ່ຽວໃໝ່, ສ້າງເຄືອຂ່າຍເຊື່ອມຕໍ່ຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ, ພ້ອມນັ້ນ, ຊຸກຍູ້ບັນດາຂໍ້ລິເລີ່ມ, ແບ່ງປັນຄວາມຮູ້ດ້ານເຕັກໂນໂລຊີ, ພິເສດແມ່ນການນຳໃຊ້ເຕັກໂນໂລຊີສູງເຂົ້າໃນການສົ່ງເສີມ ແລະ ພັດທະນາແຫຼ່ງທ່ອງທ່ຽວນິເວດ ແລະ ຊຸມຊົນ, ຈາກນັ້ນ, ດຶງດູດນັກທ່ອງທ່ຽວສາກົນໃຫ້ນັບມື້ນັບຫຼາຍຂຶ້ນ, ເຮັດໃຫ້ ກ່າເມົາ ກາຍເປັນແຫຼ່ງທ່ອງທ່ຽວທີ່ດຶງດູດ”.
ທ່ານ ຕຽວມິນຕ໋ຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກ່າເມົາ ກ່າວຄຳເຫັນທີ່ກອງປະຊຸມ. |
ຕາມທ່ານ Tien ແລ້ວ, ບັນຫາທ່ອງທ່ຽວກ່າເມົາແມ່ນວິທີພັດທະນາຢ່າງມີປະສິດທິຜົນເພື່ອດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ນີ້ແມ່ນເນື້ອໃນຕົ້ນຕໍທີ່ຕ້ອງໄດ້ຮັບການສຸມໃສ່. ວິສາຫະກິດທ່ອງທ່ຽວຕ້ອງສຸມໃສ່ປຶກສາຫາລື ແລະ ແລກປ່ຽນໂດຍກົງກັບບັນດານັກເວົ້າ ແລະ ຊ່ຽວຊານເພື່ອຊອກຫາວິທີແກ້ໄຂຢ່າງມີປະສິດທິຜົນ.
ຍູ້ແຮງການພັດທະນາຂະແໜງທ່ອງທ່ຽວກ່າເມົາ
ທີ່ກອງປະຊຸມ, ບັນດາຜູ້ເວົ້າໄດ້ສຸມໃສ່ປຶກສາຫາລືກ່ຽວກັບການນຳໃຊ້ເຄື່ອງມື AI ທີ່ກ້າວໜ້າ ເພື່ອສ້າງເນື້ອໃນສົ່ງເສີມການທ່ອງທ່ຽວ. ໃນຂະນະດຽວກັນ, ພວກເຂົາເຈົ້າໄດ້ສະເຫນີຍຸດທະສາດເພື່ອເພີ່ມປະສິດທິພາບການມີທຸລະກິດໃນເວທີການຄົ້ນຫາແລະເຄື່ອງມື AI, ຊ່ວຍປັບປຸງປະສິດທິພາບການຕະຫຼາດແລະເຂົ້າເຖິງລູກຄ້າ.
ບັນດາຜູ້ແທນເຂົ້າຮ່ວມບັນດາຮ້ານວາງສະແດງສິນຄ້າທ່ອງທ່ຽວ |
ພ້ອມກັນນັ້ນ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາຮູບແບບ ແລະ ວິທີແກ້ໄຂເພື່ອພັດທະນາການທ່ອງທ່ຽວນິເວດ ແລະ ການທ່ອງທ່ຽວຊຸມຊົນ. ຄວາມຮຽກຮ້ອງຕ້ອງການແມ່ນສົມທົບກັນພັດທະນາ ເສດຖະກິດ ການທ່ອງທ່ຽວຢ່າງກົມກຽວກັບການປົກປັກຮັກສາສິ່ງແວດລ້ອມ, ວັດທະນະທຳພື້ນເມືອງ, ເປັນຕົ້ນແມ່ນບົດບາດຂອງປະຊາຄົມທ້ອງຖິ່ນ. ພິເສດແມ່ນບັນດາປະສົບການປະຕິບັດຫຼາຍຢ່າງເພື່ອດຶງດູດນັກທ່ອງທ່ຽວ, ໂດຍສະເພາະແມ່ນແຂກທ່ອງທ່ຽວສາກົນກໍ່ໄດ້ຮັບການແບ່ງປັນຢ່າງກະຕືລືລົ້ນຈາກບັນດາຜູ້ບັນຍາຍ.
ບັນດາຜູ້ແທນໄດ້ປຶກສາຫາລືບັນດາຮູບແບບ ແລະ ວິທີແກ້ໄຂເພື່ອພັດທະນາການທ່ອງທ່ຽວນິເວດ ແລະ ການທ່ອງທ່ຽວຊຸມຊົນແຂວງ ກ່າເມົາ. |
ພິທີລົງນາມໃນສັນຍາຮ່ວມມືຍຸດທະສາດລະຫວ່າງນັກທຸລະກິດທ່ອງທ່ຽວ. |
ໂອກາດດັ່ງກ່າວ ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນໄດ້ພົບປະ, ແລກປ່ຽນຂໍ້ຫຍຸ້ງຍາກ, ອຸປະສັກຕ່າງໆໃນຂະບວນການພັດທະນາການທ່ອງທ່ຽວ ແລະ ທຸລະກິດ, ພ້ອມທັງສະເໜີວິທີການດຳເນີນງານທີ່ດີ ແລະ ມີປະສິດທິຜົນຂອງແຕ່ລະບຸກຄົນ ແລະ ຫົວໜ່ວຍ. ພ້ອມທັງ, ແລກປ່ຽນ, ສະສົມປະສົບການໃນການພັດທະນາການທ່ອງທ່ຽວຕາມທ່າອ່ຽງຂອງຍຸກສະໄໝ ແລະ ສຸດທ້າຍແມ່ນການຮ່ວມມືເພື່ອພັດທະນາການທ່ອງທ່ຽວຂອງແຂວງກ່າເມົາຢ່າງຮອບດ້ານໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ບັນດາວິສາຫະກິດທ່ອງທ່ຽວ ແລະ ຜູ້ບໍລິການທ່ອງທ່ຽວຫຼາຍແຫ່ງໄດ້ລົງນາມໃນສັນຍາຮ່ວມມືພັດທະນາຍຸດທະສາດ.
ທີ່ມາ: https://baophapluat.vn/ca-mau-ket-noi-giao-thuong-va-talkshow-chia-se-kinh-nghiem-lam-du-lich-hieu-qua-post532382.html






(0)