Vietnam.vn - Nền tảng quảng bá Việt Nam

ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ ຍີ່​ປຸ່ນ ແລະ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ຂົງ​ເຂດ​ຄົ້ນ​ຄ້​ວາ ແລະ ຜະ​ລິດ semiconductor.

Báo Quốc TếBáo Quốc Tế30/11/2023

ຕອນ​ເຊົ້າ​ວັນ​ທີ 10/11, ຢູ່​ນະຄອນ Fukuoka, ທ່ານ​ປະທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ຊ່ຽວຊານ​ຍີ່ປຸ່ນ - ຫວຽດນາມ ​ໂດຍ​ທ່ານ​ສາດສະດາຈານ Mitsuo Ochi, ປະທານ​ມະຫາວິທະຍາ​ໄລ Hiroshima ນຳ​ໜ້າ.
Chủ tịch nước Võ Văn Thưởng tiếp Đoàn lãnh đạo Hiệp hội chuyên gia Nhật-Việt, do giáo sư Mitsuo Ochi, Hiệu trưởng Trường Đại học Hiroshima dẫn đầu.
ທ່ານ​ປະທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ຊ່ຽວຊານ ຍີ່ປຸ່ນ - ຫວຽດນາມ ​ໂດຍ​ທ່ານ​ສາດສະດາຈານ Mitsuo Ochi, ປະທານ​ມະຫາວິທະຍາ​ໄລ Hiroshima ນຳ​ໜ້າ. (ພາບ: ທອງວັນ)

ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ຊ່ຽວ​ຊານ ຍີ່​ປຸ່ນ - ຫວຽດ​ນາມ ມີ​ບັນ​ດາ​ສາ​ສະ​ດາ​ຈານ, ທ່ານ​ໝໍ, ນັກ​ວິ​ທະ​ຍາ​ສາດ , ນັກ​ຊ່ຽວ​ຊານ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ເຮັດ​ວຽກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ອົງ​ການ​ອື່ນໆ​ຢູ່ ຍີ່​ປຸ່ນ.

ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບສາດສະດາຈານ Ochi ແລະ ບັນດາສະມາຊິກຂອງສະມາຄົມ ແລະ ເນັ້ນໜັກວ່າ: ຜົນສຳເລັດຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນໄລຍະມໍ່ໆມານີ້ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຈາກປະຊາຊົນສອງປະເທດ, ໃນນັ້ນມີສະມາຄົມນັກຊ່ຽວຊານ ຍີ່ປຸ່ນ - ຫວຽດນາມ, ພິເສດແມ່ນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການສຶກສາ ແລະ ບຳລຸງສ້າງ. ດ້ວຍ​ເລື່ອງ​ສອງ​ປະ​ເທດ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສະມາຄົມ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ຫວຽດນາມ.

ທ່ານ​ສາດສະດາຈານ Ochi Mitsuo, ປະທານ​ສະມາຄົມ​ນັກ​ຊ່ຽວຊານ ຫວຽດນາມ - ຍີ່ປຸ່ນ, ປະທານ​ມະຫາວິທະຍາ​ໄລ Hiroshima ​ໄດ້​ລາຍ​ງານ​ຕໍ່​ທ່ານ​ປະທານ​ປະ​ເທດ Vo Van Thuong ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ Hiroshima ​ແລະ ຫວຽດນາມ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະມາຄົມ​ນັກ​ຊ່ຽວຊານ​ຍີ່ປຸ່ນ - ຫວຽດນາມ ​ເວົ້າ​ລວມ ​ແລະ ມະຫາວິທະຍາ​ໄລ Hiroshima ພິ​ເສດ​ແມ່ນ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫຼາຍ​ຢ່າງ​ກັບ ຫວຽດນາມ.

