ກປ.ອອນໄລ - ວັນທີ 19 ມີນາ 2025, ຢູ່ດ່ານຊາຍແດນ ແທງບິ່ງ (ຕາແສງ ແທງບິ່ງ, ເມືອງ ເຕີນຮົ່ງ, ແຂວງ ດົ່ງທາບ), ດ່ານຊາຍແດນ ລອງອານ (ຂຶ້ນກັບກອງບັນຊາການທະຫານຊາຍແດນ ລອງອານ ) ແລະ ດ່ານຊາຍແດນ ແທງບິ່ງ (ຂຶ້ນກັບກອງບັນຊາການທະຫານຊາຍແດນ ດົ່ງທາບ) ໄດ້ຈັດຕັ້ງກອງປະຊຸມລົງນາມໃນສັນຍາປົກປັກຮັກສາຊາຍແດນ ແລະເຂດຊາຍແດນລະຫວ່າງ 2 ກົມກອງໃນປີ 2025.
ປີ 2024, 2 ຫົວໜ່ວຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ເປັນປະຈຳໃນວຽກງານປ້ອງກັນຊາຍແດນ. ບັນດາເຂດທີ່ຢູ່ຕິດກັນລ້ວນແຕ່ໄດ້ຮັບການຄວບຄຸມຢ່າງປິດລ້ອມ, ໂດຍບໍ່ມີຊ່ອງຫວ່າງຫຼືການລະເມີດ; ເຫດການທີ່ເກີດຂຶ້ນໄດ້ຮັບການແກ້ໄຂເປັນຢ່າງດີ, ຮັບປະກັນໃຫ້ບໍ່ມີຈຸດຮ້ອນ ຫຼື ສັບສົນທີ່ເກີດຂຶ້ນຢູ່ເຂດຊາຍແດນຕິດກັນ. ນອກນີ້, ສອງດ່ານຊາຍແດນຕິດກັນຍັງໄດ້ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ ແລະ ປ້ອງກັນຊາຍແດນ.
ທີ່ກອງປະຊຸມ, ສອງກົມກອງໄດ້ຊີ້ອອກບັນດາຂໍ້ບົກຜ່ອງ ແລະ ຂໍ້ຈຳກັດທີ່ຕ້ອງແກ້ໄຂໃນໄລຍະຈະມາເຖິງ ແລະ ໄດ້ປຶກສາຫາລືກ່ຽວກັບວຽກງານສຳຄັນຂອງການສົມທົບກັນຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນຕິດພັນໃນປີ 2025, ແມ່ນເພີ່ມທະວີການເພີ່ມທະວີການເຄື່ອນໄຫວຄຸ້ມ ຄອງ ແລະ ປົກປັກຮັກສາເຂດຊາຍແດນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.
ພ້ອມກັນນັ້ນ, ປະສານສົມທົບການລາດຕະເວນປົກປັກຮັກສາບັນດາເຂດຊາຍແດນທີ່ຢູ່ໃກ້ຄຽງ; ແຈ້ງ ແລະ ສົມທົບກັນແກ້ໄຂບັນດາເຫດການທີ່ກ່ຽວຂ້ອງຢ່າງທັນການ ແລະ ມີປະສິດທິຜົນຢູ່ບັນດາດ່ານຊາຍແດນ, ເຂດໃກ້ຄຽງ ແລະ ຕ້ານອາດຊະຍາກຳທຸກປະເພດ. ສົມທົບກັນກວດກາ ແລະ ປະເມີນຜົນການປະຕິບັດວຽກງານລະຫວ່າງ 2 ຫົວໜ່ວຍເປັນປະຈຳ ໃນແຕ່ລະເດືອນ ແລະ ຮັກສາແຜນການປະສານງານໃຫ້ສອດຄ່ອງກັບລະບຽບການ.
ດິວເຟືອກ – ລອງໄຮ
ທີ່ມາ: https://la34.com.vn/don-bien-phong-song-trang-ky-ket-hiep-dong-bao-ve-bien-gioi-dia-ban-tiep-giap-130035.html






(0)