ຕາມຂ່າວສານຊິນຮວາ: ຕອນເຊົ້າວັນທີ 30/10 ຕາມເວລາທ້ອງຖິ່ນ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດອາຊີ - ປາຊີຟິກ (APEC) ຄັ້ງທີ 32 ແລະ ວຽກງານສອງຝ່າຍຢູ່ ສ.ເກົາຫຼີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດສາກົນ MEBO ຂອງຈີນ ແລະ ກຸ່ມ Lotte ຂອງ ສ.ເກົາຫຼີ.
ທີ່ການພົບປະກັບທ່ານນາງ Ly Loi, ຜູ້ກໍ່ຕັ້ງກຸ່ມບໍລິສັດ MEBO International, ທ່ານປະທານປະເທດ ໄດ້ຊົມເຊີຍກຸ່ມ MEBO ພວມຜັນຂະຫຍາຍການລົງທຶນຢູ່ ຫວຽດນາມ, ປະກອບສ່ວນເພີ່ມທະວີລະບົບຕ່ອງໂສ້ການສະໜອງຢາ ແລະ ການຮັກສາສຸຂະພາບຂອງປະຊາຊົນ.
ຮັບຮູ້ຄຳເຫັນຂອງທ່ານຮອງປະທານກຸ່ມບໍລິສັດ MEBO, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີກຸ່ມບໍລິສັດ MEBO ບົນພື້ນຖານປະຕິບັດບັນດາລະບຽບການ, ກົດໝາຍຂອງຫວຽດນາມ ຢ່າງເຂັ້ມງວດ, ໝັ້ນໃຈລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍືນຍົງ ແລະຍາວນານຢູ່ ຫວຽດນາມ.
ໃຫ້ການຕ້ອນຮັບທ່ານ Shin Dong Bin ປະທານກຸ່ມບໍລິສັດ Lotte ໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາການເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດຂອງກຸ່ມບໍລິສັດ Lotte ຢູ່ ຫວຽດນາມ, ແມ່ນໜຶ່ງໃນບັນດາຮູບແບບການລົງທຶນທີ່ປະສົບຜົນສຳເລັດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດອະສັງຫາລິມະຊັບ, ການບັນເທິງ, ການປຸງແຕ່ງສະບຽງອາຫານ.
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດ ສ.ເກົາຫຼີ ແລະ ກຸ່ມບໍລິສັດ Lotte ເຊື່ອໝັ້ນລົງທຶນຍາວນານຢູ່ ຫວຽດນາມ; ພ້ອມກັນນັ້ນ, ທ່ານກໍຮຽກຮ້ອງໃຫ້ກຸ່ມບໍລິສັດສືບຕໍ່ເປີດກວ້າງການລົງທຶນ ແລະ ຖື ຫວຽດນາມ ແມ່ນຕະຫຼາດຍຸດທະສາດ, ຍາດແຍ່ງເອົາທ່າໄດ້ປຽບຈາກສັນຍາ FTA ຮຸ່ນໃໝ່ທີ່ ຫວຽດນາມ ໄດ້ລົງນາມ./.
ທີ່ມາ: https://www.vietnamplus.vn/chu-tich-nuoc-luong-cuong-tiep-lanh-dao-cac-tap-doan-tai-han-quoc-post1073863.vnp






(0)