ວັນທີ 14 ຕຸລານີ້, ຢູ່ແຂວງ ກວາງນິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ (30 ຕຸລາ 1963 – 30 ຕຸລາ 2023). ກອງປະຊຸມຄັ້ງນີ້ມີຜູ້ແທນ 388 ທ່ານທີ່ຕາງໜ້າໃຫ້ກຸ່ມ ແລະ ບຸກຄົນທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາທ້ອງຖິ່ນໃນໄລຍະຜ່ານມາ.
ທ່ານ ຫງວຽນຊວນກີ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ກວາງນິງ ກ່າວຄຳເຫັນທີ່ກອງປະຊຸມ.
ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຊວນກີ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ກວາງນິງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງການປະກອບສ່ວນ, ອຸທິດຕົນ ແລະ ຮັບໃຊ້ຢ່າງສຸດຈິດສຸດໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະໃນໄລຍະກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາແຂວງ ກວາງນິງ ໃນ 60 ປີຜ່ານມາ.
ການນຳແຂວງ ກວາງນິງ ແລະ ຄະນະຜູ້ແທນໄດ້ກວດກາຄືນການເດີນທາງນັບແຕ່ແຂວງໄດ້ສ້າງຕັ້ງ. ວັນທີ 30/10/1963, ທີ່ກອງປະຊຸມຄັ້ງທີ 7 ຂອງ ສະພາແຫ່ງຊາດ ຊຸດທີ 2, ສະພາແຫ່ງຊາດໄດ້ຜ່ານມະຕິໄດ້ຮັບຮອງເອົາການລວມເອົາແຂວງ ຫາຍນິງ ແລະ ເຂດ ຮົ່ງກວາງ ເປັນແຂວງ ກວາງນິງ.
ຊື່ “ກວາງນິງ” ຖືກລຸງໂຮ່ສະເໜີໃນປີ 1963. ຕາມເພິ່ນແລ້ວ, “ກວາງນິງ” ມີຄວາມໝາຍວ່າກວ້າງໃຫຍ່ໄພສານ, “ນິງ” ມີຄວາມໝາຍເຖິງສັນຕິພາບ ແລະ ຍືນຍົງ. ກວາງນິງແມ່ນພາກພື້ນທີ່ກວ້າງຂວາງ, ມີສັນຕິພາບ ແລະ ຍືນຍົງ.
ຜູ້ຕາງໜ້າບັນດາບຸກຄົນ, ບັນດາກຸ່ມທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງແຂວງ ກວາງນິງ ໃນໄລຍະ 60 ປີຜ່ານມາ.
ໃນໄລຍະເກືອບ 60 ປີແຫ່ງການສ້າງສາ ແລະ ພັດທະນາແຂວງ ກວາງນິງ, ຄະນະພັກ, ລັດຖະບານ, ປະຊາຊົນບັນດາເຜົ່າໃນແຂວງໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ສາມັກຄີ, ມີຫົວຄິດປະດິດສ້າງ, ບັນລຸໄດ້ບັນດາຜົນງານທີ່ສຳຄັນ, ພົ້ນເດັ່ນໃນທຸກຂົງເຂດ.
ແຂວງກວາງນິງ ບັນລຸການເຕີບໂຕເປັນສອງຕົວເລກໃນ 7 ປີລຽນຕິດ (2016 - 2022). ທ້ອງຖິ່ນໄດ້ສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່ທັງ 3 ຂັ້ນ ແລະ ໄດ້ສຳເລັດກ່ອນກຳນົດ 3 ປີຂອງໂຄງການຈຸດໝາຍແຫ່ງຊາດເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 - 2025.
ກວາງນິງໄດ້ຮັບລາງວັນອັນສູງສົ່ງຈາກພັກ ແລະ ລັດ. ບັນດາສະຫາຍ ແລະ ບຸກຄົນໃນແຂວງ ໄດ້ຮັບນາມມະຍົດ ແລະ ບັນດາຮູບການທີ່ສູງສົ່ງ ຂອງທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ.
ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້, ແຂວງ ກວາງນິງ ວາງອອກຄາດໝາຍພັດທະນາຮອດປີ 2030 ຄື: ກໍ່ສ້າງ ແລະ ພັດທະນາ ກວາງນິງ ໃຫ້ກາຍເປັນແຂວງຕົວແບບຄວາມຮັ່ງມີ, ອາລະຍະທຳ, ທັນສະໄໝ, ແມ່ນສູນທ່ອງທ່ຽວສາກົນ, ແມ່ນສູນເສດຖະກິດທາງທະເລ, ເປັນປະຕູສູ່ພາກພື້ນເສດຖະກິດສຳຄັນຂອງພາກເໜືອ ແລະ ທົ່ວປະເທດ. ສູ້ຊົນຮັກສາອັດຕາການເຕີບໂຕສະເລ່ຍແຕ່ 10%/ປີ ຫຼືຫຼາຍກວ່ານັ້ນໃນໄລຍະ 2025 - 2030 .
ທີ່ມາ






(0)