ໃນ 7 ເດືອນຕົ້ນປີ, ຫວຽດນາມ ໄດ້ສົ່ງອອກເຂົ້າສານ 5,18 ລ້ານໂຕນ ດ້ວຍມູນຄ່າ 3,27 ຕື້ USD.
ເດືອນກໍລະກົດປີ 2024, ຫວຽດນາມໄດ້ສົ່ງອອກເຂົ້າສານໄດ້ເກືອບ 500.000 ໂຕນ, ເຮັດໃຫ້ມູນຄ່າ 290 ລ້ານ USD. ໃນ 7 ເດືອນຕົ້ນປີ, ຫວຽດນາມ ສົ່ງອອກເຂົ້າສານ 5,18 ລ້ານໂຕນ ດ້ວຍມູນຄ່າ 3,27 ຕື້ USD, ເພີ່ມຂຶ້ນ 5,8% ໃນວົງເງິນ ແລະ 25,1% ໃນມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຮັກສາຖານະອັນດັບໜຶ່ງໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້.
ຕາມ ກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ , ຟີລິບປິນ, ອິນໂດເນເຊຍ, ແລະ ມາເລເຊຍແມ່ນ 3 ຕະຫຼາດໃຫຍ່ທີ່ສຸດຂອງ ການສົ່ງອອກເຂົ້າ ຫວຽດນາມ. ໃນ 7 ເດືອນຕົ້ນປີ 2024, ວົງເງິນສົ່ງອອກເຂົ້າສານຂອງຟີລິບປິນກວມເອົາ 38,2% ຍອດວົງເງິນສົ່ງອອກເຂົ້າຂອງຫວຽດນາມ. ລາຄາເຂົ້າສານສົ່ງອອກສະເລ່ຍບັນລຸ 632 ໂດລາ/ໂຕນ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍໝາກຜົນທີ່ໜ້າປະທັບໃຈໃນ 6 ເດືອນຕົ້ນປີ, ບັນດາວິສາຫະກິດ ແລະ ນັກຊ່ຽວຊານຄາດວ່າ, ການສົ່ງອອກເຂົ້າສານຂອງຫວຽດນາມ ຈະສືບຕໍ່ເຕີບໂຕຢ່າງຕັ້ງໜ້າໃນເຄິ່ງປີ 2024.

ເຖິງຢ່າງໃດກໍຕາມ, ອຸດສາຫະກຳເຂົ້າຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຊັບພະຍາກອນທີ່ຂາດເຂີນ, ແລະ ການປ່ຽນແປງຢ່າງວ່ອງໄວຂອງຕະຫຼາດພາຍໃນ ແລະ ສາກົນ. ໃນສະພາບການດັ່ງກ່າວ, ວັນທີ 6 ສິງຫາ, ສອງກະຊວງຄື: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີແນວຄິດ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງກ່ຽວກັບການສະເໜີສ້າງຕັ້ງສະພາເຂົ້າແຫ່ງຊາດ.
ສະພາເຂົ້າແຫ່ງຊາດແມ່ນອົງການປະສານງານລະຫວ່າງຂະແໜງການທີ່ແນະນຳໃຫ້ ນາຍົກລັດຖະມົນຕີ ກ່ຽວກັບການຄົ້ນຄວ້າ, ທິດທາງ, ການປະສານງານເພື່ອແກ້ໄຂບັນຫາສຳຄັນຂອງອຸດສາຫະກຳເຂົ້າ. ສະເໜີໃຫ້ນາຍົກລັດຖະມົນຕີ ຊີ້ນຳທິດທາງ, ວິທີແກ້ໄຂ, ນະໂຍບາຍຊຸກຍູ້ການພັດທະນາອຸດສາຫະກຳເຂົ້າສານ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ສາຂາເພື່ອເກັບກຳຂໍ້ມູນ, ວິເຄາະ ແລະ ຕີລາຄາສະພາບການຜະລິດ ແລະ ສົ່ງອອກ. ບົນພື້ນຖານປະກອບຄຳເຫັນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງດ່ຽນ ໄດ້ຮຽກຮ້ອງໃຫ້ບັນດາໜ່ວຍງານວິຊາສະເພາະແນະນຳໃຫ້ບັນດາການນຳຂອງສອງກະຊວງຮີບຮ້ອນຜັນຂະຫຍາຍຮ່າງກົດໝາຍດັ່ງກ່າວໃຫ້ລັດຖະບານໂດຍໄວ.
ທີ່ມາ






(0)