ດັ່ງນັ້ນ, ນັບແຕ່ຕົ້ນປີເປັນຕົ້ນມາ, ການ ທ່ອງທ່ຽວ ຂອງນະຄອນຫຼວງໄດ້ຕ້ອນຮັບນັກທ່ອງທ່ຽວ 21,12 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 4,45 ລ້ານຄົນ, ເພີ່ມຂຶ້ນ 40,8% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023, ນັກທ່ອງທ່ຽວພາຍໃນບັນລຸ 16,66 ລ້ານຄົນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 2025%.
ໃນເດືອນກັນຍາ 2024, ອັດຕາການເຂົ້າຫ້ອງພັກສະເລ່ຍຂອງຂະແໜງໂຮງແຮມບັນລຸ 64,3%, ເພີ່ມຂຶ້ນ 6,73% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ດັ່ງນັ້ນ, ໃນໄລຍະ 9 ເດືອນຜ່ານມາ ອັດຕາການເຂົ້າຫ້ອງພັກສະເລ່ຍຂອງຂະແໜງໂຮງແຮມແມ່ນ 62,6%; ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຮ່າໂນ້ຍ ມີສະຖານທີ່ພັກເຊົາ 3.761 ແຫ່ງ, ມີ 71.246 ຫ້ອງ, ໃນນັ້ນ ໂຮງແຮມ ແລະ ອາຄານອາພາດເມັນ 606 ແຫ່ງ ຢູ່ໃນອັນດັບ 1-5 ດາວ.
ລະບົບການໄປມາຫາສູ່ກັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງທີ່ໄດ້ມາດຕະຖານການບໍລິການນັກທ່ອງທ່ຽວໄດ້ດຶງດູດ ແລະ ຮັບໃຊ້ນັກທ່ອງທ່ຽວ ແລະ ປະຊາຊົນເຂົ້າມາທ່ຽວຊົມ ແລະ ຊື້ເຄື່ອງເປັນຈຳນວນຫຼວງຫຼາຍ. ຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນ, ສະນັ້ນ ຍອດລາຍຮັບຈາກນັກທ່ອງທ່ຽວໃນ 9 ເດືອນຕົ້ນປີບັນລຸ 81.932 ຕື້ດົ່ງ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຕາມທ່ານຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ດົ່ງເຮືອງຢາງ ແລ້ວ, ແຕ່ນີ້ຮອດທ້າຍປີ 2024, ຊຸກຍູ້ການຜັນຂະຫຍາຍການທ່ອງທ່ຽວປະເພດໃໝ່ຄື: ທ່ອງທ່ຽວກິລາຜະຈົນໄພ, ທ່ອງທ່ຽວປະສົບການ, ທ່ອງທ່ຽວ virtual reality... ຊຸກຍູ້ການພັດທະນາການທ່ອງທ່ຽວ MICE ຢູ່ບັນດາສະຖານທີ່ມີທ່າໄດ້ປຽບດ້ານຣີສອດ, ທ່ອງທ່ຽວກ໊ອຟຕິດພັນກັບອົງການຈັດຕັ້ງ ແລະ ງານວາງສະແດງວັດທະນະທຳ, ກິລາ, ການເມືອງ , ສັງຄົມ, ບັນດາລາຍການໃຫຍ່ລະດັບຊາດ ແລະ ສາກົນ. ປະດິດສ້າງ, ພັດທະນາ, ເຊື່ອມຕໍ່ບັນດາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ.
ສຸມໃສ່ສ້າງ ແລະ ປັບປຸງການເຊື່ອມໂຍງບັນດາຜະລິດຕະພັນທ່ອງທ່ຽວຂອງບຸກຄົນເຂົ້າໃນຕ່ອງໂສ້ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ດຶງດູດໃຈ. ເປີດກວ້າງການເຊື່ອມຈອດບັນດາຜະລິດຕະພັນການທ່ອງທ່ຽວຂອງນະຄອນຫຼວງກັບບັນດາຜະລິດຕະພັນການທ່ອງທ່ຽວພິເສດຂອງບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳແດງ, ທິດຕາເວັນຕົກສ່ຽງເໜືອ, ຫວຽດບັກ… ນອກຈາກນັ້ນ, ພະແນກທ່ອງທ່ຽວຈະສ້າງຕົວແບບທົດລອງເພື່ອພັດທະນາເສດຖະກິດກະສິກຳ ແລະ ທ່ອງທ່ຽວຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຂອງນະຄອນ.
ພັດທະນາແຫຼ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວກະສິກຳຢູ່ນະຄອນຫຼວງ ເຊື່ອມຕໍ່ກັບເສັ້ນທາງທ່ອງທ່ຽວວັດທະນະທຳ ໄຕຈູກ (ແຂວງ ຮ່ານາມ) - ບ່າຍດິງ - ເຈີ່ນອານ (ແຂວງນິງບິ່ງ); ຜະລິດຕະພັນທ່ອງທ່ຽວດ້ານວັດທະນະທຳຢູ່ນະຄອນຫຼວງເຊື່ອມຕໍ່ກັບເຂດທະເລ ແລະ ເສັ້ນທາງທ່ອງທ່ຽວຕາແສງ ຮ່າຟອງ - ອ່າວຮ່າລອງ (ແຂວງ ກວາງນິງ); ສ້າງເປັນເສັ້ນທາງທ່ອງທ່ຽວທີ່ມີປະສົບການ ແລະ ການທ່ອງທ່ຽວຊຸມຊົນຄື: ເສັ້ນທາງ ຮ່າໂນ້ຍ - ລາວກາຍ - ຫາຍເຈົາ, ເສັ້ນທາງ ຮ່າໂນ້ຍ - ຮ່ວາບິ່ງ - ເຊີນລາ - ດ້ຽນບຽນ.
ທີ່ມາ: https://kinhtedothi.vn/du-lich-ha-noi-don-hon-21-trieu-luot-khach-trong-9-thang.html
(0)