ນີ້ແມ່ນກຸ່ມ “ວິທະຍາເຂດ” ຕາມຕົວແບບຂອງສະຖາບັນ ແລະ ໂຮງຮຽນທີ່ທັນສະໄໝທີ່ສຸດຢູ່ຫວຽດນາມ ຕາມມາດຕະຖານຕົວແບບຂອງບັນດາປະເທດທີ່ມີ ການຮັກສາສຸຂະພາບ ພັດທະນາໃນໂລກ. ແມ່ນຈຸດພົ້ນເດັ່ນ ແລະ ເປັນບາດກ້າວບຸກທະລຸ, ແມ່ນຫົວຄິດປະດິດສ້າງຂອງນະຄອນ ໂຮ່ຈີມິນ ໂດຍທົ່ວໄປ ແລະ ຂອງຂະແໜງສາທາລະນະສຸກຂອງນະຄອນເວົ້າສະເພາະ.

ເລີ່ມແຕ່ປີ 2015, ກຸ່ມແພດສາດ ເຕີນກຽນ (ຕັ້ງຢູ່ຕາແສງ ເຕີນເຍີດ, ນະຄອນ ໂຮ່ຈີມິນ), ມີເນື້ອທີ່ແຜນການທັງໝົດ 73 ເຮັກຕາ, ແບ່ງອອກເປັນ 2 ໄລຍະຕາມຮູບແບບການແພດສີຂຽວ, ສຸມໃສ່ລົງທຶນໃສ່ເຂດບໍລິການສາທາລະນະ, ສວນສາທາລະນະ, ສະໜາມກິລາ, ທີ່ພັກໃຫ້ຍາດພີ່ນ້ອງຄົນເຈັບ.
ໃນໄລຍະທີ 1, ໄດ້ຮັບການກໍ່ສ້າງໂຮງໝໍ 2 ແຫ່ງ, ສູນ 1 ແຫ່ງ ແລະ ມະຫາວິທະຍາໄລການແພດ 1 ແຫ່ງ, ໃນເນື້ອທີ່ 33,32 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນເກືອບ 7.600 ຕື້ດົ່ງ. ໄລຍະ 2026-2030, ດ້ວຍວິໄສທັດຮອດປີ 2045 (ໄລຍະທີ 2), ຈະເລີ່ມກໍ່ສ້າງບັນດາສູນຄົ້ນຄວ້າໃໝ່ຂຶ້ນກັບມະຫາວິທະຍາໄລແພດສາດ ຟ້າມງອກເທກ; ນະຄອນໂຮ່ຈິມິນ 115 ສູນສຸກເສີນ, ສະຖານທີ່ 2 ແລະໂຮງໝໍ Orthopedic and Trauma ນະຄອນໂຮ່ຈິມິນ.





ທີ່ມາ: https://www.sggp.org.vn/cum-y-te-tan-kien-diem-sang-dot-pha-cua-tphcm-post809897.html
(0)