
ບໍລິສັດ CIZIDCO ເປັນຜູ້ລົງທຶນ, ຄຸ້ມຄອງ ແລະ ດຳເນີນກິດຈະການຂອງສວນອຸດສາຫະກຳຂະໜາດໃຫຍ່ 3 ແຫ່ງ ດ້ວຍເນື້ອທີ່ 800 ເຮັກຕາ (ສວນອຸດສາຫະກຳເໜືອ Chu Lai, ສວນອຸດສາຫະກຳ Tam Thang ແລະ Tam Thang expansion) ແລະ ສູນໂຮງແຮມບ້ານທ່າແຂກ Riverside.
ຜູ້ຕາງໜ້າການນຳຂອງ CIZIDCO ໃຫ້ຮູ້ວ່າ: ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ໃນ 6 ເດືອນຕົ້ນປີ 2024, ບໍລິສັດໄດ້ມານະພະຍາຍາມສູ້ຊົນບັນລຸລາຍຮັບທັງໝົດກວ່າ 54,3 ຕື້ດົ່ງ ແລະ ຈ່າຍງົບປະມານໃຫ້ໄດ້ 8,44 ຕື້ດົ່ງ, ຕາມລຳດັບເພີ່ມຂຶ້ນເກືອບ 105% ແລະ 45% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023; ກໍາໄລຫຼັງພາສີເພີ່ມຂຶ້ນຫຼາຍກ່ວາ 126% ຂຶ້ນເປັນ 11,3 ຕື້ດົ່ງ.
ໃນປີ 2024, CIZIDCO ມີແຜນດຳເນີນທຸລະກິດດ້ວຍລາຍຮັບທັງໝົດ 115,5 ຕື້ດົ່ງ, ເພີ່ມຂຶ້ນປະມານ 18% ເມື່ອທຽບໃສ່ໝາກຜົນການດຳເນີນທຸລະກິດໃນປີ 2023. ພາຍຫຼັງ 6 ເດືອນຜ່ານມາ, CIZIDCO ປະຕິບັດໄດ້ 47,1% ຂອງແຜນການລາຍຮັບ, ເກືອບ 47% ຂອງແຜນການຊຳລະງົບປະມານ; ການປະກັນສັງຄົມ, ປະກັນ ສຸຂະພາບ , ການຈ່າຍເງິນປະກັນການຫວ່າງງານບັນລຸໄດ້ 50,8% ແລະ ບັນລຸໄດ້ 51,2% ຂອງເປົ້າໝາຍກຳໄລທີ່ວາງໄວ້.
ທີ່ມາ: https://baoquangnam.vn/cizidco-tang-lai-rong-hon-126-trong-6-thang-dau-nam-2024-3138342.html






(0)