ຕອນເຊົ້າວັນທີ 18/10, ທ່ານປະທານ ປະເທດ ຫວູວັນທ້ວນ ໄດ້ເຂົ້າຮ່ວມພິທີເປີດເວທີປາໄສການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງຄັ້ງທີ 3” ຢູ່ນະຄອນຫຼວງປັກກິ່ງ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 17/10, ທ່ານປະທານປະເທດ ຫວູວັນທ້ວນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຮອດສະໜາມບິນສາກົນປັກກິ່ງ, ເລີ່ມຕົ້ນໂຄງການເຂົ້າຮ່ວມເວທີປາໄສໜຶ່ງ ແລວໜຶ່ງເສັ້ນທາງ (BRF) ຄັ້ງທີ 3 ຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ , ປະທານປະເທດຈີນ ສີຈິ້ນຜິງ.
ວັນທີ 17 ຕຸລານີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin, ປະທານສະພາປະຊາຊົນແຫ່ງຊາດຈີນ Zhao Leji, ປະທານປະເທດ Uzbekistan Shavkat Mirziyoyev ແລະ ໄດ້ເຂົ້າຮ່ວມການຕ້ອນຮັບບັນດາຫົວໜ້າຄະນະ ແລະ ຄູ່ຮ່ວມມືທີ່ເຂົ້າຮ່ວມເວທີປາໄສ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຄັ້ງທີ 3.
ຕາມຂ່າວສານຊິນຮວາ, ກ່າວຄຳເຫັນທີ່ພິທີເປີດ, ທ່ານສີຈິ້ນຜິງ, ປະທານປະເທດຈີນກ່າວວ່າ, ໃນ 10 ປີຜ່ານມາ, ການຮ່ວມມືໜຶ່ງແລວທາງໜຶ່ງເສັ້ນທາງ (BRI) ໄດ້ພັດທະນາຈາກແຜນການລະອຽດກາຍເປັນໂຄງການປະຕິບັດຕົວຈິງ.
ໃນໄລຍະນີ້, ການຮ່ວມມືສາກົນ BRI ໄດ້ພັດທະນາຢ່າງວ່ອງໄວ ແລະໄດ້ຮັບໝາກຜົນ.
ຕາມທ່ານຜູ້ນຳຈີນແລ້ວ, ໃນຂອບເຂດຂອງ BRI, ໄດ້ຮັບການຜັນຂະຫຍາຍໂຄງການທີ່ມີລາຍເຊັນເປັນຈຳນວນຫຼວງຫຼາຍ ແລະ ບັນດາໂຄງການມຸ່ງໄປເຖິງປະຊາຊົນ.
ດ້ວຍຫົວຂໍ້ “ການຮ່ວມມືໜຶ່ງແລວທາງໜຶ່ງເສັ້ນທາງຄຸນນະພາບສູງ, ຮ່ວມມືເພື່ອການພັດທະນາ ແລະ ວັດທະນາຖາວອນ”, ເວທີປາໄສຈະສຸມໃສ່ປຶກສາຫາລື ແລະ ສະຫຼຸບໝາກຜົນການຮ່ວມມືໃນ 10 ປີຜ່ານມາ, ແລກປ່ຽນທັດສະນະ ແລະ ທິດທາງການຮ່ວມມືໃນອະນາຄົດ.
ເວທີປາໄສລວມມີ 3 ກອງປະຊຸມຂັ້ນສູງ ດ້ວຍບັນດາເນື້ອໃນສຳຄັນແມ່ນ “ ເສດຖະກິດ ດີຈີຕອນເປັນຕົວຂັບເຄື່ອນໃໝ່ຂອງການເຕີບໂຕ”, “ການເຊື່ອມໂຍງເສດຖະກິດໂລກເປີດ”, “ເສັ້ນທາງສາຍໄໝສີຂຽວເພື່ອຄວາມກົມກຽວກັບທຳມະຊາດ” ແລະ 6 ເວທີປາໄສອື່ນໆກ່ຽວກັບການເຊື່ອມຕໍ່ການຄ້າ, ການພົບປະແລກປ່ຽນປະຊາຊົນ, ເສັ້ນທາງຜ້າໄໝສະອາດ, ການຮ່ວມມືທ້ອງຖິ່ນ, ການຮ່ວມມືລະຫວ່າງບັນດາອົງການຄົ້ນຄວ້າ ແລະ ການເດີນທະເລ. ກອງປະຊຸມ CEO ຈະໄດ້ຮັບການຈັດຂຶ້ນໃນເວທີປາໄສນີ້.
ຂໍ້ລິເລີ່ມ BRI ໄດ້ຍົກອອກມາຄັ້ງທຳອິດໂດຍທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະຢ້ຽມຢາມອາຊີກາງ (ເດືອນກັນຍາ 2013) ແລະ ອາຊີຕາເວັນອອກສ່ຽງໃຕ້ (ຕຸລາ 2013).
Laodong.vn
(0)