ດັກລັກ 2/9 ບໍລິສັດ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ (Simexco Daklak) ໄດ້ຮັບກຽດເປັນວິສາຫະກິດໜຶ່ງດຽວທີ່ຕາງໜ້າໃຫ້ຫວຽດນາມ ໃນທັງໝົດ 10 ປະເທດອາຊຽນ ໄດ້ຮັບ 2 ລາງວັນອັນມີຊື່ສຽງຄື: ຄວາມສະເໝີພາບ ແລະ ການພັດທະນາແບບຍືນຍົງ ອາຊຽນ 2025.
ຕອນຄ່ຳວັນທີ 11 ກັນຍາ, ຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ, ການນຳ Simexco Daklak ໃຫ້ຮູ້ວ່າ, ໃນຂອບເຂດເວທີປາໄສວິສາຫະກິດລວມອາຊຽນ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ Kuala Lumpur, ປະເທດມາເລເຊຍ, Simexco Daklak ໄດ້ຮັບກຽດເປັນວິສາຫະກິດໜຶ່ງດຽວຕາງໜ້າໃຫ້ຫວຽດນາມ ໃນທົ່ວປະເທດ 10 ປະເທດອາຊຽນ ໄດ້ມອບ 2 ລາງວັນອັນມີຊື່ສຽງຄື: ລາງວັນພິ ເສດ ດ້ານທຸລະກິດລວມອາຊຽນ 2005.
ລາງວັນ ASEAN Inclusion Award ແມ່ນໄດ້ລິເລີ່ມຂຶ້ນໃນປີ 2018 ເຊິ່ງເປັນຂໍ້ລິເລີ່ມຮ່ວມກັນໂດຍສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC) ຮ່ວມມືກັບອົງການຈັດຕັ້ງສາກົນກ່ຽວກັບການພັດທະນາແບບຍືນຍົງ.
ນີ້ແມ່ນລາງວັນປະຈຳປີ ເພື່ອແນໃສ່ຍົກສູງບັນດາວິສາຫະກິດບຸກເບີກບັນດາຮູບແບບທຸລະກິດລວມ (IB), ແມ່ນຕົວແບບທີ່ບໍ່ພຽງແຕ່ມຸ່ງໄປເຖິງຜົນກຳໄລເທົ່ານັ້ນ ຫາກຍັງເປີດໂອກາດການເຂົ້າຮ່ວມ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ຍົກສູງຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດ, ໂດຍສະເພາະແມ່ນຊາວກະສິກອນ, ແມ່ຍິງ ແລະ ຊຸມຊົນຢູ່ເຂດຊົນນະບົດ.
ລາງວັນດັ່ງກ່າວມີຄວາມໝາຍຍຸດທະສາດ, ເພາະວ່າມັນໄດ້ຮັບຖືວ່າແມ່ນ “ມາດຕະຖານໃໝ່” ຂອງ ບັນດາວິສາຫະກິດອາຊຽນ , ຢືນຢັນບົດບາດໃຈກາງຂອງການດຳເນີນທຸລະກິດລວມໃນການພັດທະນາ ເສດຖະກິດ ພາກພື້ນ, ພ້ອມທັງສ້າງກຽດສັກສີສາກົນໃຫ້ບັນດາວິສາຫະກິດເປີດກວ້າງການຮ່ວມມືກັບບັນດາວິສາຫະກິດທົ່ວໂລກ, ສະຖາບັນການເງິນ ແລະ ນັກລົງທຶນແບບຍືນຍົງ.
ໃນປີ 2025, ລາງວັນດັ່ງກ່າວຈະປະກອບມີ 2 ປະເພດພິເສດຄື: ລາງວັນພິເສດລວມສຳລັບທຸລະກິດທີ່ມີຕົວແບບທີ່ສ້າງຜົນກະທົບທາງສັງຄົມຢ່າງແຂງແຮງ, ກະຈາຍຜົນປະໂຫຍດໃຫ້ແກ່ຄົນສ່ວນໃຫຍ່, ແລະ ລາງວັນພິເສດຄວາມຍືນຍົງສຳລັບທຸລະກິດທີ່ມີຍຸດທະສາດລວມເອົາປະສິດທິພາບທາງດ້ານເສດຖະກິດ, ຄວາມຮັບຜິດຊອບທາງສັງຄົມ ແລະ ການປົກປ້ອງສິ່ງແວດລ້ອມ.
