ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ອວຍພອນທ່ານ Ishiba Shigeru ສືບຕໍ່ເລືອກຕັ້ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ; ໄດ້ສົ່ງຄວາມຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ To Lam, ປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ Pham Minh Chinh ເຖິງທ່ານນາຍົກລັດຖະມົນຕີ Ishiba; ແລະ ໄດ້ສົ່ງຄຳເຊີນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ເຖິງທ່ານນາຍົກລັດຖະມົນຕີ Ishiba ທີ່ຈະມາຢ້ຽມຢາມ ຫວຽດນາມ ໂດຍໄວ.
ຢືນຢັນວ່າ: ຍີ່ປຸ່ນແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ, ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນ ສັນຕິພາບ , ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານປະທານ ສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແລະ ໃຫ້ຮູ້ວ່າ: ໄດ້ມີໂອກາດພົບປະເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ Pham Minh Chinh ທີ່ກອງປະຊຸມຫຼາຍຝ່າຍເມື່ອບໍ່ດົນມານີ້, ຖືວ່າ, ການພົວພັນລະຫວ່າງ 2 ປະເທດນັບມື້ນັບດີງາມທີ່ສຸດ ແລະ ມີການພົວພັນກັບການນຳຂັ້ນສູງ 2 ປະເທດ.
ແບ່ງປັນຄວາມປະທັບໃຈໃນການຢ້ຽມຢາມຫວຽດນາມ 35 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ພັດທະນາ ແລະກາຍເປັນປະເທດແຖວໜ້າຂອງ ອາຊີ ໂດຍໄວ.
ປະກາດໝາກຜົນຂອງວຽກງານນິຕິກຳ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ທີ່ຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຜ່ານ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍສຳຄັນຫຼາຍສະບັບກ່ຽວກັບການລົງທຶນ, ດຳເນີນທຸລະກິດ ແລະ ພວມຄ່ອຍໆປັບປຸງບັນດາແລວທາງກົດໝາຍທີ່ສະດວກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ໜູນຊ່ວຍວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນຢູ່ຫວຽດນາມ ໝັ້ນຄົງ ແລະຍາວນານ.
ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ສະເໜີ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ຊຸກຍູ້ ແລະ ຂະຫຍາຍການຮ່ວມມືດ້ານການລົງທຶນດ້ານພື້ນຖານໂຄງລ່າງ, ພະລັງງານສະອາດ, ພະລັງງານທົດແທນ, ກະສິກຳຄຸນນະພາບສູງ, ການຫັນເປັນສີຂຽວ, ການຫັນເປັນດິຈິຕອນ, ສູນຂໍ້ມູນ, ຊິບເຊມິຄອນດັກເຕີ ແລະ ອື່ນໆ, ໃນນັ້ນມີບັນດາຂົງເຂດທີ່ຍີ່ປຸ່ນມີກຳລັງແຮງ; ແລະ ຍີ່ປຸ່ນ ສະໜັບສະໜູນ ຫວຽດນາມ ເຂົ້າຮ່ວມໃນລະບົບຕ່ອງໂສ້ການສະໜອງ semiconductor ໃນໂລກ.
ຂອບໃຈລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອ ODA ໃຫ້ແກ່ຫວຽດນາມໃນຫຼາຍປີມານີ້, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ປາດຖະໜາວ່າ ຍີ່ປຸ່ນ ປະຕິບັດບັນດາໂຄງການ ODA ລຸ້ນໃໝ່ໂດຍໄວ.
ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ ໂດຍຜ່ານການຊຸກຍູ້ການຮ່ວມມືດ້ານແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ແລະ ການແລກປ່ຽນປະຊາຊົນ; ຫວຽດນາມ ຈະສືບຕໍ່ສົ່ງຄົນງານໄປ ຍີ່ປຸ່ນ ຕື່ມອີກ ເພື່ອໜູນຊ່ວຍ ຍີ່ປຸ່ນ ໃນການຕອບສະໜອງບັນຫາຜູ້ສູງອາຍຸ.
2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ຍີ່ປຸ່ນ, ເປັນການຊຸກຍູ້ ແລະ ຮັດແໜ້ນການພົວພັນລະຫວ່າງ 2 ປະເທດ.
ທີ່ມາ: https://vtcnews.vn/chu-tich-quoc-hoi-tran-thanh-man-hoi-kien-thu-tuong-nhat-ban-ar911712.html






(0)