ຕາມຂ່າວສານ Yonhap, ຕອນບ່າຍວັນທີ 7/12, ພັກກຳລັງປະຊາຊົນຂອງປະທານາທິບໍດີ Yoon (PPP) ໄດ້ຕັດສິນປະຕິເສດຄຳສັ່ງຟ້ອງຮ້ອງປະທານາທິບໍດີ, ພຽງແຕ່ບໍ່ເທົ່າໃດນາທີກ່ອນທີ່ ສະພາແຫ່ງຊາດ ຈະດຳເນີນກອງປະຊຸມຄົບຄະນະ.
PPP ຍັງປະກາດຄັດຄ້ານຮ່າງກົດໝາຍທີ່ຮຽກຮ້ອງໃຫ້ມີການສືບສວນພິເສດກ່ຽວກັບການກ່າວຫາກ່ຽວກັບການສໍ້ລາດບັງຫຼວງແລະການແຊກແຊງການເລືອກຕັ້ງທີ່ກ່ຽວຂ້ອງກັບສະຕີໝາຍເລກນຶ່ງ Kim Keon Hee.
ເຖິງວ່ານີ້ແມ່ນຫຼັກໝັ້ນຢ່າງເປັນທາງການຂອງພັກ PPP, ແຕ່ບັນດາສະມາຊິກສະພາຍັງມີສິດລົງຄະແນນສຽງຕາມການຕັດສິນໃຈສ່ວນຕົວ. ເວລາ 5 ໂມງແລງ ຕາມເວລານະຄອນຫຼວງເຊອູນ (14:00 ໂມງຕາມເວລາຫວຽດນາມ) ວັນນີ້, ສະພາແຫ່ງຊາດ ສ.ເກົາຫຼີ ຈະລົງຄະແນນສຽງຮັບຮອງເອົາມະຕິຟ້ອງຮ້ອງປະທານາທິບໍດີ Yoon ທີ່ສະເໜີໂດຍບັນດາພັກຝ່າຍຄ້ານ.
ເພື່ອດຳເນີນການຟ້ອງຮ້ອງປະທານາທິບໍດີ Yoon ໃຫ້ຜ່ານໄປ, ມັນຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຢ່າງໜ້ອຍ 2/3 ຂອງສະພາແຫ່ງຊາດ, ເທົ່າກັບ 200 ທີ່ນັ່ງຂອງ 300 ທີ່ນັ່ງ. ປະຈຸບັນ, ພັກກຳລັງປະຊາຊົນຂອງປະທານາທິບໍດີ Yoon ມີ 108 ທີ່ນັ່ງ.
ດັ່ງນັ້ນ, ຝ່າຍຄ້ານຕ້ອງການຢ່າງໜ້ອຍ 8 ສຽງຈາກບັນດາສະມາຊິກລັດຖະສະພາ PPP ເພື່ອບັນລຸຕົວເລກທີ່ຕ້ອງການ. ຖ້າຫາກຄຳຮ້ອງຟ້ອງຖືກຜ່ານສະພາແຫ່ງຊາດ, ສານລັດຖະທຳມະນູນຈະໄດ້ຮັບແລະຕ້ອງຕັດສິນພາຍໃນເວລາສູງສຸດ 180 ວັນ.
ຜູ້ນຳພັກ PPP ທ່ານ Han Dong-hoon. (ພາບ: Yonhap)
ກ່ອນໜ້ານີ້, ທ່ານ Han Dong-hoon ຜູ້ນຳພັກ PPP ກ່າວວ່າ ການລາອອກຈາກຕຳແໜ່ງກ່ອນໜ້ານີ້ຂອງປະທານາທິບໍດີ Yoon ໄດ້ກາຍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ຫຼັງຈາກ Yoon ໄດ້ຂໍໂທດຢ່າງເປີດເຜີຍຕໍ່ວິກິດ ການການເມືອງ ໃນອາທິດນີ້. ທ່ານ Han ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີບໍ່ໄດ້ຢູ່ໃນຖານະທີ່ຈະປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິຜົນ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານ Han ສະໜັບສະໜູນການຟ້ອງຮ້ອງ ຫຼືແນະນຳໃຫ້ປະທານາທິບໍດີ Yoon ສະໝັກໃຈລາອອກຈາກຕຳແໜ່ງ.