ມະຫາວິທະຍາໄລ Hiroshima ຮັບນັກສຶກສາຕ່າງປະເທດ ແລະ ຫວຽດນາມ ຫຼາຍຄົນ; ຮ່ວມ​ມື​ກັບ​ມະຫາວິທະຍາ​ໄລ​ກະສິກຳ ​ແລະ ປ່າ​ໄມ້ ​ໄທ​ງວຽນ ຝຶກ​ອົບຮົມ​ປະລິນຍາ​ເອກ​ໃນ​ຂົງ​ເຂດ​ກະສິກຳ; ​ແລະ ພວມ​ຜັນ​ຂະຫຍາຍ​ການ​ຝຶກ​ອົບຮົມ​ໃນ​ຂົງ​ເຂດ​ຫັນ​ເປັນ​ດິຈິ​ຕອລ, ການ​ລ້ຽງ​ສັດ, ​ແລະ ຄົ້ນຄວ້າ​ກ່ຽວ​ກັບ​ແນວ​ພັນ​ພືດ​ໃໝ່.

ທ່ານ​ສາດສະດາຈານ Mitsuo Ochi ​ໃຫ້​ຮູ້​ວ່າ: ​ເດືອນ​ທັນວາ​ນີ້, ມະຫາວິທະຍາ​ໄລ​ຈະ​ມາ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສະ​ເພາະ​ກັບ​ມະຫາວິທະຍາ​ໄລ​ກະສິກຳ ​ແລະ ປ່າ​ໄມ້ ​ໄທ ຫງວຽນ. ປະຈຸ​ບັນ, ມະຫາວິທະຍາ​ໄລ​ພວມ​ສົມທົບ​ກັບ​ກະຊວງ​ພາຍ​ໃນ​ຫວຽດນາມ ​ໃນ​ການ​ຝຶກ​ອົບຮົມ​ພະນັກງານ​ນະ​ໂຍບາຍ​ຢູ່​ທ້ອງ​ຖິ່ນ ​ແລະ ລັດ, ພ້ອມ​ທັງ​ມີ​ແຜນການ​ຜັນ​ຂະຫຍາຍ​ການ​ຝຶກ​ອົບຮົມ​ໃນ​ປີໜ້າ.

Đoàn Hiệp hội chuyên gia Nhật-Việt, gồm nhiều giáo sư, tiến sĩ, nhà khoa học, chuyên gia trong nhiều lĩnh vực đang làm việc tại các trường đại học, viện nghiên cứu và các tổ chức khác tại Nhật Bản.
ຄະນະ​ຜູ້​ແທນ​ຂອງ​ສະມາຄົມ​ນັກ​ຊ່ຽວຊານ​ຍີ່ປຸ່ນ - ຫວຽດນາມ, ລວມມີ​ບັນດາ​ສາດສະດາຈານ, ທ່ານໝໍ, ນັກວິທະຍາສາດ, ນັກ​ຊ່ຽວຊານ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຢູ່ ຍີ່ປຸ່ນ. (ພາບ: ທອງວັນ)

ມະຫາວິທະຍາໄລ Hiroshima ແລະ ບັນດາສະມາຊິກສະມາຄົມນັກຊ່ຽວຊານ ຍີ່ປຸ່ນ - ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຝຶກອົບຮົມ, semiconductors, ຄວາມເປັນກາງຂອງກາກບອນ, ນະຄອນອັດສະລິຍະ, ພ້ອມແລ້ວທີ່ຈະຮັບເອົາ ແລະ ບຳລຸງສ້າງນັກສຶກສາ ຫວຽດນາມ; ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ທ່ານ​ປະ​ທານ​ປະ​ເທດ Vo Van Thuong ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ.

