ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫວຽດ​ຮຸ່ງ (ກາງ) ພ້ອມ​ກັບ​ຜູ້​ແທນ​ຄະ​ນະ​ຈັດ​ຕັ້ງ ແລະ ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ. (ພາບ: Do Sinh/VNA)

ວັນ​ທີ 7 ຕຸລາ​ນີ້, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ໄທ ດ້ວຍ​ຫົວ​ຂໍ້ “ວິ​ໄສ​ທັດ​ຍຸດ​ທະ​ສາດ​ສຳລັບ​ນັກ​ລົງທຶນ ​ແລະ ການ​ນຳ​ວິ​ສາ​ຫະກິດ 2025” ​ໄດ້​ໄຂ​ຂຶ້ນ​ຢູ່​ບາງກອກ, ປະ​ເທດ​ໄທ. ງານ​ດັ່ງກ່າວ​ໄດ້​ດຶງ​ດູດ​ຜູ້​ແທນ​ນັກ​ທຸລະ​ກິດ​ຂອງ​ໄທ 100 ກວ່າ​ຄົນ ​ແລະ ນັກ​ຊ່ຽວຊານ​ດ້ານ​ກົດໝາຍ​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ.

ຕາມ​ນັກ​ຂ່າວ VNA ຢູ່​ບາງກອກ​ແລ້ວ, ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໄທ ຟ້າ​ມວຽດ​ຮຸງ, ທີ່​ປຶກສາ​ດ້ານ​ການ​ຄ້າ ເລ​ຮຸຍ​ຟຸກ, ຮອງ​ປະທານ​ຜູ້​ຮັບຜິດຊອບ​ການ​ຄ້າ ​ແລະ ການ​ລົງທຶນ ສະຫະພັນ​ອຸດສາຫະກຳ​ການ​ຄ້າ ​ໄທ (FTI) Petcharat Eksangkul, ພ້ອມ​ກັບ​ວິ​ສາ​ຫະກິດ​ຂອງ​ໄທ ​ເປັນ​ຕົ້ນ​ແມ່ນ​ທະນາຍຄວາມ​ໃນ​ຫຼາຍ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ 2 ປະ​ເທດ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ​ໄທ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 5/2025 ​ໄດ້​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ໄລຍະ​ໃໝ່, ​ແທດ​ຈິງ. ຫວຽດນາມ ​ແລະ ​ໄທ ມຸ່ງ​ໄປ​ເຖິງ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 25 ຕື້ USD ​ໃນ​ປີ 2026.

ປະຈຸ​ບັນ​ໄທ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ຂອງ​ຫວຽດນາມ​ໃນ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ແລະ​ເປັນ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 9 ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ລື່ນ​ກາຍ 14 ຕື້ USD (ຮອດ​ປີ 2023), ​ໂດຍ​ກວມ​ເອົາ​ບັນດາ​ຂະ​ແໜງ​ການ​ສຳຄັນ​ຄື: ພະລັງງານ, ຂາຍຍ່ອຍ, ປຸງ​ແຕ່ງ​ສະບຽງ​ອາຫານ, ວັດຖຸ​ດິບ ​ແລະ ການ​ຂົນ​ສົ່ງ.

ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່​ແລະ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ໄທ​ຢູ່​ຫວຽດ​ນາມຫຼາຍ​ແຫ່ງ. ບັນດາວິສາຫະກິດຂະໜາດໃຫຍ່ຄື: PTT, SCG, Central Retail, B.Grimm Power, Gulf Energy ແລະ CP Group ບໍ່ພຽງແຕ່ເປີດກວ້າງການປະກົດຕົວເທົ່ານັ້ນ, ແຕ່ຍັງຫັນໄປສູ່ຂະແໜງການສີຂຽວ ແລະ ຍືນຍົງ, ແທດເໝາະກັບທິດທາງການພັດທະນາຂອງ ຫວຽດນາມ ຢ່າງຄົບຖ້ວນ.

​ໃນ​ຂົງ​ເຂດ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ທ່ານ​ເອກ​ອັກຄະ​ລັດຖະທູດ Pham Viet Hung ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໄທ ​ແມ່ນ​ນັກ​ລົງທຶນ FDI ​ແຖວ​ໜ້າ​ຢູ່ ຫວຽດນາມ, ຍາມ​ໃດ​ກໍ​ຮັກສາ​ທີ່​ຕັ້ງ​ໃນ 10 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ລົງທຶນ​ເຂົ້າ​ຫວຽດນາມ ​ແລະ ຢືນ​ອັນ​ດັບ​ທີ 2 ຂອງ​ອາ​ຊຽນ (ຖັດຈາກ ສິງກະ​ໂປ).

​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ບັນດາ​ວິ​ສາ​ຫະກິດ​ໄທ​ໄດ້​ປະຕິບັດ 19 ​ໂຄງການ​ໃໝ່​ຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ​ກວ່າ 869,65 ລ້ານ USD, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 11 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ລະດັບ​ສູງ​ສຸດ​ຂອງ​ການ​ລົງທຶນ​ຂອງ​ໄທ​ເຂົ້າ​ຫວຽດນາມ ​ໃນ 6 ​ເດືອນ​ຕົ້ນ​ປີ 2021-2025.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍັງ​ກ່າວ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດຖະບານ ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ​ດ້ວຍ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງວ່າ ສະພາບ​ແວດ​ລ້ອມ​ທີ່​ໂປ່​ງ​ໃສ, ມີ​ປະສິດທິ​ຜົນ ​ແລະ ​ເປັນ​ມິດ​ກັບ​ການ​ລົງທຶນ​ແມ່ນ​ກຸນ​ແຈ​ສຳຄັນ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ, ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ວິ​ສາ​ຫະກິດ ​ໄທ ​ໄປ​ສູ່​ການ​ຮ່ວມ​ມື​ໃນ​ໄລຍະ​ຍາວ, ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ມຸ່ງ​ໄປ​ສູ່​ອະນາຄົດ​ທີ່​ເຊື່ອມ​ໂຍງ, ຮັ່ງມີ ​ແລະ ຍືນ​ຍົງ.