Simexco Daklak ໄດ້ຮັບ 2 ລາງວັນຄື: Inclusion and Sustainable Development ທີ່ພິທີມອບລາງວັນເວທີປາໄສທຸລະກິດລວມອາຊຽນ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ Kuala Lumpur, ປະເທດມາເລເຊຍ, ໄດ້ຢັ້ງຢືນເຖິງກຽດສັກສີ ແລະ ຖານະຂອງວິສາຫະກິດ ກະສິກຳ ຫວຽດນາມ ໃນເວທີສາກົນ. Simexco Daklak ໄດ້ຜ່ານການປະເມີນຜົນຢ່າງເຂັ້ມງວດຫຼາຍຮອບ, ຈາກເອກະສານໄປຫາການປະເມີນໃນສະຖານທີ່, ກ່ອນທີ່ຈະໄດ້ຮັບການຍອມຮັບຈາກຄະນະກໍາມະສາກົນ.
ຕາມຄະນະຈັດຕັ້ງ, Simexco Daklak ໄດ້ຮັບກຽດໃນການສ້າງລະບົບນິເວດທຸລະກິດລວມ, ເຊື່ອມຕໍ່ກວ່າ 50.000 ຄອບຄົວກະສິກຳເຂດເນີນສູງພາກກາງເຂົ້າສູ່ລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ຍູ້ແຮງການປຸງແຕ່ງຢ່າງເລິກເຊິ່ງ, ການຫັນເປັນດິຈິຕອນ ແລະ ການຕິດຕາມກວດກາ, ຍົກສູງຄຸນຄ່າຜະລິດຕະພັນກະເສດຂອງຫວຽດນາມ . ພ້ອມກັນນັ້ນ, ປະຕິບັດຫຼາຍໂຄງການ ESG (Environment-Social-Governance) ຕິດພັນກັບການພັດທະນາແບບຍືນຍົງ ແລະ ຄວາມຮັບຜິດຊອບ.
ຜົນສຳເລັດດັ່ງກ່າວ ບໍ່ພຽງແຕ່ຍົກສູງຊື່ສຽງຂອງ Simexco Daklak ເທົ່ານັ້ນ, ຫາກຍັງແມ່ນເຄື່ອງໝາຍການຄ້າ ຫວຽດນາມ ໃນແຜນທີ່ເສດຖະກິດພາກພື້ນ ແລະ ສາກົນ, ປະກອບສ່ວນຢັ້ງຢືນວ່າ ຫວຽດນາມ ສາມາດກາຍເປັນແບບຢ່າງແຫ່ງການດຳເນີນທຸລະກິດລວມ ແລະ ພັດທະນາແບບຍືນຍົງຢູ່ ອາຊຽນ.
ກອງປະຊຸມເວທີປາໄສວິສາຫະກິດລວມອາຊຽນຄັ້ງທີ 8 ປີ 2025 ໄດ້ໄຂຂຶ້ນໃນວັນທີ 11-12 ກັນຍານີ້ຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ, ໂດຍມີການເຂົ້າຮ່ວມຂອງການນຳອາຊຽນ, ຜູ້ຕາງໜ້າບັນດາວິສາຫະກິດຫຼາຍຝ່າຍ, ກອງທຶນການລົງທຶນ, ອົງການພັດທະນາສາກົນ ແລະ ບັນດາວິສາຫະກິດລວມໃນພາກພື້ນ.
ເຫດການດັ່ງກ່າວຍັງເປັນເວທີປຶກສາຫາລືຍຸດທະສາດ, ການຮ່ວມມື ແລະ ສົ່ງເສີມລະບົບນິເວດທຸລະກິດແບບຍືນຍົງຂອງອາຊຽນ.
ທີ່ມາ: https://baolamdong.vn/doanh-nghiep-dak-lak-doat-2-giai-thuong-bao-trum-va-phat-trien-ben-vung-asean-2025-390987.html
(0)