ໃນຈົດໝາຍອວຍພອນ, ການນຳຂັ້ນສູງຫວຽດນາມ ໄດ້ຊົມເຊີຍບັນດາຜົນງານອັນສຳຄັນທີ່ພັກ, ລັດ ແລະ ປະຊາຊົນ ສປປ.ເກົາຫຼີ ບັນລຸໄດ້ໃນ 77 ປີຜ່ານມາ; ຍິນດີຕໍ່ຄວາມຄືບໜ້າຂອງການພົວພັນຫວຽດນາມ-ສ.ປ.ປ.ເກົາຫຼີ ພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານ Kim Jong Un ໃນເດືອນມີນາ 2019; ປາດຖະໜາຢາກສືບຕໍ່ພັດທະນາການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາ ສັນຕິພາບ , ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ການຕ່າງປະເທດ ເລຮ່ວາຍຈູງ ໄດ້ສົ່ງສານຊົມເຊີຍເຖິງທ່ານລັດຖະມົນຕີການຕ່າງປະເທດ Choe Son Hui./.
BNG
ທີ່ມາ: https://baochinhphu.vn/dien-mung-quoc-khanh-cong-hoa-dan-chu-nhan-dan-trieu-tien-102250909153618372.htm
(0)