ອົງການຄຸ້ມຄອງມໍລະດົກວັດທະນະທຳແຫ່ງຊາດ ສ.ເກົາຫຼີ ກ່າວວ່າ ການວິເຄາະຂໍ້ມູນຂອງຕົນໄດ້ສະແດງໃຫ້ເຫັນຄວາມສົນໃຈຂອງຊາວຕ່າງປະເທດຕໍ່ວັດທະນະທຳພື້ນເມືອງຂອງສ.ເກົາຫຼີ.
| ພາບຫິມະທີ່ພະລາຊະວັງ Gyeongbokgung ໃນກຸງໂຊລ, ເກົາຫຼີໃຕ້. (ແຫຼ່ງຂ່າວ: ຊິນຫົວ) |
ວັນທີ 29 ທັນວານີ້, ອົງການມໍລະດົກວັດທະນະທຳແຫ່ງຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ: ປີ 2023, ຈຳນວນນັກທ່ອງທ່ຽວເຂົ້າຢ້ຽມຢາມ 4 ພະລາຊະວັງໃຫຍ່ຂອງນະຄອນຫຼວງເຊອູນ, ລວມມີ: ພະລາຊະວັງ Gyeongbok, ພະລາຊະວັງ Changdeok, ພະລາຊະວັງ Changgyeong, ພະລາຊະວັງ Deoksu, ພະລາຊະວັງ Jongmyo, ແລະ ສຸສານລາຊະວົງ Joseon ບັນລຸ 14.190.782 ຄົນ.
ຍອດຈຳນວນນັກທ່ອງທ່ຽວໃນປີ 2019 ເພີ່ມຂຶ້ນ 28,5% ເມື່ອທຽບໃສ່ປີ 2019 ໄດ້ລື່ນກາຍ 13,395,625 ເທື່ອຄົນຂອງປີ 2019 ເຊິ່ງເປັນໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19.
ກ່ອນໜ້ານີ້, ຈຳນວນນັກທ່ອງທ່ຽວເຂົ້າຊົມພະລາຊະວັງແລະສຸສານໃນປີ 2020 ແລະ 2021 ໄດ້ຫຼຸດລົງຢ່າງຫຼວງຫຼາຍ, ໄດ້ຢຸດຢູ່ພຽງ 5-6 ລ້ານເທື່ອຄົນຍ້ອນຜົນກະທົບຂອງມາດຕະການປ້ອງກັນພະຍາດລະບາດ.
ໃນຈຳນວນນັກທ່ອງທ່ຽວເຂົ້າຊົມພະລາຊະວັງແລະສຸສານ, ຈຳນວນນັກທ່ອງທ່ຽວຕ່າງປະເທດບັນລຸ 1.957.971 ຄົນ, ເພີ່ມຂຶ້ນ 261.9% ເມື່ອທຽບໃສ່ປີ 2022.
ພິເສດ, ມີນັກທ່ອງທ່ຽວຕ່າງປະເທດປະມານ 100.000 ຄົນມາຢ້ຽມຢາມພະລາຊະວັງໃນໄລຍະສອງງານບຸນວັດທະນະທຳພະລາຊະວັງທີ່ຈັດຂຶ້ນໃນລະດູໃບໄມ້ປົ່ງ ແລະ ດູໃບໄມ້ລົ່ນ.
ໃນປີ 2024, ກົມມໍລະດົກວັດທະນະທໍາແຫ່ງຊາດຈະສືບຕໍ່ພັດທະນາບັນດາໂຄງການທ່ອງທ່ຽວພະລາຊະວັງ, ປ່ຽນຈາກວິທີການຈອງປີ້ເຂົ້າຊົມເຫດການທີ່ເປັນທີ່ນິຍົມເຊັ່ນ: ການທ່ຽວຊົມພະລາຊະວັງ Gyeongbok ແລະ Changdeok ກາງຄືນເປັນວິທີການຈັບສະຫລາກ; ແລະແນະນຳການບໍລິການແຈ້ງເຕືອນຂໍ້ຄວາມສຳລັບຜົນການຈອງປີ້.
( ຕາມ VNA )
ທີ່ມາ






(0)