ກປ.ອອນໄລ - ວັນທີ 5 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ , ສູນສົ່ງເສີມການລົງທຶນ ແລະການຄ້ານະຄອນ ໂຮ່ຈີມິນ (ITPC) ໄດ້ສົມທົບກັບບໍລິສັດ AEON ຫວຽດນາມ ຈໍາກັດ (AEON ຫວຽດນາມ) ຈັດຕັ້ງພິທີເປີດ “ອາທິດງານວາງສະແດງສິນຄ້າວິສາຫະກິດ ຫວຽດນາມ 2023”.
ທ່ານ Tran Phu Lu, ຜູ້ອຳນວຍການໃຫຍ່ ITPC ໃຫ້ຮູ້ວ່າ: ຍີ່ປຸ່ນ ແມ່ນຄູ່ຮ່ວມມື ດ້ານເສດຖະກິດ ແລະ ການຄ້າແຖວໜ້າຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້. ການແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໄດ້ມີຄວາມດຸ່ນດ່ຽງ, ຍືນຍົງ ແລະ ເຕີບໂຕຢ່າງບໍ່ຢຸດຢັ້ງ. ວົງເງິນການຄ້າສອງຝ່າຍໃນປີ 2022 ບັນລຸເກືອບ 50 ຕື້ USD. ໃນນັ້ນ, ຫວຽດນາມ ໄດ້ສົ່ງອອກ 24,2 ຕື້ USD ໄປຍັງຍີ່ປຸ່ນ ແລະ ນຳເຂົ້າຈາກ ຍີ່ປຸ່ນ 23,4 ຕື້ USD. ປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ແລະ ຄູ່ຮ່ວມມືສົ່ງອອກໃຫຍ່ອັນດັບ 3 ຂອງ ຫວຽດນາມ. ໃນ 8 ເດືອນຕົ້ນປີ 2023 ເທົ່ານັ້ນ, ວົງເງິນການນຳເຂົ້າ-ສົ່ງອອກລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຄາດວ່າບັນລຸ 29,1 ຕື້ USD.
ເພື່ອໜູນຊ່ວຍບັນດາວິສາຫະກິດເປີດກວ້າງຕະຫຼາດການຊົມໃຊ້ຜະລິດຕະພັນ, ແຕ່ຕົ້ນປີ 2023, ITPC ໄດ້ຜັນຂະຫຍາຍຫຼາຍລາຍການວາງສະແດງສິນຄ້າ ແລະ ກອງປະຊຸມເຊື່ອມຕໍ່ການຄ້າ ເພື່ອຊຸກຍູ້ການນຳສິນຄ້າຂອງວິສາຫະກິດ ຫວຽດນາມ ເຂົ້າສູ່ສູນການຄ້າ ແລະ ລະບົບຈຳໜ່າຍທັນສະໄໝ.
| ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ “ອາທິດວາງສະແດງສິນຄ້າວິສາຫະກິດ ຫວຽດນາມ 2023”. |
“ອາທິດງານວາງສະແດງສິນຄ້າວິສາຫະກິດຫວຽດນາມ” ແມ່ນການເຄື່ອນໄຫວສົ່ງເສີມການຄ້າປະຈຳປີ ເພື່ອສ້າງກາລະໂອກາດຮ່ວມມືລະຫວ່າງກຸ່ມບໍລິສັດ AEON ກັບວິສາຫະກິດຫວຽດນາມ ດ້ວຍບັນດາຜະລິດຕະພັນທີ່ມີຄຸນນະພາບ, ຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ ແລະ ມີເຄື່ອງໝາຍການຄ້າທີ່ມີຊື່ສຽງ.
ໂຄງການຫວັງວ່າຈະນຳບັນດາຜະລິດຕະພັນ ແລະ ສິນຄ້າຍີ່ຫໍ້ຫວຽດນາມ ໄປສູ່ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານຕ່ອງໂສ້ຊຸບເປີມາເກັດ AEON. ພ້ອມກັນນັ້ນ, ຍັງສ້າງກາລະໂອກາດໃຫ້ບັນດາວິສາຫະກິດຕີລາຄາຄຸນນະພາບຜະລິດຕະພັນ, ຈັບເອົາທ່າອ່ຽງຂອງຜູ້ບໍລິໂພກ ເພື່ອກຳນົດທິດການຜະລິດໃຫ້ເໝາະສົມ, ປັບປຸງຄຸນນະພາບຜະລິດຕະພັນ ແລະ ຄວາມສາມາດແກ່ງແຍ້ງເທື່ອລະກ້າວ, ມຸ່ງໄປເຖິງການສົ່ງອອກໄປຕະຫຼາດຍີ່ປຸ່ນ ແລະ ຕະຫຼາດທີ່ມີຄວາມຕ້ອງການຜະລິດຕະພັນຄຸນນະພາບສູງ.
