ທ່ານ ໂດ ຮ່ານາມ ປະທານສະມາຄົມອາຫານຫວຽດນາມ (VFA) ໃຫ້ຮູ້ວ່າ, ທີ່ກອງປະຊຸມສຸດຍອດເຂົ້າໂລກ 20255, ໂດຍ The Rice Trader (TRT) ຈັດຕັ້ງແຕ່ວັນທີ 7-9 ພະຈິກ ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ເຂົ້າສານ ST25 ຂອງ ຫວຽດນາມ ໄດ້ຮັບລາງວັນທີ 1 ໃນການປະກວດ “ເຂົ້າດີທີ່ສຸດຂອງໂລກ” ໃນປີ 2025.

ທ່ານ ດ່າວຮ່ານາມ (ຊ້າຍ) ແລະ ວິລະຊົນກຳມະກອນ ໂຮ່ກວາງແອງ (ຂວາ) - ຜູ້ຂຽນແນວພັນເຂົ້າ ST25 ໄດ້ຮ່ວມກັນຍົກຫຼຽນກາໃຫ້ແກ່ເຂົ້າສານດີທີ່ສຸດ ໃນໂລກ ໃນປີ 2025. ພາບ: VFA.
ນີ້ແມ່ນຄັ້ງທີ 3 ທີ່ເຂົ້າສານ ST25 ຂອງຫວຽດນາມ ໄດ້ຮັບລາງວັນທີ 1 ໃນການປະກວດ “ເຂົ້າດີທີ່ສຸດໃນໂລກ”. ຄັ້ງທຳອິດເຂົ້າ ST25 ໄດ້ຮັບລາງວັນນີ້ແມ່ນປີ 2019 ແລະ ຄັ້ງທີ 2 ແມ່ນປີ 2023.
ຕາມທ່ານໂດ້ຮ່ານາມແລ້ວ, ໃນຊຸມປີມໍ່ໆມານີ້, ເຂົ້າສານ ST25 ໄດ້ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນຢູ່ຕະຫຼາດໂລກ. ເປັນໜ້າສົນໃຈ, ຊາວຫວຽດນາມ ອາໄສຢູ່ບັນດາປະເທດໃນທົ່ວໂລກພວມຫັນມາກິນເຂົ້າ ST25.
ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນແບ່ງປັນວ່າເຂົ້າສານ ST25 ແມ່ນແຊບຫຼາຍ. ສະນັ້ນ, ຊາວຫວຽດນາມ ຫລາຍຄົນເມື່ອໄປຢ້ຽມຢາມລູກຫຼານ ແລະ ຍາດຕິພີ່ນ້ອງທີ່ພວມຮ່ຳຮຽນ, ເຮັດວຽກ ຫຼື ຢູ່ຕ່າງປະເທດ, ຊື້ເຂົ້າສານ ST25 ເປັນຂອງຂວັນ. ນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການສົ່ງອອກເຂົ້າສານ ST25 ໄປຍັງຕະຫຼາດໂລກ.
ທີ່ມາ: https://nongnghiepmoitruong.vn/gao-st25-lan-thu-3-thang-giai-gao-ngon-nhat-the-gioi-d783285.html






(0)