ເຖິງຢ່າງໃດກໍຕາມ, ຕາມ Yonhap ແລ້ວ, ທ່ານ Han ປາກົດວ່າສະໜັບສະໜູນການຟ້ອງຮ້ອງທີ່ນຳພາໂດຍຝ່າຍຄ້ານ, ໂດຍອ້າງເຖິງຄວາມເປັນໄປໄດ້ທີ່ປະທານາທິບໍດີ Yoon Suk-yeol ສາມາດດຳເນີນການກະທຳ “ຮ້າຍແຮງ” ອື່ນໆ, ເຖິງວ່າມີການຄັດຄ້ານຢ່າງແຂງແຮງຈາກພາຍໃນ PPP.
ກ່ຽວກັບຄວາມເປັນໄປໄດ້ຂອງການດັດແກ້ລັດຖະທຳມະນູນເພື່ອຫຼຸດອາຍຸການດຳລົງຕຳແໜ່ງປະທານາທິບໍດີ, ທ່ານ Han ກ່າວວ່າ, ພັກຈະພິຈາລະນາແລະປຶກສາຫາລືເພື່ອແກ້ໄຂທີ່ດີທີ່ສຸດ. ບັນດານັກສັງເກດການການເມືອງພວມເບິ່ງຄວາມເປັນໄປໄດ້ຂອງ PPP ເພື່ອປຶກສາຫາລືກ່ຽວກັບມາດຕະການແກ້ໄຂລັດຖະທຳມະນູນເພື່ອຮັບປະກັນການອອກຈາກຕຳແໜ່ງຢ່າງເປັນລະບຽບສຳລັບທ່ານ Yoon, ແທນທີ່ຈະມີການອອກຈາກໄປທີ່ບໍ່ເປັນຕາຢ້ານຜ່ານການຟ້ອງຮ້ອງ.
ທ່ານ Han ອະດີດໄອຍະການແລະຜູ້ຊ່ວຍໃກ້ຊິດຂອງປະທານາທິບໍດີ Yoon ກ່າວວ່າ ທ່ານຈະປຶກສາຫາລືກັບ ນາຍົກລັດຖະມົນຕີ Han Duck-soo ກ່ຽວກັບບັນຫາທີ່ສຳຄັນ ໂດຍສະເພາະແມ່ນບັນຫາທີ່ກ່ຽວຂ້ອງເຖິງຊີວິດຂອງປະຊາຊົນ ເພື່ອຫຼຸດຜ່ອນຜົນກະທົບທາງລົບທີ່ອາດຈະເກີດຂຶ້ນ.
ທ່ານ Han ກ່າວຕໍ່ບັນດານັກຂ່າວວ່າ, “ ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີຈົ່ງຈັດການແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນແລະການປົກຄອງຂອງປະເທດຊາດຢ່າງລະມັດລະວັງ, ເພື່ອບໍ່ໃຫ້ປະຊາຊົນມີຄວາມວິຕົກກັງວົນ .
ໃນກໍລະນີທີ່ປະທານາທິບໍດີ Yoon ຖືກປົດອອກຈາກຕຳແໜ່ງ, ທ່ານນາຍົກລັດຖະມົນຕີ Han ຈະດຳລົງຕຳແໜ່ງເປັນປະທານາທິບໍດີ.
ທີ່ມາ: https://vtcnews.vn/dang-cam-quyen-han-quoc-phan-doi-kien-nghi-luan-toi-tong-thong-yoon-suk-yeol-ar912087.html
(0)