ທ່ານ ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ Guinea-Bissau ແມ່ນນ້ຳໃຈສາມັກຄີສາກົນທີ່ຊື່ສັດ ແລະ ບໍລິສຸດຜຸດຜ່ອງ, ໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການນຳ 2 ປະເທດລຸ້ນຫຼັງ.
ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ແລະພັນລະຍາ ພ້ອມດ້ວຍປະທານາທິບໍດີ ສາທາລະນະລັດ Guinea-Bissau Umaro Sissoco Embaló ແລະ ພັນລະຍາ ເຂົ້າຮ່ວມການຕ້ອນຮັບ. (ພາບ: THE DAI)
ຕອນຄ່ຳວັນທີ 6 ກັນຍາ, ຢູ່ສູນປະຊຸມສາກົນ, ຮ່າໂນ້ຍ , ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ພ້ອມດ້ວຍພັນລະຍາ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສາທາລະນະລັດ Guinea-Bissau Umaro Sissoco Embaló ແລະ ພັນລະຍາ ທີ່ພວມມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຕ້ອນຮັບທ່ານປະທານາທິບໍດີ ແລະ ພັນລະຍາ ແລະ ແຂກຜູ້ມີກຽດຂອງ Guinea-Bissau ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໃຫ້ຮູ້ວ່າ: ການມາຢ້ຽມຢາມຂອງທ່ານປະທານປະເທດ ໄດ້ດຳເນີນໃນເດືອນ ກັນຍາ, ແມ່ນຈຸດເວລາພິເສດບໍ່ພຽງແຕ່ສຳລັບປະຫວັດສາດຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງແມ່ນການພົວພັນລະຫວ່າງ 2 ປະເທດ, ທີ່ຕິດພັນກັບວັນບຸນສຳຄັນຫຼາຍຢ່າງເຊັ່ນ: ວັນສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ (ວັນທີ 45 ກັນຍາ); ຄົບຮອບ 51 ປີ ວັນປະກາດເອກະລາດ Guinea-Bissau (24 ກັນຍາ 1973) ແລະ ວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (30 ກັນຍາ 1973).
ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ Guinea-Bissau ແມ່ນນ້ຳໃຈສາມັກຄີສາກົນທີ່ຊື່ສັດ ແລະ ບໍລິສຸດຜຸດຜ່ອງ, ໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງການນຳ 2 ປະເທດລຸ້ນຫຼັງ.
ເມື່ອ 51 ປີກ່ອນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ຮັບຮູ້ ແລະ ສ້າງຕັ້ງການພົວພັນທາງການທູດພຽງ 6 ວັນພາຍຫຼັງ Guinea – Bissau ປະກາດເອກະລາດ.
ຕີລາຄາສູງໝາກຜົນການພົບປະເຈລະຈາກັບທ່ານປະທານາທິບໍດີ Umaro Sissoco Embaló, ຜ່ານນັ້ນບັນດາທິດທາງສຳຄັນໄດ້ເຫັນດີເປັນເອກະພາບຜັນຂະຫຍາຍການຮ່ວມມືໃນທຸກຂົງເຂດບຸລິມະສິດ, ລົງນາມໃນເອກະສານຮ່ວມມືເພື່ອສ້າງກອບນິຕິກຳທີ່ສະດວກໃຫ້ແກ່ການຮ່ວມມືສອງຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຖືວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ, ເປັນການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງດີງາມ. ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ Guinea-Bissau, ຕອບສະໜອງຄວາມປາດຖະໜາຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໃຫ້ຮູ້ວ່າ: ໃນຕະຫຼອດຊີວິດຂອງທ່ານ, ປະທານ ໂຮ່ຈີມິນ ທີ່ຮັກແພງຂອງປະຊາຊົນຫວຽດນາມ ໄດ້ມາຢ້ຽມຢາມ ອາຟຼິກາ 3 ຄັ້ງ ແມ່ນສະຖານທີ່ທີ່ທ່ານເອົາໃຈໃສ່ເປັນພິເສດ ແລະ ມີຄຳເວົ້າທີ່ມີຊື່ສຽງວ່າ: “ອາຟຣິກາ ແມ່ນພາກສ່ວນທີ່ຂາດບໍ່ໄດ້ຂອງການເຄື່ອນໄຫວປົດປ່ອຍຊາດໃນໂລກ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ, ໃນບັນດາບາດກ້າວເດີນຂອງປະທານ ໂຮ່ຈີມິນ, ປະຈຸບັນ “ທະຫານລຸງ” ຈາກກອງທັບ, ກຳລັງປ້ອງກັນຄວາມສະຫງົບ, ບັນດາວິສາຫະກິດ ຫວຽດນາມ ພວມຢູ່ ອາຟຼິກາ, ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ແລະ ພັດທະນາພື້ນຖານໂຄງລ່າງ, ໂທລະຄົມ, ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມງາມຂອງຜືນແຜ່ນດິນອາຟຣິກາ.