ຕາມທ່ານ ເຈີ່ນຟຸກລູ, ອາທິດໄດ້ດຶງດູດວິສາຫະກິດ 210 ກວ່າແຫ່ງເຂົ້າຮ່ວມ, ໃນນັ້ນ ມີ 34 ວິສາຫະກິດໄດ້ບັນລຸມາດຖານປະເມີນຜົນ ແລະ ໄດ້ຮັບການຄັດເລືອກເພື່ອສະແດງ ແລະ ແນະນຳ. ບັນດາມາດຖານ “ຄວາມປອດໄພ, ຜະລິດຕະພັນໃໝ່, ຄຸນລັກສະນະຂອງພາກພື້ນ - ຮີດຄອງປະເພນີ” ໄດ້ເອົາໃຈໃສ່ເປັນພິເສດເຖິງການຄັດເລືອກບັນດາຜະລິດຕະພັນເພື່ອວາງສະແດງ. ສິນຄ້າທີ່ນຳມາວາງສະແດງລວມມີອາຫານຫຸ້ມຫໍ່ ແລະ ປຸງແຕ່ງຄື: ຊາ, ກາເຟ, ເຄື່ອງເທດ, ເຄື່ອງປຸງ, ຜະລິດຕະພັນກະເສດແຫ້ງ; ຜະລິດຕະພັນທີ່ເປັນປະໂຫຍດຕໍ່ສຸຂະພາບ; ຜະລິດຕະພັນກະເສດລວມມີ: ເຂົ້າ, ຜັກ, ຫົວ, ໝາກໄມ້, ໂດຍໃຫ້ບຸລິມະສິດເປັນສິນຄ້າປອດສານພິດ...
“ອາທິດຂອງງານວາງສະແດງສິນຄ້າ ແລະ ການເຊື່ອມຈອດທຸລະກິດກັບ AEON ຈະເປັນຊ່ອງທາງທີ່ດີ, ຊ່ວຍຊຸກຍູ້ວົງການທຸລະກິດໃຫ້ມີການຂະຫຍາຍຕົວ ແລະ ພັດທະນາ, ສ້າງເງື່ອນໄຂໃຫ້ວິສາຫະກິດຜະລິດສິນຄ້າ ແລະ ການບໍລິການຄຸນນະພາບສູງ, ແຂ່ງຂັນ, ພ້ອມກັນນັ້ນ, ຈະຊ່ວຍໃຫ້ທຸລະກິດສົ່ງເສີມຜະລິດຕະພັນ, ຂະຫຍາຍຕະຫຼາດການບໍລິໂພກ, ເຊື່ອມຕໍ່ບັນດາຄູ່ຄ້າພາຍໃນ ແລະ ຕ່າງປະເທດ ແລະ ລະບົບການຈໍາໜ່າຍ” .
ທ່ານ Takeuchi Takashi, ຮອງຫົວໜ້າກົມໃຫຍ່ຫ້ອງການ - AEON ຫວຽດນາມ ໃຫ້ຮູ້ວ່າ, AEON ຫວຽດນາມ ໃຫ້ຄຳໝັ້ນສັນຍາບໍ່ພຽງແຕ່ສະໜອງບັນດາຜະລິດຕະພັນທີ່ມີຄຸນນະພາບເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງ, ຊຸກຍູ້ເສດຖະກິດຜ່ານບັນດາການເຄື່ອນໄຫວຂາຍຍ່ອຍ ກໍ່ຄືບັນດາໂຄງການສົມທົບ, ໜູນຊ່ວຍຜູ້ຜະລິດ ແລະ ຜູ້ສະໜອງ.
ນອກຈາກນັ້ນ, AEON ຫວຽດນາມ ຍັງປາດຖະໜາຢາກຊອກຫາຄູ່ຮ່ວມມືການຜະລິດ ແລະ ປຸງແຕ່ງໃຫ້ບັນດາຜະລິດຕະພັນປ້າຍສ່ວນຕົວຂອງ AEON TOPVALU, ເພື່ອນຳມາໃຫ້ລູກຄ້າ “ບັນດາຜະລິດຕະພັນພິເສດ”, ສຸມໃສ່ກຸ່ມຜະລິດຕະພັນຮັບໃຊ້ທ່າອ່ຽງການດຳລົງຊີວິດທີ່ມີສຸຂະພາບດີ.
ໃນໄລຍະຈະມາເຖິງ, ຫົວໜ່ວຍຈະສືບຕໍ່ປະຕິບັດພາລະກິດປັບປຸງຊີວິດການເປັນຢູ່ຂອງລູກຄ້າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ຜ່ານບັນດາການເຄື່ອນໄຫວທຸລະກິດຂາຍຍ່ອຍ, ພ້ອມກັບບັນດາການເຄື່ອນໄຫວພ້ອມກັບຜູ້ສະໜອງ, ຄູ່ຮ່ວມມື ແລະບັນດາອົງການຂອງລັດ ກາຍເປັນຂົວຕໍ່ການພັດທະນາແບບຍືນຍົງຂອງຫວຽດນາມ.
ແຫຼ່ງທີ່ມາ






(0)