ຕອນບ່າຍວັນທີ 2 ທັນວາ, ຄະນະບໍລິຫານງານພັກແຂວງ ໄທບິ່ງ ໄດ້ດຳເນີນຂະບວນການເລືອກຕັ້ງເລຂາພັກແຂວງ ອາຍຸການ 2020-2025, ແທນທ່ານ ຫງວ໋ຽນດົງຫາຍ, ເຊິ່ງໄດ້ຖືກແຕ່ງຕັ້ງຈາກຄະນະບໍລິຫານງານສູນກາງພັກເມື່ອບໍ່ດົນມານີ້ ເປັນຮອງຫົວໜ້າກົມໂຄສະນາອົບຮົມສູນກາງ.
ກ່ອນໜ້ານີ້, ກົມການເມືອງ ໄດ້ເຫັນດີໃຫ້ຄະນະປະຈຳພັກແຂວງ ໄທບິ່ງ ດຳເນີນການຜັນຂະຫຍາຍການເລືອກຕັ້ງເລຂາພັກແຂວງໄລຍະ 2020-2025 ຈາກແຫຼ່ງຊັບພະຍາກອນມະນຸດຢູ່ທ້ອງຖິ່ນຢ່າງສົມບູນ.

ຕອນບ່າຍວັນທີ 2/12, ຄະນະບໍລິຫານງານສູນກາງພັກແຂວງໄດ້ດຳເນີນການປ່ອນບັດ, ດ້ວຍ 100% ສຽງເປັນເອກະພາບເລືອກຕັ້ງທ່ານ ຫງວຽນແຄ໋ງແທ່ງ, ຮອງເລຂາຄະນະພັກແຂວງ, ປະທານຄະນະປະຈຳພັກແຂວງ ດຳລົງຕຳແໜ່ງເລຂາຄະນະພັກແຂວງ ໄທບິ່ງ ອາຍຸການ 2020-2025.
ທ່ານ ຫງວຽນແຄງແທ່ງ, ອາຍຸ 50 ປີ, ຢູ່ຕາແສງ ອານແທ່ງ, ເມືອງ ກວີງຟຸກ, ແຂວງ ໄທບິ່ງ; ມີລະດັບປະລິນຍາຕີດ້ານໄອຍະການ, ປະລິນຍາຕີທາງດ້ານກົດໝາຍ, ປະລິນຍາໂທສາຂາບໍລິຫານ ເສດຖະກິດ ແລະ ລະດັບອາວຸໂສທາງດ້ານທິດສະດີການເມືອງ.
ກ່ອນເຮັດວຽກຢູ່ບັນດາອົງການຂອງແຂວງ ໄທບິ່ງ, ທ່ານ ຫງວຽນແຄ໋ງແທ່ງ ດຳລົງຕຳແໜ່ງຫຼາຍຕຳແໜ່ງໃນລະບົບການເມືອງຢູ່ແຂວງ ກວ໋າງຟຸກ, ເຊັ່ນ: ຮອງຫົວໜ້າພະແນກຊັບພະວິຊາ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຮອງປະທານຄະນະປະຈຳພັກເມືອງ; ທ່ານຮອງເລຂາຄະນະພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງ, ເລຂາຄະນະພັກແຂວງ ກວ໋າງຟຸກ.
ນັບແຕ່ປີ 2016 ເປັນຕົ້ນມາ, ທ່ານ ຫງວຽນແຄ໋ງແທ່ງ ເປັນຫົວໜ້າພະແນກພາຍໃນ ແລະ ຮອງປະທານຄະນະກຳມະການປະຊາຊົນແຂວງ ໄທບິ່ງ. ນັບແຕ່ເດືອນຕຸລາ 2020 ເປັນຕົ້ນມາ, ທ່ານ ຫງວຽນແຄງແທ່ງ ໄດ້ດຳລົງຕຳແໜ່ງເປັນຮອງເລຂາທິການ, ປະທານຄະນະກຳມະການປະຊາຊົນແຂວງ ໄທບິ່ງ.

ແຂວງໄທບິ່ງຕັ້ງຢູ່ທາງທິດໃຕ້ຂອງເຂດທົ່ງພຽງແມ່ນ້ຳແດງ, ຢູ່ເຂດທະເລພາກເໜືອ, ມີເນື້ອທີ່ເກືອບ 1.600 ກິໂລແມັດ, ມີປະຊາກອນກວ່າ 1,8 ລ້ານຄົນ; ມີຊາຍແດນຕິດກັບບັນດາແຂວງ ນາມດິງ, ຮ່ານາມ, ຮົ່ງອຽນ, ຫາຍເຢືອງ, ນະຄອນ ຫາຍຟ່ອງ ແລະ ທະເລ. ຫວ່າງມໍ່ໆມານີ້, ພາຍຫຼັງການຈັດຕັ້ງຄືນໃໝ່, ແຂວງ ໄທບິ່ງ ມີ 8 ຫົວໜ່ວຍບໍລິຫານຂັ້ນເມືອງ (7 ເມືອງ ແລະ ໄທບິ່ງ); 242 ຫົວໜ່ວຍບໍລິຫານຂັ້ນບ້ານ (223 ຕາແສງ, 10 ຫວອດ, 9 ເມືອງ).
ທີ່ມາ: https://daidoanket.vn/thai-binh-chu-tich-ubnd-tinh-nguyen-khac-than-duoc-bau-lam-bi-thu-tinh-uy-10295728.html






(0)