ທ່ານເລຂາທິການໃຫຍ່ ແລະປະທານປະເທດ To Lam ກ່າວຄຳປາໄສຕ້ອນຮັບ. ພາບ: THE DAI
ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ລະນຶກເຖິງການໜູນຊ່ວຍຂອງບັນດາປະເທດເພື່ອນມິດອາຟຼິກາ, ໃນນັ້ນມີ Guinea – Bissau, ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດໃນອະດີດຂອງຫວຽດນາມ; ແລະ ຫວັງວ່າຈະສືບຕໍ່ຮັດແໜ້ນ ແລະ ບຳລຸງສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.
ໃນການຕອບສະໜອງ, ທ່ານປະທານາທິບໍດີ Umaro Sissoco Embaló ສະແດງຄວາມຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈິງໃຈຕໍ່ຄະນະຜູ້ແທນຂັ້ນສູງ Guinea-Bissau, ຖືວ່າແມ່ນອີກປະຈັກພະຍານເຖິງສາຍພົວພັນມິດຕະພາບອັນໝັ້ນຄົງລະຫວ່າງ Guinea-Bissau ແລະ ຫວຽດນາມ.
ທ່ານປະທານາທິບໍດີ Umaro Sissoco Embaló ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອສົ່ງຄຳອວຍພອນເຖິງບັນດາວິລະຊົນຫວຽດນາມ, ແມ່ນປະເທດຖືເປັນສະຖານທີ່ພິເສດໃນດວງໃຈ ແລະ ຄວາມຊົງຈຳຂອງຊາວອາຟຼິກາ.
ສະແດງໃຫ້ເຫັນຄວາມຄ້າຍຄືກັນໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງສອງປະເທດ, ທ່ານປະທານາທິບໍດີ Umaro Sissoco Embaló ເນັ້ນໜັກວ່າ: Guinea-Bissau ແລະ ຫວຽດນາມ ແບ່ງປັນບັນດາຄຸນຄ່າສັນຕິພາບ, ເສລີພາບ, ຄວາມຍຸຕິທຳໃນສັງຄົມ ແລະ ວັດທະນາຖາວອນ.
ທ່ານປະທານປະເທດ Guinea-Bissau ໃຫ້ຮູ້ວ່າ: ໃນການເຈລະຈາ, ໄດ້ແລກປ່ຽນທັດສະນະຢ່າງກວ້າງຂວາງກ່ຽວກັບສະຖານະການສາກົນ ແລະ ພິເສດແມ່ນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແມ່ນກາລະໂອກາດຮ່ວມມືທີ່ສອງຝ່າຍປາດຖະໜາຢາກເພີ່ມທະວີອີກ; ເນັ້ນໜັກວ່າ ບັນດາເນື້ອໃນນີ້ຈະໄດ້ຮັບການຜັນຂະຫຍາຍໂດຍຜ່ານບັນດາກົນໄກຊຸກຍູ້ການແລກປ່ຽນດ້ານເສດຖະກິດ, ການຄ້າ, ວັດທະນະທຳ ແລະ ວິທະຍາສາດ.
ປະທານາທິບໍດີສາທາລະນະລັດ Guinea-Bissau Umaro Sissoco Embaló ກ່າວຄຳເຫັນ. ພາບ: THE DAI
ທ່ານປະທານາທິບໍດີ Umaro Sissoco Embaló ກໍ່ຮຽກຮ້ອງບັນດານັກລົງທຶນ ຫວຽດນາມ ມາຍັງ Guinea-Bissau ເພື່ອກໍ່ສ້າງການພົວພັນຄູ່ຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພິເສດແມ່ນບັນດາຂົງເຂດຄື: ຜະລິດເຂົ້າ, ປຸງແຕ່ງໝາກມ່ວງຫິມະພານ.
ທ່ານປະທານປະເທດ Guinea-Bissau ຢືນຢັນວ່າ 2 ປະເທດຈະສືບຕໍ່ໄປຄຽງຄູ່ກັບການສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການສາກົນທີ່ຕົນເປັນສະມາຊິກ, ໃນນັ້ນມີສະຫະປະຊາຊາດ ແລະ ອົງການສາກົນ La Francophonie ພ້ອມກັນປະຕິບັດບັນດາຈຸດໝາຍຊຸກຍູ້ການພັດທະນາແບບຍືນຍົງ, ປົກປັກຮັກສາໂລກ ແລະ ປັບປຸງຊີວິດການເປັນຢູ່ຂອງທຸກຄົນ.
Nhandan.vn
ທີ່ມາ: https://nhandan.vn/chieu-dai-trong-the-tong-thong-nuoc-cong-hoa-guinea-bissau-va-phu-nhan-post829035.html
(0)