ວັນທີ 9 ກຸມພານີ້, ກະຊວງສຶກສາທິການ ແລະ ບຳລຸງສ້າງໄດ້ອອກມະຕິຕົກລົງສະບັບເລກທີ 712 ວ່າດ້ວຍການປະກາດໃຊ້ໂຄງການ ສຶກສາ ທົ່ວໄປພາສາເກົາຫຼີ ແລະ ເຢຍລະມັນ-ພາສາຕ່າງປະເທດ 1, ລະບົບທົດລອງ 10 ປີ.
ຕາມນັ້ນແລ້ວ, ສ.ເກົາຫຼີ ແລະ ເຢຍລະມັນຈະທົດລອງເປັນພາສາຕ່າງປະເທດທຳອິດໃນໂຄງການສຶກສາທົ່ວໄປ. ຂໍ້ມູນນີ້ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ, ຫຼາຍຄວາມຄິດເຫັນວ່າ, ການອອກຄຳຕັດສິນນີ້ຈະເຮັດໃຫ້ພາສາເກົາຫຼີ ແລະ ເຢຍລະມັນກາຍເປັນ “ວິຊາບັງຄັບ”?
ວັນທີ 4 ມີນານີ້, ກະຊວງສຶກສາທິການ ແລະ ບຳລຸງສ້າງປະກາດວ່າ, ການສອນພາສາຕ່າງປະເທດຢູ່ໂຮງຮຽນມັດທະຍົມປາຍໄດ້ຮັບການປະຕິບັດເປັນເວລາຫຼາຍປີ. ຕາມນັ້ນແລ້ວ, ພາສາຕ່າງປະເທດ 1 ແມ່ນວິຊາບັງຄັບ (ລວມທັງພາສາອັງກິດ, ຝຣັ່ງ, ຈີນ, ລັດເຊຍ, ແລະຕໍ່ມາຍີ່ປຸ່ນ); ພາສາຕ່າງປະເທດ 2 ເປັນວິຊາເລືອກ (ລວມທັງເຢຍລະມັນ ແລະເກົາຫຼີ).
ພາຍຫຼັງໄລຍະທົດລອງສອນພາສາເກົາຫຼີ ແລະ ເຢຍລະມັນ ເປັນພາສາຕ່າງປະເທດທີສອງຢູ່ບາງທ້ອງຖິ່ນ ແລະ ບັນລຸໄດ້ຜົນ, ຄວາມຕ້ອງການການຮຽນຮູ້ຂອງນັກຮຽນນັບມື້ນັບເພີ່ມຂຶ້ນ. ສະຖາບັນການສຶກສາທົ່ວໄປແລະນັກສຶກສາມີຄວາມຕ້ອງການທີ່ຈະເລືອກເອົາວິຊານີ້ເປັນພາສາຕ່າງປະເທດທໍາອິດ. ທັງນີ້ຕາມກະຊວງສຶກສາທິການ ແລະ ບຳລຸງສ້າງ, ຈາກຄວາມຕ້ອງການດ້ານພາກປະຕິບັດຂ້າງເທິງ ແລະ ພ້ອມກັນນັ້ນກໍ່ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ນັກຮຽນເມື່ອເລືອກພາສາເກົາຫຼີ ແລະ ເຢຍລະມັນ ເປັນພາສາຕ່າງປະເທດທີສອງ ແຕ່ຍັງຕ້ອງໄດ້ຮຽນພາສາຕ່າງປະເທດອີກອັນໜຶ່ງຢູ່ຄຽງຄູ່ກັນ, ກະຊວງສຶກສາທິການ ແລະ ບຳລຸງສ້າງ ຈຶ່ງຕັດສິນໃຈທົດລອງການສອນພາສາເກົາຫຼີ ແລະ ເຢຍລະມັນ ເປັນພາສາຕ່າງປະເທດທຳອິດໃຫ້ນັກຮຽນໄດ້ເລືອກຕາມຄວາມຕ້ອງການ. ນີ້ກໍແມ່ນເນື້ອໃນຂອງຂໍ້ຕົກລົງຂອບເຂດການສອນພາສາເກົາຫຼີ ແລະ ເຢຍລະມັນຢູ່ບັນດາໂຮງຮຽນມັດທະຍົມປາຍ ຫວຽດນາມ - ສ.ເກົາຫຼີ ແລະ ເຢຍລະມັນ.
ກະຊວງສຶກສາທິການ ແລະ ບຳລຸງສ້າງ ຢືນຢັນວ່າ: ການທົດລອງຈະຈັດຕັ້ງປະຕິບັດຢູ່ບ່ອນມີຄວາມຕ້ອງການ ແລະ ເງື່ອນໄຂຂອງຄູສອນ, ສິ່ງອຳນວຍຄວາມສະດວກ, ການເຊື່ອມຈອດລະຫວ່າງລະດັບການສຶກສາແມ່ນໄດ້ຮັບປະກັນ ແລະ ຈະຂຶ້ນທະບຽນກັບກະຊວງສຶກສາທິການ ແລະ ບຳລຸງສ້າງ, ກະຊວງສຶກສາທິການ ແລະ ບຳລຸງສ້າງ ຈະຕິດຕາມຂະບວນການຈັດຕັ້ງປະຕິບັດເພື່ອຮັບປະກັນປະສິດທິຜົນ ແລະ ຜົນປະໂຫຍດໃຫ້ແກ່ຜູ້ຮຽນ”.
ພາຍຫຼັງໄລຍະທົດລອງການຮຽນການສອນເປັນພາສາຕ່າງປະເທດຄັ້ງທຳອິດ, ກະຊວງສຶກສາທິການ ແລະ ບຳລຸງສ້າງ ໃຫ້ຮູ້ວ່າ: ຈະປະເມີນປະສິດທິຜົນ ແລະ ຄວາມເປັນໄປໄດ້, ສະນັ້ນ ຈຶ່ງພິຈາລະນາເຮັດໃຫ້ພາສາເກົາຫຼີ ແລະ ເຢຍລະມັນ ເປັນພາສາຕ່າງປະເທດທຳອິດໃນຫຼັກສູດການສຶກສາທົ່ວໄປ ແລະ ຈັດຕັ້ງປະຕິບັດໃຫ້ເທົ່າທຽມກັນກັບວິຊາພາສາຕ່າງປະເທດທຳອິດອື່ນໆ.
ທີ່ມາ: https://thanhnien.vn/chi-thi-diem-day-tieng-han-tieng-duc-o-noi-co-nhu-cau-du-dieu-kien-1851043143.htm






(0)