ເຂົ້າ​ຮ່ວມ​ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ມີ​ພັນ​ໂທ ຫງວຽນ​ກວກ​ບ໋າວ, ຮອງ​ເສ​ນາ ​ທິ​ການ​ການ​ເມືອງ ​ທະ​ຫານ​ເຂດ 3; ພັນເອກ ຫວູຮົ່ງແອງ, ຮອງຫົວໜ້າເສນາທິການທະຫານເຂດ 3; ​ແລະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກການ​ເຄື່ອນ​ໄຫວ​ຂອງ 3 ອົງການ​ການ​ທະຫານ​ເຂດ 3.

ທ່ານພົນເອກ ໂງຊວນຟຸກ ແລະຄະນະ ໄດ້ຈູດທູບທຽນອາໄລຫານາຍພົນ ຫວູວັນບິ່ງ ທີ່ເສຍຊີວິດໃນເວລາປະຕິບັດໜ້າທີ່.

ໂດຍຕາງໜ້າໃຫ້ຄະນະພັກ, ກອງບັນຊາການທະຫານເຂດ 3, ​​ທ່ານພົນໂທ ຟ້າມວັນໂດ້ ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ເປັນກຳລັງໃຈໃຫ້ຄອບຄົວຜ່ານຜ່າຄວາມທຸກໂສກ, ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ​ຮອງ​ຜູ້​ບັນຊາ​ການ​ການ​ເມືອງ​ທະຫານ​ເຂດ 3 ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ປະຕິບັດ​ໜ້າ​ທີ່​ຂອງ​ທະຫານ​ບົກ ​ແລະ ກອງ​ພົນ 513 ສົມທົບ​ກັບ​ບັນດາ​ກົມ, ສາຂາ, ທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ລະບຽບ​ການ​ນະ​ໂຍບາຍ​ໃຫ້​ສະຫາຍ ຫວູວັນ​ບິ່ງ ຕາມ​ລະບຽບ​ການ.  

ຂ່າວ ແລະ ພາບ: ອານົງ - ຫງວ໋ຽນແທ່ງ

    ທີ່ມາ: https://www.qdnd.vn/quoc-phong-an-ninh/tin-tuc/doan-cong-tac-cua-bo-tu-lenh-quan-khu-3-vieng-thuong-si-vu-van-binh-hy-sinh-khi-thuc-hien-nhiem-vu-10107