ມອບລາງວັນ “ປະທານກຸ່ມປະກອບສ່ວນສັງຄົມ”
ທ່ານນາງ ຫງວຽນທິງາ, ປະທານ ກຸ່ມບໍລິສັດ BRG .
ພາຍຫຼັງກວ່າ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ດ້ວຍປັດຊະຍາມະນຸດສະທຳ “ແບ່ງປັນແມ່ນຄວາມສຸກ”, ພາຍໃຕ້ການນຳພາຂອງທ່ານນາງ ຫງວຽນທິງາ, ກຸ່ມບໍລິສັດ BRG ໄດ້ປະຕິບັດບັນດາການເຄື່ອນໄຫວປະກັນສັງຄົມ ແລະ ການກຸສົນຫຼາຍຢ່າງຄື: ໜູນຊ່ວຍຜູ້ທຸກຍາກ, ບໍລິຈາກເຮືອນເພື່ອການກຸສົນ ແລະ ປະກອບສ່ວນເຂົ້າໃນກອງທຶນປະກັນສັງຄົມ.
ໃນໄລຍະໂລກລະບາດໂຄວິດ-19 ແຕ່ຢ່າງດຽວ, ເຖິງວ່າການເຄື່ອນໄຫວທຸລະກິດໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ພິເສດແມ່ນບັນດາຂົງເຂດທຸລະກິດຫຼັກ, ແຕ່ກຸ່ມ BRG ຍັງມານະພະຍາຍາມປະກອບສ່ວນກວ່າ 200 ຕື້ດົ່ງເຂົ້າໃນວຽກງານປ້ອງກັນພະຍາດ, ຮັບປະກັນຊີວິດສັງຄົມໃນທົ່ວປະເທດ. ຫວ່າງມໍ່ໆມານີ້, ກຸ່ມບໍລິສັດ BRG ຍັງໄດ້ໜູນຊ່ວຍການກໍ່ສ້າງເຮືອນ 1.200 ເຮືອນໃຫ້ແກ່ຜູ້ທຸກຍາກ ແລະ ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຮ່າຕິ້ງ ແລະ ເງ້ອານ ດ້ວຍຍອດຈຳນວນເງິນເຖິງ 60 ຕື້ດົ່ງ.
ຄວາມມານະພະຍາຍາມ ແລະການປະກອບສ່ວນຂອງ ທ່ານນາງ ຫງວຽນທິງາ ໄດ້ຮັບການຮັບຮູ້ ແລະ ເຊີດຊູຈາກບັນດາອົງການລັດຖະບານ ແລະ ອົງການຈັດຕັ້ງທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນຫຼຽນໄຊແຮງງານຊັ້ນ 1 ໃຫ້ນາງ ຫງວຽນທິງາ ສ່ວນຕົວ ແລະ ຫຼຽນກາແຮງງານຊັ້ນ 2 ໃຫ້ກຸ່ມບໍລິສັດ BRG ເມື່ອບໍ່ດົນມານີ້./.
(0)