ທ່ານ​ປະທານ​ປະ​ເທດ Vo Van Thuong ຂອບ​ອົກ​ຂອບ​ໃຈ​ທ່ານ​ສາດສະດາຈານ Ochi ​ແລະ ບັນດາ​ສະມາຊິກ​ສະມາຄົມ​ນັກ​ຊ່ຽວຊານ ຍີ່ປຸ່ນ - ຫວຽດນາມ ​ໄດ້​ຕັ້ງໜ້າ​ສົມທົບ​ກັນ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ນຳ​ມາ​ເຊິ່ງໝາກຜົນ​ແທດ​ຈິງ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ຊົມເຊີຍບັນດາໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ Hiroshima ແລະ ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ ໄທ ຫງວຽນ ໃນຂົງເຂດກະສິກຳ ແລະ ປ່າໄມ້, ທ່ານປະທານປະເທດ ຖືວ່າ, ຢູ່ ຫວຽດນາມ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງ, ພາກພື້ນພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ລະດັບນ້ຳທະເລທີ່ເພີ່ມຂຶ້ນ. ສະນັ້ນ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສະມາຄົມເປີດກວ້າງການຮ່ວມມືກັບບັນດາມະຫາວິທະຍາໄລ, ທ້ອງຖິ່ນຂອງຫວຽດນາມ ໃນຂົງເຂດນີ້, ເປັນຂະແໜງທີ່ມະຫາວິທະຍາໄລ ຫວຽດນາມ ຫຼາຍແຫ່ງພວມຄົ້ນຄວ້າ ແລະ ປາດຖະໜາຢາກຮ່ວມມືກັບສາກົນ.

ທ່ານ​ປະທານ​ປະ​ເທດ ​ໃຫ້​ຮູ້​ວ່າ: ບັນດາ​ຂົງ​ເຂດ​ທີ່​ສາດສະດາຈານ Mitsuo Ochi ປາດ​ຖະໜາ​ຢາກ​ຮ່ວມ​ມື​ແມ່ນ​ບັນດາ​ຂົງ​ເຂດ​ທີ່ ຫວຽດນາມ ມີ​ຄວາມ​ຕ້ອງການ​ສູງ, ພ້ອມ​ກັນ​ນັ້ນ ​ໄດ້​ສະ​ເໜີ​ໃຫ້​ສະມາຄົມ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສະ​ເພາະ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ຂົງ​ເຂດ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຄົ້ນຄວ້າ​ຜະລິດ semiconductor. ປະຈຸບັນ, ມະຫາວິທະຍາໄລ Hiroshima ໄດ້ຮ່ວມມືກັບມະຫາວິທະຍາໄລອາເມລິກາ 11 ແຫ່ງໃນດ້ານນີ້. ທ່ານ​ປະທານ​ປະ​ເທດ​ສະ​ເໜີ​ໃຫ້​ມະຫາວິທະຍາ​ໄລ ​ແລະ ສະມາຄົມ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ. ທ່ານ​ປະ​ທານ​ປະ​ເທດ​ຍິນ​ດີ​ເປັນ​ຂົວ​ຕໍ່​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ໂດຍ​ໄວ.



ທີ່ມາ

(0)

No data
No data

​ໃນ​ລະດູ​ການ 'ລ່າ' ​ເພື່ອ​ຫາ​ຫຍ້າ​ຢູ່​ບິ່ງ​ລຽວ
ຢູ່​ກາງ​ປ່າ​ຊາຍ​ເລນ Can Gio
ຊາວ​ປະ​ມົງ​ກວາງ​ຫງາຍ​ໄດ້​ເງິນ​ຫຼາຍ​ລ້ານ​ດົ່ງ​ໃນ​ແຕ່​ລະ​ມື້​ຫຼັງ​ຈາກ​ຕີ​ກຸ້ງ
ວິ​ດີ​ໂອ​ການ​ສະ​ແດງ​ຊຸດ​ປະ​ຈໍາ​ຊາດ​ຂອງ Yen Nhi ມີ​ວິ​ດີ​ໂອ​ທີ່​ສູງ​ທີ່​ສຸດ​ໃນ Miss Grand International

ມໍລະດົກ

ຮູບ

ທຸລະກິດ

ຮວ່າງ​ທິ​ລິງ​ນຳ​ເອົາ​ບົດ​ເພງ​ທີ່​ມີ​ຄວາມ​ຊົມ​ຫຼາຍ​ຮ້ອຍ​ລ້ານ​ວິວ​ຂຶ້ນ​ສູ່​ເວ​ທີ​ງານ​ບຸນ​ໂລກ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