ງານມະໂຫລານຄັ້ງນີ້ໂດຍຫ້ອງການ Unesco ຢູ່ ຮ່າໂນ້ຍ ສົມທົບກັບຄະນະກຳມະການແຫ່ງຊາດ ຫວຽດນາມ ປະຈຳ UNesco ຈັດຕັ້ງ.
ໂດຍໄດ້ສຸມໃສ່ບຸລິມະສິດໃຫ້ແກ່ຊາວໜຸ່ມ, ໂຄງການດັ່ງກ່າວໄດ້ສ້າງເວທີປາໄສໃຫ້ຜູ້ທີ່ພວມປະຕິບັດບັນດາໂຄງການພັດທະນາຢ່າງກົງໄປກົງມາໃນ 3 ຂົງເຂດຄື ການສຶກສາ , ວິທະຍາສາດ ແລະ ວັດທະນະທຳ Unesco ເພື່ອແບ່ງປັນ ແລະ ປຶກສາຫາລືກັບລຸ້ນໜຸ່ມກ່ຽວກັບບັນດາບຸລິມະສິດ ແລະ ຂອບເຂດພັດທະນາຮອບດ້ານຢູ່ ຫວຽດນາມ ໃນປະຈຸບັນ ແລະ ການເຂົ້າຮ່ວມຂອງຊາວໜຸ່ມໃນບັນດາໂຄງການໃໝ່ ແລະ ບຸລິມະສິດໃໝ່.
ບັນດາຜູ້ນຳ ແລະ ແຂກທີ່ເຂົ້າຮ່ວມໂຄງການ.
ການແບ່ງປັນ ແລະ ຄຳຖາມຂອງນັກສຶກສາ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າມີຄວາມສົນໃຈຢ່າງເລິກເຊິ່ງຕໍ່ບັນດາບັນຫາສັງຄົມ, ເສດຖະກິດ , ການສຶກສາ, ສິ່ງແວດລ້ອມ ແລະ ບົດບາດຂອງ UNESCO ໃນການໜູນຊ່ວຍ ຫວຽດນາມ. ບັນດານັກສຶກສາໄດ້ສະແດງໃຫ້ເຫັນບົດບາດເປັນພົນລະເມືອງທົ່ວໂລກ, ພ້ອມແລ້ວທີ່ຈະເຂົ້າຮ່ວມ Unesco ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍ, ມຸ່ງໄປເຖິງອະນາຄົດທີ່ດີກວ່າຂອງຫວຽດນາມ ແລະ ໃນໂລກ.
ທີ່ການພົບປະ, ທ່ານ Firmin Edouard Matoko, ຜູ້ຊ່ວຍຜູ້ອຳນວຍການໃຫຍ່ການພົວພັນພາຍນອກ ແລະ ອາຟຣິກາ ໄດ້ແບ່ງປັນວ່າ: “ແທ້ຈິງແລ້ວ, ທັງຫວຽດນາມ ແລະ Unesco ໄດ້ຮັບຮູ້ບົດບາດສຳຄັນຂອງໄວໜຸ່ມໃນການແກ້ໄຂບັນດາສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງໂລກ ແລະ ຫວຽດນາມ. ການເຂົ້າເຖິງການສຶກສາ, ຊຸກຍູ້ໃຫ້ຊາວໜຸ່ມມີຫົວຄິດປະດິດສ້າງໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ”.
ທີ່ການພົບປະ, ທ່ານ ຮ່າກິມງອກ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການແຫ່ງຊາດຫວຽດນາມ ປະຈຳ UNesco ໄດ້ມີການພົວພັນທີ່ໜ້າສົນໃຈ ແລະ ເປັນການລະດົມກຳລັງໃຈກັບບັນດານັກສຶກສາ. ຊຸກຍູ້ໃຫ້ຊາວໜຸ່ມບຳລຸງສ້າງຄວາມຝັນ, ຄວາມເຊື່ອໝັ້ນຂອງຕົນ ເພື່ອຫັນຄວາມຝັນໃຫ້ກາຍເປັນຈິງ, ມຸ່ງໄປສູ່ອະນາຄົດທີ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດ ແລະ ຍິ່ງໄປກວ່ານັ້ນຈະກາຍເປັນຜູ້ນຳອົງການ UNESCO.
ເນື່ອງໃນໂອກາດນີ້, ໂຄງການຍັງໄດ້ຈັດຕັ້ງພິທີມອບລາງວັນຂະໜາດນ້ອຍໃຫ້ບັນດາໂຄງການວັດທະນະທຳຈາກໂຄງການທົດລອງຄວາມຮັບຜິດຊອບຕໍ່ສັງຄົມ (CSR) ຂອງກຸ່ມບໍລິສັດ SOVICO, ໂດຍຫ້ອງການ Unesco ຢູ່ຮ່າໂນ້ຍ ໄດ້ຮັບການສະໜັບສະໜູນໃນການພັດທະນາຍຸດທະສາດ ແລະ ໃຫ້ຄຳປຶກສາດ້ານວິຊາການ. ທຶນຊ່ວຍເຫຼືອລ້າ 3 ທຶນ ມູນຄ່າ 5.000 USD, 10.000 USD ແລະ 20.000 USD ມອບໃຫ້ 3 ໂຄງການດີເດັ່ນ ລວມມີ:
ພາບເຫດການ.
ຂໍ້ລິເລີ່ມເພື່ອແນໃສ່ຫັນໝູ່ບ້ານເຮັດດ້ວຍດິນຈີ່ແບບດັ້ງເດີມ “ອານາຈັກມາແທງແດງ” ທີ່ສ່ຽງທີ່ຈະຖືກລົບລ້າງໃຫ້ກາຍເປັນມໍລະດົກສະໄໝໃໝ່, ນະຄອນຂຽວ ແລະ ມີຫົວຄິດປະດິດສ້າງ, ເຊື່ອມໂຍງເຂົ້າກັບຍຸດທະສາດພັດທະນາແບບຍືນຍົງຂອງແຂວງ ວິ້ງລອງ ແລະ ປະເທດຊາດ.
ໂຄງການ “ຜະຈົນໄພຫວຽດນາມ - ຕາເວັນຕົກສ່ຽງໃຕ້” - ນີ້ແມ່ນໂຄງການປື້ມຮູບພາບທີ່ເປັນເອກະລັກສະເພາະ, ແນໃສ່ຄົ້ນຫາ ແລະ ແນະນຳໃຫ້ຜູ້ອ່ານບັນດາຄຸນຄ່າວັດທະນະທຳ, ຮີດຄອງປະເພນີ, ຄວາມງາມທຳມະຊາດຂອງເຂດຕາເວັນຕົກສ່ຽງໃຕ້ ຫວຽດນາມ ໂດຍກຸ່ມ Du But Books ສະເໜີ.
ໂຄງການຄົ້ນຄ້ວາ ເພື່ອແນໃສ່ສຳຫຼວດ ແລະ ດຳເນີນການຄົ້ນຄ້ວາຢ່າງເລິກເຊິ່ງ ເພື່ອຄັດເລືອກບັນດາຄຸນຄ່າຫຼັກ, ທາດແທ້ ແລະ ລັກສະນະທຳມະດາຂອງບັນດາຜະລິດຕະພັນຈາກຫັດຖະກຳແກະສະຫຼັກໄມ້ພື້ນເມືອງຂອງຊາວເຜົ່າ ຈອຍ ຢູ່ນະຄອນ Pleiku, ແຂວງ Gia Lai, ສະເໜີໂດຍທ່ານ Nong Bang Nguyen, ສະຖາບັນຊົນເຜົ່າ.






(0)