ໃນເວລາທ່ຽງຄືນຂອງວັນທີ 13 ມັງກອນນີ້, ໄດ້ເກີດແຜ່ນດິນໄຫວຢູ່ພາກຕາເວັນຕົກໃກ້ກັບໃຈກາງ ນະຄອນຫຼວງຮ່າໂນ້ຍ . ນີ້ແມ່ນຄັ້ງທໍາອິດທີ່ຈຸດສູນກາງໄດ້ຖືກບັນທຶກໄວ້ໃນເຂດນີ້.
ສູນຂໍ້ມູນຂ່າວສານແຜ່ນດິນໄຫວ ແລະ ຄື້ນສຶນາມິ (ສະຖາບັນທໍລະນີສາດ) ໃຫ້ຮູ້ວ່າ: ເວລາ 00:05:09 ໂມງ (ຕາມເວລາຮ່າໂນ້ຍ) ວັນທີ 13 ມັງກອນນີ້, ໄດ້ເກີດແຜ່ນດິນໄຫວຂະໜາດ 2.8 ຣິກເຕີ ຢູ່ຈຸດປະສານງານ 20.746 ອົງສາ ເສັ້ນແວງເໜືອ - 105.645 ອົງສາ ເສັ້ນແວງຕາເວັນອອກ, ມີຄວາມເລິກປະມານ 110 ກິໂລແມັດ.
ຈຸດສູນກາງແຜ່ນດິນໄຫວແມ່ນຢູ່ເມືອງ Luong Son, ແຂວງ Hoa Binh. ເຂດນີ້ຫ່າງຈາກໃຈກາງນະຄອນຫຼວງຮ່າໂນ້ຍ ປະມານ 30 ກິໂລແມັດ. ສູນຂໍ້ມູນຂ່າວສານແຜ່ນດິນໄຫວແລະເຕືອນໄພສຶນາມິຍັງຕິດຕາມກວດກາແຜ່ນດິນໄຫວຄັ້ງນີ້.
Van PHUC
ທີ່ມາ






(0)