​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “​ເປີດ​ກວ້າງ​ການ​ເຕີບ​ໂຕ ​ແລະ ກາລະ​ໂອກາດ: ການ​ລົງທຶນ​ຢູ່​ຫວຽດນາມ”, ບັນດາ​ທະນາຍຄວາມ​ຂອງ Baker McKenzie ຫວຽດນາມ ​ໄດ້​ສະ​ເໜີ​ບັນດາ​ຫົວ​ເລື່ອງ​ທີ່​ມີ​ຄວາມ​ສົນ​ໃຈ​ຂອງ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຫຼາຍ​ຄົນ, ​ເຊັ່ນ: ທ່າ​ອ່ຽງ​ການ​ລົງທຶນ: ຂະ​ແໜງ​ການ​ເຕີບ​ໂຕ​ຂອງ​ຫວຽດນາມ; ຂໍ້​ມູນ​ຫຼ້າ​ສຸດ​ກ່ຽວ​ກັບ​ກົດ​ໝາຍ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ແລະ ກົດ​ໝາຍ​ວິ​ສາ​ຫະ​ກິດ; ການ​ສ້າງ​ໂຄງ​ປະກອບ​ລັດຖະບານ​ຄືນ​ໃໝ່, ຊຸດ​ກະຕຸກ​ຊຸກຍູ້ ​ເສດຖະກິດ ​ແລະ ການ​ປະຕິ​ຮູບ​ລະບຽບ​ການ; ນັກລົງທຶນໄທ ສວຍໃຊ້ໂອກາດທາງທຸລະກິດ ແລະການລົງທຶນຂ້າມຊາຍແດນ.

ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ບັນດາ​ນັກ​ກົດໝາຍ​ຂອງ​ສຳນັກງານ Baker McKenzie ຫວຽດນາມ ​ແລະ ​ໄທ, ພ້ອມ​ທັງ​ຜູ້ຕາງໜ້າ​ສະຫະພັນ​ອຸດສາຫະກຳ​ໄທ ​ໄດ້​ສະ​ເໜີ​ບັນດາ​ທັດສະນະ​ເລິກ​ເຊິ່ງກ່ຽວ​ກັບ FDI/M&A, ການ​ລົງທຶນ, ບັນດາ​ໂຄງການ​ພະລັງງານ​ທົດ​ແທນ, ການ​ລະດົມ​ທຶນ ​ແລະ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ.

ພ້ອມດຽວກັນນີ້, ບັນດານັກສຳມະນາກອນຍັງໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບລະບຽບກົດໝາຍທີ່ກ່ຽວຂ້ອງເຖິງພາສີ, ແຮງງານ ແລະ ການປະຕິບັດຕາມ, ການບໍລິການດ້ານການເງິນ, ຊັບສິນທາງປັນຍາ, ເຕັກໂນໂລຊີ ແລະ ການຄຸ້ມຄອງຂໍ້ມູນ, ຊ່ວຍໃຫ້ວິສາຫະກິດຮັບຮູ້ລະບຽບການຕ່າງໆຢ່າງທັນການ ແລະ ສະໜັບສະໜູນການດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ໂປ່ງໃສ.

ທ່ານ Wynn Pakdeejit, ທະນາຍຄວາມຄຸ້ມຄອງບໍລິສັດກົດໝາຍ Baker McKenzie ປະເທດໄທ, ຕີລາຄາວ່າ: “ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ດ້ວຍບັນດາພື້ນຖານທີ່ແຂງແກ່ນ, ເປັນກຳລັງແຮງງານໜຸ່ມ, ມີທັກສະ, ໄດ້ຮັບການເຊີດຊູຈາກບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງລັດຖະບານ ຫວຽດນາມ ແລະ ນຳພາໃນການປະຕິຮູບ”.

ເວທີ​ປາ​ໄສ​ໂດຍ​ສະຫະພັນ​ອຸດສາຫະກຳ​ໄທ ສົມທົບ​ກັບ Baker McKenzie - ບໍລິສັດ​ກົດໝາຍ​ຊັ້ນ​ນຳ ​ຂອງ​ໂລກ ດ້ວຍ​ກ່ວາ 75 ສຳນັກງານ​ຜູ້ຕາງໜ້າ​ຢູ່ 45 ປະ​ເທດ​ໃນ​ທົ່ວ​ໂລກ - ​ເພື່ອ​ແນ​ໃສ່​ສະໜອງ​ບັນດາ​ທັດສະນະ​ປະຕິບັດ​ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ກົດໝາຍ ​ແລະ ລະບຽບ​ກົດໝາຍ​ໃນ​ພາກ​ພື້ນ ອາ​ຊຽນ, ​ເປີດ​ແງ່​ຫວັງ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ ຫວຽດນາມ - ​ໄທ, ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ຕາມ​ຂ່າວ vietnamplus.vn

ທີ່ມາ: https://huengaynay.vn/kinh-te/doanh-nghiep-viet-nam-thai-lan-huong-toi-ket-noi-thinh-vuong-ben-vung-158581.html